ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ

ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ - Untitled 1 copy - ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ
ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ - kitchen vibe - ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ

ພິທີເປີດການຊື້-ຂາຍຮຸ້ນຄັ້ງທຳອິດຂອງບໍລິສັດຊີມັງລາວ ມະຫາຊົນໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕອນເຊົ້າວັນທີ 2 ມີນານີ້ ໂດຍການເຂົ້າຮ່ວມຂອງທ່ານ ຄໍາແກ້ວ ວິສີສົມບັດ ປະທານບໍລິຫານ ບໍລິສັດຫຼັກຊັບລາວ-ຈີນ ຈໍາກັດ, ທ່ານ ຈ່າງລີ ຜູ້ອຳນວຍການບໍລິສັດ ຊີມັງລາວ ມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວກ່ຽວຂ້ອງຕ່າງໆເຂົ້າຮ່ວມ 100 ກວ່າຄົນ.
ທ່ານ ວັນຄໍາ ວໍລະວົງ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກກຊັບລາວ ແລະ ທ່ານ ຈ່າງລີ ຜູ້ອຳນວຍການບໍລິສັດ ຊີມັງລາວ ມະຫາຊົນ ໄດ້ຕາງໜ້າສອງຝ່າຍລົງນາມໃນສັນຍາຈົດທະບຽນຮຸ້ນ ຂອງບໍລິສັດຊີມັງລາວ ມະຫາຊົນ ແລະ
ສະແດງຄວາມຊົມເຊີຍ ບໍລິສັດ ຊີມັງລາວ ມະຫາຊົນ​ທີ່ໄດ້ສຳເລັດການຈຳໜ່າຍຮຸ້ນຄັ້ງທຳອິດ ​ພ້ອມທັງສະແດງຄວາມຍິນດີຕ້ອນຮັບບໍລິສັດດັ່ງກ່າວເຂົ້າມາຈົດທະບຽນເປັນບໍລິສັດທີ 7 ຂອງຕະຫຼາດຫຼັກຊັບລາວ. ທ່ານກ່າວວ່າ, ການເຂົ້າມາຈົດທະບຽນເຂົ້າຕະຫຼາດຫຼັກຊັບຂອງບໍລິສັດຊີມັງລາວ ມະຫາຊົນ ຖືເປັນນິມິດໝາຍທີ່ສຳຄັນ ເຊິ່ງເປັນອີກສ່ວນໜຶ່ງໃນການພັດທະນາເສດຖະກິດຂອງປະເທດ, ສ້າງວຽກເຮັດງານທຳ ແລະ ສ້າງໂອກາດໃນການຍົກລະດັບຜະລິດຕະພັນສິນຄ້າຂອງລາວໃຫ້ເຕີບໃຫຍ່ສູ່ສາກົນ, ນອກ​ຈາກ​ນີ້, ຮຸ້ນບໍລິສັດທີ 7 ນີ້ຍັງເປັນການສ້າງທາງເລືອກ ແລະ ເງື່ອນໄຂຫຼາຍດ້ານໃຫ້ແກ່ນັກລົງທຶນທັງພາຍໃນແລະຕ່າງປະເທດທີ່ຈະມາລົງທຶນໃນຕະຫຼາດຫຼັກຊັບ.
ຂ່າວແຈ້ງ​ຕື່ມວ່າ, ໃນ​ວັນທີ 9 ກຸມພາຜ່ານມາ, ບໍລິສັດຊີມັງລາວ ມະຫາຊົນ ໄດ້ສຳເລັດການເປີດ IPO ໂດຍສະເໜີການຈຳໜ່າຍຮຸ້ນທັງໝົດ 12,001,200 ຮຸ້ນ ລວມມູນຄ່າ 28 ຕື້ກວ່າກີບ ຫຼື 3 ລ້ານກວ່າໂດລາສະຫະລັດ.
ບໍລິສັດ ຊີມັງລາວມະຫາຊົນ ເປັນໜຶ່ງໃນບໍລິສັດທີ່ມີຊື່ສຽງໃນ ສປປ ລາວ ທີ່ດຳເນີນທຸລະກິດຜະລິດຊີມັງເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ. ຈາກການເປີດການຊື້ຂາຍຮຸ້ນຄັ້ງທຳອິດ, ບໍລິສັດຊີມັງລາວມະຫາຊົນໄດ້ກາຍເປັນບໍລິສັດຊີມັງແຫ່ງທຳອິດທີ່ຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບລາວ.

ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ - 5 - ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ
ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ - 3 - ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ
ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ - 4 - ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ
ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ - Visit Laos Visit SALANA BOUTIQUE HOTEL - ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ