ທ່ານ ດູເຕີເຕ ສັ່ງທະຫານ-ຕຳຫລວດບໍ່ຕ້ອງ ໃຫ້ການຮ່ວມມືສອບເລື່ອງປາບຢາເສບຕິດ

ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟີລິບປິນ ສັ່ງທະຫານ ແລະ ຕຳຫລວດບໍ່ຕ້ອງໃຫ້ການຮ່ວມມື ຖ້າຈະມີການສອບສວນໃດໆເລື່ອງການເຮັດສົງຄາມປາບປາມຢາເສບຕິດ.
ປະທານາທິບໍດີ ດູເຕີເຕ ກ່າວປາໄສຕໍ່ໜ່ວຍຕຳຫລວດພິເສດໃນເມືອງດາເວົາ ທາງຕອນໃຕ້ຂອງປະເທດ ໃນຕອນຄໍ່າວັນທີ 1 ມີນາວ່າ: ຂໍສັ່ງວ່າບໍ່ຕ້ອງຕອບບໍ່ຕ້ອງຫຍຸ້ງເລື່ອງສິດທິມະນຸດ ຫລື ໃຜກໍຕາມທີ່ມາຖາມ ແລະ ໄດ້ຖາມກັບຄືນໄປຍັງຕ່າງປະເທດວ່າ: ເປັນໃຜມາຈາກໃສຈຶ່ງຈະເຂົ້າມາວຸ້ນວາຍກັບການບໍລິຫານປະເທດຂອງທ່ານ.
ທາງການຟີລິບປິນເປີດເຜີຍໃນວັນທີ 27 ກຸມພາວ່າ: ພ້ອມໃຫ້ສະຫະປະຊາຊາດ (UN) ສອບສວນເລື່ອງນະໂຍບາຍກວາດລ້າງຢາເສບຕິດ, ແຕ່ຈະຕ້ອງບໍ່ແມ່ນທ່ານນາງ ແອັກເນສ ຄັລລາມາຣດ ຜູ້ລາຍງານພິເສດ UN ເລື່ອງການສັງຫານນອກກົດໝາຍທີ່ລັດຖະບານຟີລິບປິນກ່າວຫາວ່າມີອະຄະຕິ ແລະ ໄຮ້ຄຸນສົມບັດ, ສ່ວນເລື່ອງທີ່ໄອຍະການສານອາຍາສາກົນ (ICC) ເປີດການກວດສອບເບື້ອງຕົ້ນຕໍ່ຂໍ້ຮ້ອງຮຽນທີ່ວ່າ: ຜູ້ນຳ ແລະ ເຈົ້າໜ້າທີ່ຟີລິບປິນກໍ່ອາຊະຍາກຳຕໍ່ມະນຸດນັ້ນ, ຜູ້ນຳຟີລິບປິນກ່າວວ່າ: ພ້ອມໃຫ້ສອບສວນ ເພື່ອປົກປ້ອງຊາວຟີລິບປິນ.