ສປປ ເກົາຫລີ ປະຕິເສດ ຊ່ວຍຊີຣີຜະລິດອາວຸດເຄມີ

ລັດຖະບານພຽງຢາງປະຕິເສດການຊ່ວຍເຫລືອຊີຣີຜະລິດອາວຸດເຄມີຕາມຂໍ້ກ່າວຫາຂອງອາເມລິກາ ປະເທດເຊິ່ງຖືເປັນ “ມະເຮັງຂອງສັນຕິພາບໂລກ”.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຊອຸນ ສ.ເກົາຫລີ ໃນວັນທີ 2 ມີນາ ໂດຍອ້າງຈາກລາຍງານຂອງສຳນັກຂ່າວກາງເກົາຫລີ (KCNA) ເຊິ່ງເຜີຍແຜ່ຖະແຫລງການຂອງກະຊວງການຕ່າງປະເທດ ສປປ ເກົາຫລີ ວ່າ: ລັດຖະບານພຽງຢາງ “ເຄີຍເນັ້ນແລ້ວຫລາຍເທື່ອ” ວ່າບໍ່ເຄີຍມີສ່ວນກ່ຽວຂ້ອງກັບໂຄງການຄິດຄົ້ນ, ພັດທະນາ ແລະ ຜະລິດ ຫລື ເກັບສະສົມອາວຸດເຄມີ. ນອກຈາກນີ້ ສປປ ເກົາຫລີ ຍັງຄັດຄ້ານອາວຸດນິວເຄຼຍທຸກຮູບແບບ. ຂໍ້ກ່າວຫາຂອງລັດຖະບານວໍຊິງຕັນທີ່ອ້າງວ່າ: ສປປ ເກົາຫລີ ໃຫ້ການຊ່ວຍເຫລືອຊີຣີໃນການຜະລິດອາວຸດເຄມີຈຶ່ງເປັນເລື່ອງ “ບໍ່ຈິງ” ທັງທີ່ອາເມລິກາຖືເປັນ “ມະເຮັງຂອງສັນຕິພາບໂລກ” ຈາກການເປັນຜູ້ສະໜັບສະໜູນການຜະລິດອາວຸດເຄມີລາຍໃຫຍ່ທີ່ສຸດ.
ຖະແຫລງການດັ່ງກ່າວຂອງ ສປປ ເກົາຫລີ ມີຂຶ້ນພາຍຫລັງທ່ານ ໂຣເບິດ ວູດ ຜູ້ແທນຖາວອນຂອງອາເມລິກາດ້ານການປົດອາວຸດທີ່ລວມທັງອາວຸດຊີວະພາບ ແລະ ອາວຸດເຄມີ ກ່າວຕໍ່ກອງປະຊຸມສະຫະປະຊາຊາດ (UN) ທີ່ນະຄອນເຈນີວາ ໃນວັນທີ 28 ກຸມພາວ່າ: ສປປ ເກົາຫລີ ແລະ ຊີຣີ “ມີປະຫວັດການຮ່ວມມື” ດ້ານກິດຈະກຳກ່ຽວກັບການພັດທະນາລູກສອນໄຟ ແລະ ອົງປະກອບຂອງອາວຸດເຄມີ. ຂະນະທີ່ລາຍງານຂອງ UN ອ້າງກວດພົບເຮືອບັນທຸກສິນຄ້າຂອງ ສປປ ເກົາຫລີ ລັກລອບສົ່ງມອບວັດຖຸດິບດ້ານການຜະລິດອາວຸດເຄມີໄປຊີຣີຢ່າງໜ້ອຍ 2 ຄັ້ງ ໃນຮອບ 6 ເດືອນຜ່ານມາ ຖືເປັນພຶດຕິກຳທີ່ຝ່າຝືນມາດຕະການຂວ້ຳບາດ.