2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ

2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ - 040203 2018 - 2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ
2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ - kitchen vibe - 2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ

ຢ່າປ່ອຍໃຫ້ຜິວຖືກໄໝ້ຈົນແສບຮ້ອນຈາກການຕາກແດດກ້າ ໃຫ້ເອົາພືດເຢັນໆເຫລົ່ານີ້ມາຊ່ວຍບຳລຸງຜິວໄວ້ກ່ອນ.

     – ຫວ້ານຫາງແຂ້ : ຈະຊ່ວຍໃຫ້ຜິວສົດໃສ, ກຳຈັດສິວ ແລະ ລຶບຮອຍຈຸດດ່າງດຳ ສາມາດໃຊ້ຫວ້ານຫາງແຂ້ເພື່ອບຳລຸງຜິວໄດ້ໂດຍກົງ ໂດຍໃຊ້ແຕ່ເມືອກວຸ້ນສີຂາວໃສທີ່ຢູ່ພາຍໃນເປືອກ (ລະວັງຢາງສີເຫລືອງອ້ອມໆ ເພາະອາດເຮັດໃຫ້ເກີດອາການແພ້ລະຄາຍເຄືອງໄດ້) ກ່ອນໃຊ້ຄວນທົດລອງກ່ອນວ່າຈະເກີດອາການແພ້ຫລືບໍ່ ໂດຍໃຊ້ນຳ້ຈາກວຸ້ນສີຂາວໃສຂອງຫວ້ານຫາງແຂ້ທາບໍລິເວນກົກຫູ ຫລື ຄາງກະໄຕແລ້ວປະໄວ້ 5 ນາທີ ຖ້າບໍ່ເກີດຕຸ່ມຜ່ືນແດງກໍສາມາດໃຊ້ໄດ້. ນອກຈາກນີ້, ຍັງສາມາດໃຊ້ຫວ້ານຫາງແຂ້ທາບໍລິເວນຫົວສິວ ເພື່ອໃຫ້ສິວແຫ້ງໄວ ແລະ ຫວ້ານຫາງແຂ້ຍັງຊ່ວຍຫລຸດຄວາມມັນຂອງຜິວໜ້າໄດ້ໂດຍບໍ່ເຮັດໃຫ້ຜິວແຫ້ງເຄັ່ງນຳອີກ. ຫລັງການຕາກແດດລອງໃຊ້ຫວ້ານຫາງແຂ້ທາພອກບາງໆໃຫ້ທົ່ວຜິວ ປະໄວ້ 10 – 15 ນາທີ ຈາກນັ້ນລ້າງອອກໃຫ້ສະອາດ ເພື່ອຫລຸດອາການຜິວໄໝ້ຈາກແດດ.

2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ - Visit Laos Visit SALANA BOUTIQUE HOTEL - 2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ
2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ - Visit Laos Visit SALANA BOUTIQUE HOTEL - 2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ

     – ໝາກແຕງ : ມີເອັນໄຊCryssin ເຊິ່ງເຮັດໃຫ້ຜິວໜັງທີ່ແຫ້ງຫຍາບຫລຸດອອກໄປ ແລະ ຊ່ວຍປ່ຽນແຊນຜິວໃໝ່ທີ່ອ່ອນນຸ້ມ ສາມາດໃຊ້ໝາກແຕງດິບຝານເປັນແຜ່ນບາງໆ ແລ້ວວາງໄວ້ເທິງຜິວໜ້າທີ່ລ້າງສະອາດແລ້ວໄດ້ໂດຍກົງ ເພື່ອຊ່ວຍສະໝານຜິວ ເຊິ່ງຄວາມເຢັນຂອງໝາກແຕງຈະເຮັດໃຫ້ຜິວຮູ້ສຶກຜ່ອນຄາຍໄດ້ດີຍິ່ງຂຶ້ນ.

ນຳໃຊ້ເຕັກນິກຕໍ່ໄປນີ້ຊ່ວຍຝຶກສະໝອງໃຫ້ເຮັດວຽກດີ.

  1. ຂ້າມເວລາ : ລອງຄິດວ່າຫາກຢູ່ໃນ 10 ປີທີ່ຜ່ານມາ ຫລື 10 ປີຂ້າງໜ້າ ທ່ານຈະເຮັດແນວໃດ ?
  2. ຄິດກົງກັນຂ້າມ : ຄິດເຖິງສິ່ງທີ່ຄົນສ່ວນຫລາຍເຮັດ ແລ້ວທ່ານກໍເຮັດສວນທາງກັນກັບເຂົາ.
  3. Mind Map : ເຊື່ອມໂຍງຄວາມຄິດຢ່າງເປັນລະບົບ.

     4.​ ນັ່ງສະມາທິ : ຫລັບຕາ ນັ່ງສະມາທິ ຜ່ອນຄາຍສະໝອງ ຊ່ວຍໃຫ້ສະໝອງແລ່ນ ແລະ ປອດໂປ່ງ ຄິດຫຍັງກໍອອກ.

  1. ມີພະລັງພິເສດ : ຄິດເກີນຈິງ ເປັນຕົ້ນແມ່ນ ຈະເຮັດຫຍັງກໍໃຫ້ຄິດເຖິງເປົ້າໝາຍນັ້ນໃຫ້ໃຫຍ່ຂຶ້ນ 100 ເທົ່າ.
  2. ຊ່ວຍກັນຄິດ : ຂຽນຄວາມຄິດລົງໃສ່ເຈ້ຍ ແລະ ໃຫ້ຄົນຖັດໄປຂຽນຄວາມຄິດຕໍ່ຈາກຄົນທາງໜ້າ ຈົນຂຽນຄົບໝົດທຸກຄົນ.
  3. ປ່ຽນສະຖານທີ່ຄິດ : ການອອກໄປພົບປະຜູ້ຄົນ ຫລື ໄປໃນສະຖານທີ່ໃໝ່ໆ ອາດເກີດຄວາມຄິດໃໝ່ໆ ແລະ ເປັນການພັກຜ່ອນໄດ້ນຳອີກ.
  4. ໝັ່ນໃຊ້ສະໝອງຄິດ ແລະ ຄຳນວນສິ່ງຕ່າງໆເປັນປະຈຳ : ເພາະຈະປຽບດັ່ງການອອກກຳລັງກາຍໃຫ້ແກ່ສະໝອງ.
  5. ກິນອາຫານທີ່ມີປະໂຫຍດຕໍ່ສະໝອງ : ຈຳພວກວິຕາມິນເບ ທັງຫລາຍມີສ່ວນຊ່ວຍໃນການເຮັດວຽກຂອງລະບົບສະໝອງ ແລະ ປະສາດ ເປັນຕົ້ນແມ່ນຊຸບໄກ່ສະກັດ.
  6. ອອກກຳລັງກາຍເປັນປະຈຳ ແລະ ນອນຫລັບພັກຜ່ອນໃຫ້ພຽງພໍ : ເຊິ່ງລ້ວນແຕ່ມີສ່ວນຊ່ວຍໃຫ້ສະໝອງເຮັດວຽກດີ.
2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ - 5 - 2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ
2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ - 3 - 2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ
2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ - 4 - 2 ພືດໃຫ້ຄວາມເຢັນຊ່ວຍບຳລຸງຜິວ