ແມນຢູໄນເຕັດ ພ້ອມຂາຍ ບລິນ ພົ້ນທີມ

ແມນເຊັສເຕີ ຢູໄນເຕັດ ພ້ອມຮັບຟັງຂໍ້ສະເໜີຈາກທີມທີ່ສົນໃຈຈະຊື້ ດາລີ ບລິນ ກອງຫລັງຊາວດັດ ເຖິງວ່າລາວຈະໄດ້ຮັບການຂະຫຍາຍສັນຍາອອກໄປອີກ 1 ປີກໍຕາມ.
ແມນເຊັສເຕີ ຢູໄນເຕັດ ໄດ້ຕໍ່ສັນຍາດາວເຕະສາລະພັດປະໂຫຍດອອກໄປອີກ 1 ປີ ແລະ ກຳລັງຕ້ອງການຈະຂາຍນັກເຕະສາລະພັດປະໂຫຍດຄົນນີ້ ເພື່ອຫາເງິນເຂົ້າສະໂມສອນ ຫລັງຈາກທີ່ດຶງຕົວມາຈາກ ອາແຈກ ອຳສເຕີດຳ ດ້ວຍຄ່າຕົວ 14 ລ້ານປອນເມື່ອ 4 ປີຜ່ານມາ.
ບລິນ ຕ້ອງລໍຖ້າໂອກາດຂ້າງສະໜາມ ເນື່ອງຈາກອາການບາດເຈັບຢູ່ຂໍ້ຕີນໃນ 2 ເດືອນຜ່ານມາ ເຮັດໃຫ້ລາວໄດ້ລົງຫລິ້ນພຽງ 15 ນັດ ແລະ ທີມແມນເຊັສເຕີ ຢູໄນເຕັດ ພ້ອມຈະຂາຍ ບລິນ ອອກໄປນັບແຕ່ຕະຫລາດຊື້ຂາຍຊ່ວງເດືອນມັງກອນ ແລະ ເປັນທີມ ໂຣມາ ຈາກອີຕາລີ ທີ່ຫລົ້ມເຫລວໃນການຕິດຕໍ່ຂໍຢືມຕົວນັກເຕະທີມຊາດໂຮນລັງຄົນນີ້ໄປຫລິ້ນທີ່ ກັລໂຊ ເຊເຣຍ ອາ ເນື່ອງຈາກທາງ ແມນເຊັສເຕີ ຢູໄນເຕັດ ຕ້ອງການຂາຍຂາດຫລາຍກວ່າ.
ເຖິງຢ່າງໃດກໍຕາມ, ແຊ້ມພຣີເມຍລີກ 20 ສະໄໝຮູ້ດີວ່າທີມຈາກ ອີຕາລີ ຕ້ອງກັບມາໃຫ້ຄວາມສົນໃຈນັກເຕະຂອງພວກເຂົາອີກ ແລະ ດ້ວຍສັນຍາທີ່ຫາກໍຕໍ່ອອກໄປອີກ 1 ປີ ເຮັດໃຫ້ພວກເຂົາສາມາດຕັ້ງຄ່າຕົວເພື່ອສ້າງມູນຄ່າໃນການຊື້ຂາຍຄັ້ງນີ້ໄດ້.