ຈີນຕັ້ງເປົ້າ GDP ປີນີ້ ຂະຫຍາຍຕົວ 6,5%
ລັດຖະບານປັກກິ່ງກຳນົດເປົ້າໝາຍການເຕີບໃຫຍ່ທາງເສດຖະກິດຂອງປະເທດໄວ້ປະມານ 6,5% ໃນປີນີ້ ແລະ ເນັ້ນຄວາມມຸ່ງຫວັງຂອງ “ຫລັກການຈີນດຽວ” ແລະ “1 ປະເທດ 2 ລະບົບ”.
China has set its GDP growth target at around 6.5 percent for 2018, says Li Keqiang #TwoSessions pic.twitter.com/GyHsPett5Q
— CGTN (@CGTNOfficial) March 5, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປັກກິ່ງ ສປ ຈີນ ໃນວັນທີ 5 ມີນາວ່າ: ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ກ່າວຕໍ່ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ (NPC) ສະໄໝທີ 13 ໃນນະຄອນຫລວງປັກກິ່ງ ກຳນົດເປົ້າໝາຍການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ປະຈຳປີນີ້ ໄວ້ປະມານ 6,5% ເຊິ່ງເປັນລະດັບດຽວກັບປີຜ່ານມາ. ເຖິງຢ່າງໃດກໍຕາມ, ໃນປີຜ່ານມາ ເສດຖະກິດຂອງຈີນເຕີບໃຫຍ່ໃນລະດັບ 6,9% ຕາມຂໍ້ມູນຂອງສຳນັກງານສະຖິຕິແຫ່ງຊາດ (NBS).
ນອກຈາກນີ້, ນາຍົກລັດຖະມົນຕີຈີນ ຍັງກ່າວເຖິງຮ່າງງົບປະມານປ້ອງກັນປະເທດປະຈຳປີນີ້ ເຊິ່ງຈະຢູ່ປະມານ 1,1 ຕື້ຢວນ ເພີ່ມຂຶ້ນ 8,1% ຈາກປີຜ່ານມາ ແລະ 7,6% ເມື່ອທຽບໃສ່ສະຖິຕິຂອງປີ 2016.