ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ

ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ - stream img - ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ
ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ - kitchen vibe - ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ

ປະທານາທິບໍດີ ​ໂດ​ນັນ ທຣຳ ກ່າວ​ວ່າ​ອາ​ເມ​ລິ​ກາ​ຈະ​ເພີ່ມ​ການ​ຕັ້ງກຳ​ແພງ​ພາສີ​ລົດຍົນ​ນຳ​ເຂົ້າຈາກ​ເອີຣົບ ຖ້າ​ອີກ​ຝ່າຍ​ຂຶ້ນພາສີ​ອາກອນ​ສິນຄ້າ​ນຳ​ເຂົ້າຈາກ​ອາ​ເມ​ລິ​ກາ.

ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ - 645x344 trump threatens eu with taxes on cars if bloc increases tariffs on us companies 1520104519708 300x160 - ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ

ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ - Visit Laos Visit SALANA BOUTIQUE HOTEL - ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ວໍ​ຊິງ​ຕັນ ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 3 ມີນາ​ວ່າ: ປະທານາທິບໍດີ ​ໂດ​ນັນ ທຣຳ ​ກ່າວ​ວ່າ: ຖ້າ EU ຕ້ອງການ​ຂຶ້ນພາສີ ​ແລະ ສ້າງ​ກຳ​ແພງ​ການ​ຄ້າ​ກັບ​ບໍລິສັດ​ຂອງ​ອາ​ເມ​ລິ​ກາທີ່​ເຮັດ​ທຸລະ​ກິດ​ຢູ່​ໃນ​ເອີຣົບ, ທ່ານ​ຈະ​ຕອບ​ໂຕ້​ດ້ວຍ​ການ​ຂຶ້ນພາສີ​ລົດຍົນ​ເອີຣົບທຸກ​ຍີ່​ຫໍ້ ​ເຊິ່ງນຳ​ເຂົ້າມາ​​ໃນ​ອາ​ເມ​ລິ​ກາ​ຈົນ​ຜູ້​ຜະລິດ​ໃນ​ທ້ອງ​ຖິ່ນ​ບໍ່​ສາມາດ​ຈຳໜ່າຍ​ສິນຄ້າ​ຂອງ​ຕົນ​ເອງ​ໄດ້.

ປັດຈຸບັນ​ກະຊວງ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ກຳນົດ​ອັດຕາ​ພາສີ​ລົດຍົນ​ສ່ວນ​ບຸກຄົນ​ນຳ​ເຂົ້າຈາກ​ເອີຣົບ​ໄວ້​ທີ່ 2,5% ​ແລະ 25% ສຳລັບ​ລົດ​ຕູ້, ລົດ​ກະບະ ​ແລະ ລົດ​ບັນທຸກ. ຂະນະ​ທີ່​ຄະນະ​ກຳມາ​ທິການ​ເອີຣົບ (EC) ກຳນົດ​ອັດຕາ​ພາສີ​ລົດຍົນ​ທຸກ​ປະ​ເພດ​ທີ່​ນຳ​ເຂົ້າຈາກ​ອາ​ເມ​ລິ​ກາ​ໄວ້​ທີ່ 10%. ສ່ວນ​ບໍລິສັດ​ໂຟກສວາ​ເກນ ຜູ້​ຜະລິດ​ລົດ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ເອີຣົບຈາກ​ເຢຍລະ​ມັນ ມີ​ໂຮງງານ​ຂະໜາດ​ໃຫຍ່​ຕັ້ງຢູ່​​ໃນ​ລັດ​ເຊົາ​​ແຄ​​ໂຣ​ໄລ​ນາ ​ແລະ ມີ​ພະນັກງານ​ປະຕິບັດ​ໜ້າ​ທີ່​ຫລາຍ​ກວ່າ 9.000 ຄົນ. ນອກຈາກ​ນີ້ ອາ​ເມ​ລິ​ກາ​ຍັງ​ຖື​ເປັນ​ຕະຫລາດ​ໃຫຍ່​ຂອງ​ລົດຍົນ​ຈາກ​ເຢຍລະ​ມັນ ທັງ BMW ​ແລະ ​ເມີ​ເຊ​ເດ​ສ-​ເບ​ນ ດ້ວຍ​ອັດຕາ​ສ່ວນ 15% ຂອງ​ສິນຄ້າ​ທັງ​ໝົດ​ທີ່​ບໍລິສັດ​ທັງ​ສອງ​ແຫ່ງ​ສົ່ງ​ອອກ​ໄປ​ຈຳໜ່າຍ​ທົ່ວ​ໂລກ.

ທ່າ​ທີ​ດັ່ງກ່າວ​ຂອງ​ທ່ານ ທຣຳ ມີ​ຂຶ້ນຫລັງ​ທ່ານ ມອງ ​ໂຄດ ຍຸງ​ເກີ ປະທານ EC ກ່າວ​ໃນ​ວັນ​ທີ 2 ມີນາ​ວ່າ: ​ເອີຣົບກຳລັງ​ພິຈາລະນາ​ມາດ​ຕະການ​ຕອບ​ໂຕ້​ກໍລະນີ​ທີ່​ອາ​ເມ​ລິ​ກາ​ກຽມ​ຂຶ້ນພາສີ​ສິນຄ້າ​ນຳ​ເຂົ້າປະ​ເພດ​ເຫລັກ ​ແລະ ອາ​ລູມີ​ນຽມ​ເປັນ 25% ​ແລະ 10% ຕາມ​ລຳດັບ ​ໂດຍ​ແນວທາງ​ຂອງ EC ລວມທັງ​ການ​ຂຶ້ນພາສີ​ສິນຄ້າ​ຂອງ​ອາ​ເມ​ລິ​ກາ​ຫລາຍ​ລາຍການ.

ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ - 4 - ທ່ານ ທຣຳ ຂູ່ຂຶ້ນພາສີລົດຍົນ ນຳເຂົ້າຈາກເອີຣົບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!