ລາວ-ຈີນ ຫາລືຕ້ານ​ການ​ລັກລອບ​ປູ​ກຝິ່ນ​ຕາມ​ຊາຍ​ແດນ

- laos china - ລາວ-ຈີນ ຫາລືຕ້ານ​ການ​ລັກລອບ​ປູ​ກຝິ່ນ​ຕາມ​ຊາຍ​ແດນ
- kitchen vibe - ລາວ-ຈີນ ຫາລືຕ້ານ​ການ​ລັກລອບ​ປູ​ກຝິ່ນ​ຕາມ​ຊາຍ​ແດນ

ເມື່ອທ້າຍອາທິດຜ່ານມານີ້, ຫ້ອງການ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດລາວ-ຈີນ, ໄດ້ຮ່ວມກັນປຶກສາຫາລື​ຕ້ານ​ການ​ລັກລອບ​ປູກ​ຝິ່ນຕາມຊາຍແດນຂຶ້ນທີ່ເມືອງຍອດອູແຂວງຜົ້ງສາລີ, ຝ່າຍລາວນໍາໂດຍທ່ານພັນເອກ ອ່ອນ​ພິວ ​ໂຄ້ງ​ວຽງ​ທອງ ຫົວໜ້າ​ຫ້ອງການ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ ແລະ ຝ່າຍຈີນນໍາໂດຍທ່ານພົນໂທ ນິງທຽນ​ສີ ຮອງ​ເລຂາທິການ​ຄະນະ​ກຳມະການ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ແຫ່ງຊາດ​ຈີນ, ໂດຍສອງຝ່າຍໄດ້ລາຍງານສະພາບການຮ່ວມມືໃນວຽກງານ​ຮັກສາຄວາມ​ສະຫງົບ, ໂດຍສະ​ເພາະ​ການ​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ ​ແລະ ການ​ກະທຳ​ຜິດລະບຽບ​ກົດໝາຍຕ່າງໆ ເປັນຕົ້ນ: ​ການ​ລັກລອບ​ປູກ​ຝິ່ນຂອງປະຊາຊົນ​ຢູ່​ລຽບ​ຕາມ​ຊາຍ​ແດນ​ລະຫວ່າງເຂດ​ເມືອງ​ຍອດ​ອູ​ແຂວງ​ຜົ້ງສາລີ ແລະ ເມືອງ​ຈັງ​ເຊິ​ນ​ແຂວງ​ຢູນນານ ສປຈີນ, ​ເຊິ່ງເຫັນວ່າ​ຍັງ​ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​​ໄດ້ພະຍາຍາມ​ລັກລອບ​ປູກ​ຝິ່ນ​ຢູ່​ລຽບ​ຕາມ​ຊາຍ​ແດນ, ໂດຍສອງຝ່າຍຈະເພີ່ມທະວີການຮ່ວມມືໃນການແກ້ບັນຫາດັ່ງກ່າວຕາມລະບຽບກົດໝາຍໃຫ້ມີປະສິດທິພາບ, ພ້ອມ​ທັງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃຫ້ໜ່ວຍງານກ່ຽວຂ້ອງ ​ແລະ ອຳນາດ​ການ​ປົກຄອງທ້ອງຖິ່ນເອົາ​ໃຈ​ໃສ່​ຕິດຕາມ​ກວດກາ​ສະກັດ​ກັ້ນ ແລະ ຕ້ານການປູກຝິ່ນ, ໄປຄຽງຄູ່ການຊຸກຍູ້​ສົ່ງ​ເສີມ​ໃຫ້​ປະຊາຊົນ​ໃນເຂດເປົ້າໝາຍຫັນ​ມາ​ປູກຝັງ-ລ້ຽງສັດ​ຜະລິດ​ເປັນ​ສິນຄ້າ ເພື່ອສ້າງ​ລາຍ​ຮັບ​ໃຫ້​ຄອບຄົວ​ດີ​ຂຶ້ນ​ເທື່ອລະກ້າວ ​ແລະ ພ້ອມ​ກັນປະກອບສ່ວນ​ປົກ​ປັກ​ຮັກສາ​ຊາຍ​ແດນ​ໃຫ້ມີ​ຄວາມ​ສະຫງົບ ​ແລະ ເປັນ​ລະບຽບ​ຮຽບຮ້ອຍ​ດີ.

- 5 - ລາວ-ຈີນ ຫາລືຕ້ານ​ການ​ລັກລອບ​ປູ​ກຝິ່ນ​ຕາມ​ຊາຍ​ແດນ
- 3 - ລາວ-ຈີນ ຫາລືຕ້ານ​ການ​ລັກລອບ​ປູ​ກຝິ່ນ​ຕາມ​ຊາຍ​ແດນ
- 4 - ລາວ-ຈີນ ຫາລືຕ້ານ​ການ​ລັກລອບ​ປູ​ກຝິ່ນ​ຕາມ​ຊາຍ​ແດນ
- Visit Laos Visit SALANA BOUTIQUE HOTEL - ລາວ-ຈີນ ຫາລືຕ້ານ​ການ​ລັກລອບ​ປູ​ກຝິ່ນ​ຕາມ​ຊາຍ​ແດນ
- Visit Laos Visit SALANA BOUTIQUE HOTEL - ລາວ-ຈີນ ຫາລືຕ້ານ​ການ​ລັກລອບ​ປູ​ກຝິ່ນ​ຕາມ​ຊາຍ​ແດນ