ເຈົ້າໜ້າທີ່ເລັ່ງດັບມອດໄຟໄໝ້ສະໜາມຂີ້ເຫຍື້ອຢູ່ຫລັກ 32 ເມືອງໄຊທານີ

ເຈົ້າໜ້າທີ່ສະກັດກັ້ນ ແລະ ມອດໄຟນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 4 ມີນານີ້, ໄດ້ມີປະຊາຊົນຈູດປ່າແລ້ວເຮັດໃຫ້ໄຟລາມມາໃສ່ສະຖານທີ່ເກັບມ້ຽນຂີ້ເຫຍື້ອຫລັກ 32 ບ້ານນາຜາສຸກເມືອງໄຊທານີ, ເຮັດໃຫ້ເກີດໄຟໄໝ້ຢ່າງຮ້າຍແຮງເປັນບໍລິເວນກວ້າງປະມານ 50 ເຮັກຕາ, ສົ່ງຜົນມີມົນລະພິດຈາກຄວັນໄຟປິວຂຶ້ນສູ່ທ້ອງຟ້າສົ່ງຜົນກະທົບຕໍ່ປະຊາຊົນທີ່ຢູ່ໃກ້ຄຽງ, ເຖິງວ່າປັດຈຸບັນເຈົ້າໜ້າທີ່ມອດໄຟ ແລະ ໜ່ວຍງານຄຸ້ມຄອງສະໜາມຂີ້ເຫຍື້ອຂອງ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ພ້ອມກັນສຸມກຳລັງເພື່ອສະກັດກັ້ນບໍ່ໃຫ້ໄຟໃໝ້ລາມອອກວົງກ້ວາງ ແລະ ໄດ້ຮຽກຮ້ອງໃຫ້ປະຊາຊົນໃນ ເຂດໃກ້ຄຽງຈົ່ງເອົາໃຈໃສ່ໃນການປ້ອງກັນການສູດດົມຄວັນໄຟ, ໂດຍໃຫ້ສວມຜ້າອັດດັງເພື່ອປ້ອງກັນຄວັນ ແລະ ກິ່ນຂິວຈາກໄຟໃໝ້ດັ່ງກ່າວ.
ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໃຫ້ຮູ້ວ່າ: ສະໜາມຂີ້ເຫຍື້ອຫລັກ 32 ມີເນື້ອທີ່ຫລາຍກວ່າ 100 ເຮັກຕາ ເພື່ອຮອງຮັບການເກັບມ້ຽນຂີ້ເຫຍື້ອຂອງນະຄອນຫລວງວຽງຈັນ, ຊຶ່ງແຕ່ລະມື້ຈະຜະລິດຂີ້ເຫຍື້ອອອກປະມານ 300-350 ໂຕນ, ໃນຂະນະທີ່ຄວາມສາມາດໃນການເກັບມ້ຽນຂີ້ເຫຍື້ອ ແລະ ເອົາໄປທຳລາຍຖິ້ມຢູ່ສະໜາມບຳບັດຂີ້ເຫຍື້ອດັ່ງກ່າວໄດ້ປະມານ 200-250 ໂຕນຕໍ່ວັນ. ສ່ວນທີ່ເຫລືອແມ່ນເປັນພັນທະຂອງສັງຄົມ. ດັ່ງນັ້ນໃນຜ່ານມາ, ຈຶ່ງກໍ່ໃຫ້ເກີດມີປາກົດການສວຍໂອກາດເອົາຂີ້ເຫຍື້ອຖີ້ມຊະຊາຍຢູ່ບ່ອນສາທາລະນະ, ຖີ້ມລົງແມ່ນໍ້າ, ຈູດ ອັນໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ໃນຕົວເມືອງ ແລະ ອື່ນໆ. ປັດຈຸບັນ, ເຈົ້າໜ້າທີ່ ພວມສຸມໃສ່ດັບມອດ ແຕ່ກໍພົບຄວາມຫຍຸ້ງຍາກ ເນື່ອງຈາກສະພາບອາກາດຮ້ອນ ແລະ ມີຂີ້ເຫຍື້ອເປັນຈໍານວນຫລາຍ, ຊຶ່ງຄາດວ່າຈະໃຊ້ເວລາເຖິງ 2 ວັນ ຈະສາມາດຄວບຄຸມໄຟໄວ້ໄດ້.