ເລື່ອງສຳຄັນກ່ອນທີ່ທ່ານຈະກະສຽນ

- 040503 2018 - ເລື່ອງສຳຄັນກ່ອນທີ່ທ່ານຈະກະສຽນ
- kitchen vibe - ເລື່ອງສຳຄັນກ່ອນທີ່ທ່ານຈະກະສຽນ

ຂໍ້ມູນຕໍ່ໄປນີ້ຈະເປັນປະໂຫຍດໃຫ້ແກ່ຫລາຍໆທ່ານທີ່່ຍັງບໍ່ທັນໄດ້ກະສຽນອາຍຸຈາກວຽກທີ່ເຮັດຢູ່ ຫລື ຜູ້ທີ່ກຳລັງຈະກະສຽນ ໃນໄວໆນີ້.

  1. ເງິນເດືອນສ່ຽງສຸດ : ເມື່ອກະສຽນແລ້ວບໍ່ມີເງິນເດືອນ ແລະ ດຽວນີ້ບາງບໍລິສັດກໍບໍ່ມີເງິນກ້ອນ ຫລັງກະສຽນໃຫ້ພະນັກງານນຳອີກ ເພາະມັນເປັນຄ່າໃຊ້ຈ່າຍທີ່ບໍລິສັດຕ້ອງຕັດເປັນສິ່ງທຳອິດເມື່ອຕ້ອງການຫລຸດຕົ້ນທຶນທຸລະກິດ.
  2. ບາງຄົນອາຍຸຍືນ : ຍ້ອນການແພດປະຈຸບັນທັນສະໄໝຂຶ້ນ ທ່ານຈະມີອາຍຸຍືນຂຶ້ນ ລອງຄຳນວນເບິ່ງວ່າເງິນທ້ອນທີ່ທ່ານມີ ນັ້ນມັນຈະໝົດກ່ອນທ່ີທ່ານຈະເສຍຊີວິດຫລືບໍ່.
  3. ລູກຫລານລ້ຽງດູທ່ານຫລືບໍ່ : ບໍ່ແມ່ນວ່າລູກຫລານບໍ່ກະຕັນຍູ, ແຕ່ໂຕພວກເຂົາເອງຍັງເອົາບໍ່ລອດ ຈະເອົາປັນຍາໃສມາດູແລຄົນກະສຽນຄືເຮົາ, ພາລະແມ່ນສິ່ງທຳອິດທີ່ຄົນປະໄວ້ເມື່ອເກີດວິກິດ, ຢ່າເຮັດໂຕເຮົາໃຫ້ເປັນພາລະແກ່ຄົນອື່ນ ເພາະວິກິດເກີດຂຶ້ນໄດ້ເປັນປະຈຳ.
  4. ບໍ່ຮູ້ຈັກຄຳວ່າ Passive Income : ສຳລັບຄົນທີ່ມີ Passive Income ຫລື ເງິນທີ່ໄຫລເຂົ້າມາຫາເຮົາເລື້ອຍໆ ເຖິງວ່າຈະຢຸດເຮັດວຽກໄປແລ້ວ ຫລື ແມ່ນແຕ່ນອນປ່ວຍຢູ່ ເງິນນີ້ກໍຍັງໄຫລເຂົ້າມາ. ການສ້າງ Passive Income ມັນເກີດຈາກການລົງທຶນແບບຊື້ສິ່ງຂອງທີ່ມູນຄ່າຂອງມັນສາມາດສ້າງລາຍຮັບໄດ້ແບບ ບໍ່ຕ້ອງຂາຍສິ່ງນັ້ນຊົ່ວຊີວິດ ເຊັ່ນ : ທ້ອນເງິນໃນຫຸ້ນ, ທ້ອນເງິນໃນອະສັງຫາລິມະຊັບໃຫ້ເຊົ່າ ເປັນຕົ້ນ.
  5. ເງິນກ້ອນທີ່ທ່ານທ້ອນຮັກສາຍາກທີ່ສຸດ : ຈະມີວິກິດເສດຖະກິດເກີດຂຶ້ນອີກຫລາຍເທື່ອຫລັງກະສຽນ, ເສດຖະກິດຍຸກປະຈຸບັນປ່ຽນແປງຢ່າງໜ້າຢ້ານ ແລະ ເກີດວິກິດແຮງ ແລະ ເກີດຂຶ້ນຖີ່ເລື້ອຍໆ ການລົງທຶນແຕ່ໄລຍະສັ້ນ ຫລື ເນັ້ນແຕ່ເກັບເງິນກ້ອນຂອງຄົນສ່ວນຫລາຍນັ້ນບໍ່ເປັນຜົນດີແນ່ນອນ ເພາະເງິນກ້ອນຮັກສາຍາກທີ່ສຸດ, ແຕ່ເງິນ Passive Income ເທົ່ານັ້ນທີ່ສາມາດລ້ຽງດູເຮົາໄປຕະຫລອດຊີວິດໄດ້.
  6. ເຮົາບໍ່ມີຄ່າຫລັງກະສຽນ ເພາະວຽກແມ່ນການອະທິບາຍໂຕຕົນຂອງເຮົາ : ຄົນກະສຽນທີ່ບໍ່ໄດ້ກຽມໂຕຈະຈິດຕົກ ແລະ ກັງວົນຫລາຍ ເພາະຮູ້ສຶກວ່າໂຕເອງໝົດຄຸນຄ່າ ໝົດຄວາມສຳຄັນ ເຂົາລືມໄປວ່າວຽກແມ່ນການອະທິບາຍໂຕຕົນຂອງເຮົາ ເມື່ອເຮົາຢຸດອະທິບາຍໂຕເອງ ຄົນກໍຈະຄ່ອຍໆແນມບໍ່ເຫັນເຮົາ.
  7. ເງິນບໍ່ໄດ້ຈຳເປັນ, ແຕ່ຫລັງກະສຽນຈະຈຳເປັນທີ່ສຸດ : ຜູ້ເຖົ້າທີ່ມີລູກຫລານອ້ອມຂ້າງຜັດປ່ຽນກັນມາເບິ່ງແຍງດູແລ ກໍຍ້ອນຜູ້ເຖົ້າຄົນນີ້ກຽມມໍລະດົກກ້ອນໃຫຍ່ໄວ້ໃຫ້ລູກຫລານ ເຊັ່ນ : ພໍ່ກຽມເງິນທ້ອນໃນຫຸ້ນກັບອະສັງຫາລິມະຊັບໄວ້ໃຫ້ລູກຫລັງຈາກທີ່ພໍ່ເສຍຊີວິດ, ຍິ່ງໃຫ້ຍິ່ງໄດ້.
  8. ເຈົ້າຂອງທຸລະກິດ ເຂົາບໍ່ຕ້ອງກະສຽນ : ເຈົ້າຂອງທຸລະກິດເຂົາເຮັດວຽກຈົນຕາຍບໍ່ມີກະສຽນເຂົາບໍ່ຕ້ອງເຮັດ ເຂົາພຽງແຕ່ມັກທີ່ຈະເຮັດ ທີ່ເຂົາເຮັດຍ້ອນເຂົາຢາກອະທິບາຍໂຕຕົນຂອງເຂົາ ເພື່ອທີ່ຄົນອື່ນຈະໄດ້ເຫັນຄຸນຄ່າ ແລະ ໃຫ້ກຽດເຂົາຕະຫລອດຊີວິດ.
  9. ກະສຽນແລ້ວຈະສະບາຍ ບໍ່ແມ່ນຄວາມຈິງ : ໃຜທີ່ກະສຽນແລ້ວສະບາຍ ແມ່ນເຂົາສະບາຍຕັ້ງແຕ່ຍັງບໍ່ທັນກະສຽນ, ສ່ວນໃຜທີ່ເວົ້າວ່າກະສຽນແລ້ວຈະສະບາຍນັ້ນ ບໍ່ແມ່ນແນ່ນອນ.
  10. ທຸກຢ່າງໃນໂລກນີ້ມັນກໍເປັນພຽງປະສົບການ : ຍິ່ງທ່ານເຖົ້າທ່ານກໍຈະພົບວ່າຊີວິດມັນກໍເປັນພຽງແຕ່ການເດີນທາງ ແລະ ທຸກຢ່າງມັນກໍແມ່ນປະສົບການ, ຄວາມສຸກຫລາຍ, ຄວາມທຸກຫລາຍ, ລົ້ມເຫລວຫລາຍ, ຊະນະຫລາຍ, ຖືກຫັກຫລັງຫລາຍ, ຖືກໂກງ, ຖືກເອົາປຽບ ເມື່ອເວລາຜ່ານໄປ ທັງເລື່ອງໃຫຍ່ ແລະ ເລື່ອງນ້ອຍກໍຈະປ່ຽນເປັນພຽງແຕ່ປະສົບການຄືກັນໝົດ.

ແລະ ຄຳແນະນຳຂອງຜູ້ທີ່ມີປະສົບການຜ່ານມາແລ້ວກໍຄື ວຽກແມ່ນການອະທິບາຍໂຕຕົນ, ໃຫ້ປ່ຽນວຽກຍາມວ່າງ ຫລຶ ກິດຈະ ວັດຍາມວ່າງທີ່ທ່ານຮັກໃຫ້ເປັນເງິນຕັ້ງແຕ່ຕອນທີ່ທ່ານຍັງມີແຮງ ແລ້ວຊີວິດທ່ານຈະຫລິ້ນເປັນເງິນທັງຊິວີດ ເພາະເຮົາດູແລໂຕເອງໄດ້ ແລະ ໄດ້ເຮັດສິ່ງທີ່ຮັກທີ່ອະທິບາຍໂຕເຮົາໄປຊົ່ວຊີວິດໄດ້.

- Visit Laos Visit SALANA BOUTIQUE HOTEL - ເລື່ອງສຳຄັນກ່ອນທີ່ທ່ານຈະກະສຽນ
- Visit Laos Visit SALANA BOUTIQUE HOTEL - ເລື່ອງສຳຄັນກ່ອນທີ່ທ່ານຈະກະສຽນ
- 4 - ເລື່ອງສຳຄັນກ່ອນທີ່ທ່ານຈະກະສຽນ
- 5 - ເລື່ອງສຳຄັນກ່ອນທີ່ທ່ານຈະກະສຽນ
- 3 - ເລື່ອງສຳຄັນກ່ອນທີ່ທ່ານຈະກະສຽນ