ຄວນໃຫ້ຄວາມສຳຄັນເມື່ອຈະໃຫ້ພີ່ນ້ອງຢືມເງິນ

- 030503 2018 - ຄວນໃຫ້ຄວາມສຳຄັນເມື່ອຈະໃຫ້ພີ່ນ້ອງຢືມເງິນ
- kitchen vibe - ຄວນໃຫ້ຄວາມສຳຄັນເມື່ອຈະໃຫ້ພີ່ນ້ອງຢືມເງິນ

ບາງຄົນອາດຄິດວ່າເລື່ອງແບບນີ້ຕ້ອງປະຕິເສດເທົ່ານັ້ນ ໂອກາດທີ່ຈະໄດ້ເງິນຄືນມີໜ້ອຍ, ແຕ່ຫລາຍຄົນມັກຈະມີນຳ້ໃຈເປັນພິເສດຕໍ່ຍາດມິດທີ່ຮັກ. ເມື່ອໃດທີ່ທ່ານບໍ່ສາມາດປະຕິເສດການໃຫ້ພ່ີນ້ອງຢືມເງິນໄດ້ ຢ່າງໜ້ອຍທີ່ສຸດຄວນຫລີກເວັ້ນ 3 ສິ່ງນີ້ :

  1. ລືມບອກຜົວ ຫລື ເມຍ : ຫາກທ່ານແຕ່ງດອງແລ້ວ ຢ່າໃຫ້ພີ່ນ້ອງ ຫລື ໃຜຢືມເງິນໂດຍບໍ່ບອກຄູ່ຊີວິດຂອງທ່ານກ່ອນ. ສຳລັບຄົນທີ່ໃຊ້ຊີວິດຄູ່ນຳກັນ ເລື່ອງເງິນຈະຖືເປັນຄວາມຮັບຜິດຊອບຮ່ວມກັນ ແລະ ການໃຫ້ຄົນອື່ນຢືມເງິນກໍເປັນສິ່ງທີ່ຄູ່ຊີວິດຂອງທ່ານຄວນຮັບຮູ້ນຳ, ການບໍ່ລົມກັນ ຫລື ບໍ່ບອກກັນເວລາຕັດສິນໃຈເລື່ອງເງິນໆຄຳໆ ເຊັ່ນ : ການໃຫ້ພີ່ນ້ອງຢືມເງິນອາດເຮັດໃຫ້ເກີດບັນຫາໃນຊີວິດຄູ່ໄດ້. ຜົວ ຫລື ເມຍຂອງທ່ານຈະຕ້ອງໄດ້ຮູ້ວ່າທ່ານກຳລັງໃຫ້ໃຜຢືມເງິນ, ເປັນຈຳນວນເງິນເທົ່າໃດ, ແລ້ວເປັນຫຍັງຈຶ່ງຢືມ ເຊິ່ງເຂົາອາດຈະບໍ່ເຫັນດີນຳ ບໍ່ວ່າຈະຍ້ອນເຫດຜົນໃດກໍຕາມ,​ ແຕ່ນັ້ນໝາຍຄວາມວ່າ ທ່ານອາດຕ້ອງປະຕິເສດບໍ່ໃຫ້ພີ່ນ້ອງຜູ້ນັ້ນຢືມເງິນ. ແນວໃດກໍຕາມ ທ່ານກໍຍັງຊ່ວຍພີ່ນ້ອງຂອງທ່ານໃນການຫາແຫ່ລງຄວາມຊ່ວຍເຫລືອຈາກບ່ອນອື່ນໄດ້.
  2. ບໍ່ຈົດສັນຍາກູ້ຢືມກັນໄວ້ : ເມື່ອທ່ານໃຫ້ພີ່ນ້ອງຢືມເງິນ ຄວນມີການຈົດສັນຍາກູ້ຢືມເພື່ອເປັນການຄຳ້ປະກັນວ່າທ່ານຈະໄດ້ເງິນຄືນ ໂດຍສະເພາະເມື່ອໃຫ້ຢືມເປັນຈຳນວນຫລາຍ ຢ່າງໜ້ອຍໆໃຫ້ຂຽນສັນຍາບົ່ງບອກວ່າເງິນທີ່ຢືມໄປນັ້ນເທົ່າໃດ, ການຈ່າຍຄືນຈະຈ່າຍແນວໃດ ແລະ ຕ້ອງຈ່າຍຄືນທັງໝົດກ່ອນມື້ໃດ ແລະ ລະບຸນຳວ່າມີການຄິດໄລ່ດອກເບ້ຍນຳກັນຫລືບໍ່. ທ່ານອາດຈະໃຫ້ໃຜຈັກຄົນມາເປັນພະຍານກໍໄດ້ ຫລື ເອົາເອກະສານໄປເຊັນນຳອຳນາດການປົກຄອງບ້ານ ຫລື ພາກສ່ວນກ່ຽວຂ້ອງເພື່ອໃຫ້ສັນຍານນັ້ນເປັນສັນຍາກູ້ຢືມຢ່າງເປັນທາງການ ເຖິງວ່າການເຮັດແບບນີ້ອາດເຮັດໃຫ້ທ່ານກັບພີ່ນ້ອງຮູ້ສຶກອຶດອັດໃຈ, ແຕ່ການມີສັນຍາຢ່າງເປັນທາງການແບບນີ້ນອກຈາກຈະມີປະໂຫຍດຕໍ່ໂຕທ່ານເອງແລ້ວ ຍັງມີປະໂຫຍດຕໍ່ພີ່ນ້ອງນຳ.
  3. ໃຫ້ພີ່ນ້ອງໃຊ້ບັດເຄຣດິດ : ຢ່າໃຫ້ສະມາຊິກໃນຄອບຄົວ ຫລື ຍາດຕິພີ່ນ້ອງໃຊ້ບັດເຄຣດິດຂອງທ່ານເດັດຂາດ, ບັດເຄຣດິດຂອງທ່ານກໍຄວນຈະເປັນຂອງທ່ານ ແລະ ການຊື້ສິນຄ້າ ແລະ ບໍລິການຫຍັງກໍຕາມ ຖືເປັນຄວາມຮັບຜິດຊອບຂອງທ່ານ ຫາກຈະໃຫ້ຍາດຕິພີ່ນ້ອງຢືມເງິນ ຄວນໃຫ້ໃນຮູບແບບຂອງເງິນສົດ ຫລື ແຊັກຈະດີກ່ວາ ເງິນຈະໄດ້ຈັບຕ້ອງໄດ້.

ຈື່ໄວ້ສະເໝີວ່າ ເມື່ອທ່ານໃຫ້ສະມາຊິກໃນຄອບຄົວ ຫລື ຍາດຕິພີ່ນ້ອງຢືມເງິນ ທ່ານອາດບໍ່ໄດ້ເຫັນເງິນກ້ອນນັ້ນກັບຄືນມາອີກເລີຍ ເພາະພວກເຂົາອາດຈະຖືວ່າທ່ານໃຫ້ເປັນຂອງຂັວນ ແລະ ຮູ້ສຶກວ່າບໍ່ຈຳເປັນຕ້ອງສົ່ງເງິນຄືນທ່ານ. ດັ່ງນັ້ນ, ທ່ານຄວນຄິດເບິ່ງໃຫ້ດີກ່ອນນຳວ່າທ່ານມີຄວາມສາມາດທີ່ຈະໃຫ້ພວກເຂົາຢືມເງິນແທ້ໆຫລືບໍ່ ຫາກເກີດການຜິດສັນຍາທ່ານຈະເດືອດຮ້ອນຫລືບໍ່.

- Visit Laos Visit SALANA BOUTIQUE HOTEL - ຄວນໃຫ້ຄວາມສຳຄັນເມື່ອຈະໃຫ້ພີ່ນ້ອງຢືມເງິນ
- Visit Laos Visit SALANA BOUTIQUE HOTEL - ຄວນໃຫ້ຄວາມສຳຄັນເມື່ອຈະໃຫ້ພີ່ນ້ອງຢືມເງິນ

ບາງຄົນອາດຈະບອກວ່າ ເວລາມີຍາດຕິພີ່ນ້ອງມາຂໍຢືມເງິນ ບໍ່ໃຫ້ຈະເປັນການດີທີ່ສຸດ, ແຕ່ເວົ້າງ່າຍກ່ວາເຮັດແມ່ນບໍ່ ເພາະທ່ານອາດຈະບໍ່ຢາກຖິ້ມໃຫ້ຍາດຕິພີ່ນ້ອງ ຫລື ໝູ່ສະໜິດໂຕເອງເດືອດຮ້ອນເວລາເຂົາຕ້ອງການຄວາມຊ່ວຍເຫລືອ ເຖິງວ່າສຸດທ້າຍທ່ານອາດບໍ່ໄດ້ຮັບເງິນກັບຄືນມາ ແນວໃດກໍຄວນຕັດສິນໃຈໂດຍສະໝອງ ຢ່າລືມຄິດໃຫ້ຖີ່ຖ້ວນກ່ອນ ຈະໄດ້ບໍ່ຖືກເອົາປຽບ ບໍ່ວ່າຈະແມ່ນພີ່ນ້ອງ ຫລື ຄົນອື່ນກໍຕາມ.

- 3 - ຄວນໃຫ້ຄວາມສຳຄັນເມື່ອຈະໃຫ້ພີ່ນ້ອງຢືມເງິນ
- 4 - ຄວນໃຫ້ຄວາມສຳຄັນເມື່ອຈະໃຫ້ພີ່ນ້ອງຢືມເງິນ
- 5 - ຄວນໃຫ້ຄວາມສຳຄັນເມື່ອຈະໃຫ້ພີ່ນ້ອງຢືມເງິນ