ອັນຕະລາຍຈາກການກິນແມງໄມ້ຈືນກັບເຫລົ້າ – ເບຍ

ຈາກກໍລະນີທີ່ມີການເຜີຍແຜ່ວິດີໂອຄລິບໃນໂລກອອນລາຍເຖິງພຶດຕິກຳການບໍລິໂພກໂດຍການດຶງກົ້ນແມງໄມ້ຊະນິດຕ່າງໆທີ່ນິຍົມກິນກັນ ໂດຍເມື່ອດຶງກົ້ນແມງໄມ້ອອກມາກໍພົບວ່າ : ທ້ອງຂອງແມງໄມ້ມີທັງແມ່ພະຍາດ ແລະ ໄຂ່ຂອງແມ່ພະຍາດ ຫລື ແມ່ທ້ອງເຕັມໄປໝົດ ຈົນສ້າງຄວາມຢ້ານ ແລະ ກັງວົນໃຈໃຫ້ແກ່ປະຊາຊົນ ໂດຍສະເພາະຜູ້ທີ່ມັກກິນແມງໄມ້ຈືນ ເຊິ່ງຫລັງຈາກນັ້ນບໍ່ດົນກໍມີບັນດາແພດຜູ້ຊ່ຽວຊານອອກມາ ເປີດເຜີຍວ່າ : ປົກກະຕິແລ້ວໃນສິ່ງແວດລ້ອມອ້ອມໂຕເຮົາກໍຈະມີແມ່ພະຍາດ ແລະ ເຊື້ອພະຍາດຕ່າງໆຢູ່ແລ້ວ ດັ່ງນັ້ນການພົບແມ່ພະຍາດໃນສັດຈຶ່ງບໍ່ແມ່ນເລື່ອງແປກ ແລະ ແມ່ພະຍາດ ຫລື ແມ່ທ້ອງທຸກໂຕ ບໍ່ໄດ້ເຮັດໃຫ້ເກີດພະຍາດໃນຄົນໄດ້ ເຊິ່ງຈະມີແມ່ພະຍາດບາງຊະນິດເທົ່ານັ້ນທີ່ຈະເກີດພະຍາດໃນຄົນ.
ພົບວ່າມີ 2 ຊະນິດ ໄດ້ແກ່ : ແມ່ພະຍາດໃບໄມ້ໃນຕັບທ່ີໄດ້ຮັບຈາກການກິນປາດິບ, ແມ່ພະຍາດປາກຂໍທີ່ຈະດຸດເຂົ້າໄປໃນຕີນ ເປັນຕົ້ນ. ສ່ວນຊະນິດອື່ນສ່ວນຫລາຍແລ້ວຈະບໍ່ກໍ່ໃຫ້ເປັນພະຍາດ ເຖິງວ່າຈະກິນເຂົ້າໄປກໍບໍ່ເປັນອັນຕະລາຍ ຍົກເວັ້ນບາງຄົນທີ່ມີອາການແພ້ ຫລື ແມ່ພະຍາດເຂົ້າໄປຈັບຢູ່ບໍ່ຖືກບ່ອນ ເຊັ່ນ : ແມ່ພະຍາດອາດຈະດຸດເຂົ້າໄປທຳລາຍອະໄວຍະວະຕ່າງໆຈົນເຮັດໃຫ້ເກີດພະຍາດ ແຕ່ກໍລະນີນີ້ກໍພົບໜ້ອຍ.
ສຳລັບແມ່ພະຍາດໂຕຍາວທີ່ຢູ່ໃນໂຕຂອງແມງໄມ້ທີ່ເຫັນໃນວີດີໂອຄລິບເຜີຍແຜ່ທາງໂລກອອນລາຍນັ້ນ ຫາກເອົາໄປຈືນຈົນສຸກ ແລ້ວເອົາມາກິນກໍຈະບໍ່ໄດ້ຮັບອັນຕະລາຍ ແລະ ແມ່ພະຍາດດັ່ງກ່າວກໍບໍ່ສາມາດຈະເລີນເຕີບໃຫຍ່ໃນຮ່າງກາຍຄົນໄດ້ ພຽງແຕ່ອາດເກີດກໍລະນີທີ່ແມ່ພະຍາດໂຕໃຫຍ່ຫລາຍ ແລ້ວໄປອັດຕັນລຳໄສ້ກໍເປັນໄດ້, ແຕ່ໂອກາດເກີດກໍໜ້ອຍ. ແນວໃດກໍຕາມ ປະຈຸບັນແມງໄມ້ທີ່ເອົາມາຈືນຂາຍ ສ່ວນຫລາຍມາຈາກຟາມລ້ຽງ ເຊິ່ງມີວິທີລ້ຽງທີ່ສະອາດ ຈຶ່ງປອດໄພໄດ້ໃນລະດັບໜຶ່ງ ຍ້ອນເຫດນີ້ປະຊາຊົນຈຶ່ງບໍ່ ຕ້ອງກັງວົນຫລາຍ.
ຫາກຈະກິນແມງໄມ້ກໍຂໍໃຫ້ກິນແບບສຸກໆ ໂດຍເຊື້ອພະຍາດທົ່ວໄປຈະຖືກທຳລາຍໄດ້ໂດຍຄວາມຮ້ອນ 70 ອົງສາ ຈືນປະມານ 15 – 30 ນາທີ ກໍຈະສາມາດຂ້າເຊື້ອພະຍາດໄດ້ແລ້ວ, ແຕ່ສ່ວນຫລາຍເທົ່າທີ່ພົບແມງໄມ້ຈືນກໍມັກຈະຈືນສຸກຢູ່ແລ້ວຈຶ່ງຂາຍໄດ້, ແຕ່ສິ່ງທີ່ປະຊາຊົນຕ້ອງລະວັງກໍຄື ບໍ່ຄວນກິນແມງໄມ້ຈືນຮ່ວມກັບເຄື່ອງດື່ມທີ່ມີອານກໍຮໍ ຫລື ສານມຶນເມົາ ເພາະອານກໍຮໍອາດໄປກະຕຸ້ນສານເຄມີທີ່ອາດມີຢູ່ໃນແມງໄມ້ບາງຊະນິດ ແລະ ຫາກພົບອາການຜິດປົກກະຕິ ເຊັ່ນ : ຮູ້ສຶກຊາປາກ, ມືຊາ ກໍໃຫ້ຢຸດກິນແມງໄມ້ຈືນທັນທີ.