UN ເລີ່ມສົ່ງມອບການຊ່ວຍເຫລືອ ເຂົ້າສູ່ເຂດກູຕາຕາເວັນອອກ

- image - UN ເລີ່ມສົ່ງມອບການຊ່ວຍເຫລືອ ເຂົ້າສູ່ເຂດກູຕາຕາເວັນອອກ
- kitchen vibe - UN ເລີ່ມສົ່ງມອບການຊ່ວຍເຫລືອ ເຂົ້າສູ່ເຂດກູຕາຕາເວັນອອກ

ຂະ​ບວນລົດ​ບັນທຸກ​​ເຄື່ອງ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ​ເຂົ້າສູ່​ເຂດ​ກູ​ຕາ​ຕາ​ເວັນ​ອອກ ນອກ​ນະຄອນຫລວງ​ດາ​ມັດ​ກັດ​ຂອງ​ຊີຣີ ​ເພື່ອ​ແຈກ​ຢາຍ​ໃຫ້​ແກ່​ປະຊາຊົນ​ເປັນຄັ້ງທຳ​ອິດ​ນັບ​ແຕ່​ມີ​ຄຳ​ສັ່ງ​ຢຸດ​ຍິງ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ ການ​ສູ້​ຮົບ​ຍັງ​ເກີດ​ຂຶ້ນຕໍ່​ເນື່ອງ.

- 20180305191323 300x200 - UN ເລີ່ມສົ່ງມອບການຊ່ວຍເຫລືອ ເຂົ້າສູ່ເຂດກູຕາຕາເວັນອອກ

- Visit Laos Visit SALANA BOUTIQUE HOTEL - UN ເລີ່ມສົ່ງມອບການຊ່ວຍເຫລືອ ເຂົ້າສູ່ເຂດກູຕາຕາເວັນອອກ
- Visit Laos Visit SALANA BOUTIQUE HOTEL - UN ເລີ່ມສົ່ງມອບການຊ່ວຍເຫລືອ ເຂົ້າສູ່ເຂດກູຕາຕາເວັນອອກ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ດາ​ມັດ​ກັດ ປະ​ເທດ​ຊີຣີ ​ໃນ​ວັນ​ທີ 6 ມີນາ​ວ່າ: ຂະ​ບວນລົດ​ບັນທຸກ​ເຄື່ອງ​ບັນ​ເທົາ​ທຸກ ​ແລະ ​ເພື່ອ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ (UN) ​ແລະ ສະພາ​ສ້ຽວ​ວົງ​ເດືອນ​ຊີຣີ-ອາຣັບ (SARC) ລວມ 46 ຄັນ ​ເດີນທາງ​ເຂົ້າສູ່​ເຂດ​ກູ​ຕາ​ຕາ​ເວັນ​ອອກ ທີ່ຢູ່​ນອກ​ນະຄອນຫລວງ​ດາ​ມັດ​ກັດ ​ໃນ​ວັນ​ທີ 5 ມີນາ, ​ແຕ່​ຂະ​ບວນລົດ ​ແລະ ​ເຈົ້າໜ້າ​ທີ່​ທັງ​ໝົດ​ຈຳ​ເປັນ​ຕ້ອງ​ຖອຍ​ກັບ ຫລັງ​ລົງພື້ນທີ່​ໄດ້​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ເນື່ອງ​ຈາກ​ຍັງ​ມີ​ການ​ໂຈມ​ຕີ​ຢ່າງ​ໜັກທັງ​ທາງບົກ ​ແລະ ທາງ​ອາກາດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, UN ຢືນຢັນ​ວ່າ​ເຈົ້າໜ້າ​ທີ່​ພະຍາຍາມ​ແຈກ​ຢາຍ​​ສິ່ງ​ຂອງ​ໃຫ້​ແກ່​ປະຊາຊົນ “​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້”.

ຂະນະ​ທີ່​ອົງການ​ສັງ​ເກດ​ການ​ດ້ານ​ສິດທິ​ມະນຸດ​ຊີຣີ (SOHR) ລາຍ​ງານ​ວ່າ: ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 68 ຄົນ​ຈາກ​ການ​ສູ້​ຮົບ​ໃນ​ເຂດ​ກູ​ຕາ​ຕາ​ເວັນ​ອອກ​ສະ​ເພາະ​ວັນ​ທີ 5 ມີນາ ​ເພີ່ມ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ສະໜາມຮົບ​​ແຫ່ງ​ນີ້​ທີ່​ການ​ສູ້​ຮົບ​ຮອບ​ໃໝ່​ຍືດ​ເຍື້ອມາ​ແຕ່​ກາງ​ເດືອນຜ່ານ​ມາ​ເປັນ​ຢ່າງ​ໜ້ອຍ 760 ຄົນ. ນອກຈາກ​ນີ້ ຂໍ້​ມູນ​ຈາກ SOHR ລະບຸ​ອີກ​ວ່າ: ກອງທັບ​ຊີຣີສາມາດ​ຍຶດພື້ນທີ່​ໃນ​ເຂດ​ກູ​ຕາ​ຕາ​ເວັນ​ອອກ​ກັບ​ຄືນ​ໄດ້​ແລ້ວ 40% ຫລັງ​ປິດ​ລ້ອມ​ນັບ​ແຕ່​ປີ 2013.

- 4 - UN ເລີ່ມສົ່ງມອບການຊ່ວຍເຫລືອ ເຂົ້າສູ່ເຂດກູຕາຕາເວັນອອກ
- 5 - UN ເລີ່ມສົ່ງມອບການຊ່ວຍເຫລືອ ເຂົ້າສູ່ເຂດກູຕາຕາເວັນອອກ
- 3 - UN ເລີ່ມສົ່ງມອບການຊ່ວຍເຫລືອ ເຂົ້າສູ່ເຂດກູຕາຕາເວັນອອກ