ຍີ່ປຸ່ນ​​ຊ່ວຍລາວ​ຫລາຍ​ກວ່າ 2 ແສນ​ໂດ​ລາ​​ໃນໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ

- japan aid - ຍີ່ປຸ່ນ​​ຊ່ວຍລາວ​ຫລາຍ​ກວ່າ 2 ແສນ​ໂດ​ລາ​​ໃນໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ
- kitchen vibe - ຍີ່ປຸ່ນ​​ຊ່ວຍລາວ​ຫລາຍ​ກວ່າ 2 ແສນ​ໂດ​ລາ​​ໃນໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ

​ລັດຖະບານ​ຍີ່​ປຸ່ນ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ລ້າ​ແກ່​ລາວ​ຕື່ມ​ອີກ​ຫລາຍ​ກວ່າ 270.000 ​ໂດ​ລາ​ສະ ຫະລັດ ​ເພື່ອ​ໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ​ ຕິດ​ພັນ​ກັບ​ການ​​ເຮັດ​ກະສິກຳ ​ແລະ ບໍລິຫານ​ຊັບພະຍາກອນ​ທຳ​ມະ​ຊາດຢູ່ 10 ​ບ້ານໃນ​ເຂດ​ຊົນນະບົດ​ແຂວງ​ສະຫວັນ​ນະ​ເຂດ​ ​ເປັນ​ໄລຍະ 3 ​ປີ.

​​ພິທີ​ເຊັນ​ສັນຍາ​​ດັ່ງກ່າວ ​ໄດ້​ມີ​ຂຶ້ນໃນ​ວັນ​ທີ 6 ມີນານີ້ ທີ່​ສະຖານ​ຍີ່​ປຸ່ນ ປະຈຳ ສປປ ລາວ ​ລະຫວ່າງ​ທ່ານ ທາ​ເຄຊິ ຣິຄິຮາຣະ ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ ສປປ ລາວ ​ແລະ ທ່ານ​ ທາ​ຄາ​ໂທ​ຊິ ຮາ​ເຊ​ເບະ ​ເລຂາ​ທິການ​ຂອງ​ສູນ​ອາສາ​ສະໝັກ​ສາກົນ​ຍີ່​ປຸ່ນ ​ເປັນ​ອົງການຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານຍີ່ປຸ່ນ, ມີຜູ້ຕາງໜ້າ​ຈາກ​ກະຊວງກະສິກຳ ​ແລະ ປ່າ​ໄມ້, ຜູ້ຕາງໜ້າ​ກົມແຜນການ ​ແລະ ການ​ການ​ເງິນເຂົ້າ​ຮ່ວມນຳ​ດ້ວຍ​.

ໂຄງການດັ່ງກ່າວຈະ​ຊ່ວຍ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງຊາວນາ​ ຜ່ານ​ການ​ຊ່ວຍ​ເຫລືອ ການ​ເຮັດ​ກະສິກຳ​ຢ່າງ​ມີ​ລະບົບ​ໃນ​ແຕ່ລະ​ບ້ານ ​ແລະ ສ້າງ​ຕັ້ງ​ລະບົບ​ການ​ບໍລິຫານຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ຍືນ​ຍົງ ​ໂດຍ​ການ​ສ້າງ​ປ່າ​ຊຸມ​ຊົນ ​ແລະ ວັງສະ​ຫງວນ. ​ນອກຈາກ​ນີ້, ​ໂຄງການ​ຍັງ​ຈະ​ຊ່ວຍ​ກໍ່ສ້າງສູນ​ບໍລິການ​ຄວາມ​ຮູ້ດ້ານ​ກະສິກຳ ​ແລະ ​ໂຮງຮຽນ​ສຳລັບ​ຊາວນາ ​ໃນ​ຂົງ​ເຂດ​ເປົ້າ​ໝາຍ ​ເພື່ອ​ໃຫ້​ເປັນ​ສະຖານ​ທີ່​ຝຶກ​ອົບຮົມ ທາງ​ດ້ານ​ເຕັກນິກ ​ແລະ ​ແລກປ່ຽນ​ຂໍ້​ມູນ​ຢ່າງ​ສະ​ໝ່ຳສະ​ເໝີ.

ສູນ​ອາສາ​ສະໝັກ​ສາກົນ​ຍີ່ປຸ່ນ (JVC) ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນປີ 1980, ​ແລະ​ ໄດ້​ມາ​ເຮັດ​ວຽກຢູ່ ສປປ ລາວ​ ນັບ​ແຕ່​ປີ 1989 ຊຶ່ງ​ໄດ້​ເຮັດ​ວຽກ​ກ່ຽວ​ກັບກະສິກຳ ​ແລະ ການ​ພັດທະນາ​ຊົນນະບົດ​ທີ່​ແຂວງ​ຄຳ​ມ່ວນ ​ໃນ​ປີ 1993 ​ແລະ ສະຫວັນ​ນະ​ເຂດ ປີ 2008 ກິດຈະ​ກຳຕົ້ນຕໍ​ແມ່ນ ການ​ຮັກສາ​ປ່າ​ໄມ້ ​ແລະ ດ້ານ​ກະສິກຳ.

- 5 - ຍີ່ປຸ່ນ​​ຊ່ວຍລາວ​ຫລາຍ​ກວ່າ 2 ແສນ​ໂດ​ລາ​​ໃນໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ
- 4 - ຍີ່ປຸ່ນ​​ຊ່ວຍລາວ​ຫລາຍ​ກວ່າ 2 ແສນ​ໂດ​ລາ​​ໃນໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ
- 3 - ຍີ່ປຸ່ນ​​ຊ່ວຍລາວ​ຫລາຍ​ກວ່າ 2 ແສນ​ໂດ​ລາ​​ໃນໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ