ສີລັງກາປະກາດສະຖານະການ ສຸກເສີນທົ່ວປະເທດ

- 1520334321272 960x0 - ສີລັງກາປະກາດສະຖານະການ ສຸກເສີນທົ່ວປະເທດ
- kitchen vibe - ສີລັງກາປະກາດສະຖານະການ ສຸກເສີນທົ່ວປະເທດ

ສີ​ລັງກາ​ປະກາດ​ສະຖານະ​ການສຸກ​ເສີນ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 6 ມີນາ, ພາຍຫລັງ​ກຸ່ມ​ຕໍ່ຕ້ານ​ມຸສລິ​ມກໍ່​​ເຫດ​ທຳລາຍ​ມັສຍິດ, ​ເຮືອນ ​ແລະ ມີ​ຜູ້​ເສຍ​ຊີວິດ​ແລ້ວ 2 ຄົນ.

ລັດຖະມົນຕີ​ກະຊວງ​ວາງ​ແຜນຜັງ​ເມືອງຖະ​ແຫລ​ງວ່າ: ຄະນະ​ລັດຖະບານ​ມີ​ມະຕິ​ໃຫ້​ໃຊ້​ມາດ​ຕະການ​ແຂງ​ແກ່ນ ລວມທັງ​ການ​ປະກາດ​ສະຖານະ​ການ​ສຸກ​ເສີນ​ທົ່ວ​ປະ​ເທດ​ເປັນ​ເວລາ 10 ວັນ ​ເຊິ່ງ​ໃຫ້​ອຳນາດ​ເຈົ້າໜ້າ​ທີ່​ຈັບ​ກຸມ​ຄຸມ​ຂັງ​ຜູ້​ຕ້ອງ​ສົງ​ໄສ​ໄດ້​ເປັນ​ໄລຍະ​​ເວລາ​ໜຶ່ງ ​ແລະ ​ໃຫ້​ລັດຖະບານ​ສົ່ງ​ກຳລັງ​ໄປ​ປະຈຳການ​ໄດ້​ຖ້າ​ຈຳ​ເປ​ັນ. ຖື​ເປັນຄັ້ງທຳ​ອິດ​ໃນ​ຮອບ 7 ປີ​ທີ່​ສີ​ລັງກາ​ຕ້ອງ​ປະກາດ​ສະຖານະ​ການ​ສຸກ​ເສີນ​ທົ່ວ​ປະ​ເທດ.

- Visit Laos Visit SALANA BOUTIQUE HOTEL - ສີລັງກາປະກາດສະຖານະການ ສຸກເສີນທົ່ວປະເທດ
- Visit Laos Visit SALANA BOUTIQUE HOTEL - ສີລັງກາປະກາດສະຖານະການ ສຸກເສີນທົ່ວປະເທດ

ທາງ​ການ​ໄດ້​ສົ່ງ​ຕຳຫລວດ​ກອມ​ມານ​ໂດ ພ້ອມ​ອາວຸດ​ໜັກ​ຫລາຍ​ຮ້ອຍ​ຄົນ​ໄປ​ຮັກສາ​ຄວາມ​ສະຫງົບ​ໃນ​ເມືອງ​ແຄນ​ດີ້ ​ເມືອງ​ທ່ອງ​ທ່ຽວ​ຍອດ​ນິຍົມ​ທາງ​ຕອນ​ກາງຂອງ​ປະ​ເທດ ​ໂດຍ​ໄດ້​ຂະຫຍາຍ​ຄຳ​ສັ່ງ​ຫ້າມ​ອອກ​ນອກ​ເຄຫາ​ສະຖານ​ຍາມ​ວິການ ຫລັງ​ເກີດ​ເຫດ​ຝູງ​ຊົນ​ເຜົາ​ອາຄານ​ຫລັງ​ໜຶ່ງ ​ແລະ ມີ​ຊາຍ​ມຸສລິ​ມ​ເສຍ​ຊີວິດ​ໃນ​ນັ້ນ, ກຸ່ມ​ກໍ່​ເຫດ​ພາກັນ​ທຳລາຍ​ມັສຍິດ, ຮ້ານ​ຄ້າ ​ແລະ ​ເຮືອນ​ຊາວ​ມຸສລິ​ມ​ເສຍ​ຫາຍ​ຫລາຍ​ແຫ່ງ ​ໃນ​ວັນ​ທີ 5 ມີນາ ​ເພາະ​ບໍ່ພໍ​ໃຈ​ທີ່​ຊາຍຊາວ​ສິງ​ລໍ​ຖືກ​ທຳຮ້າຍ​ເສຍ​ຊີວິດ​ໃນ​ອາທິດ​ກ່ອນ. ​ເຊັ່ນ​ດຽວ​ກັບ​ເມືອງ​ທາງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ທີ່​ຝູງ​ຊົນຈູດ​ຮ້ານ​ຄ້າ​ຂອງ​ຊາວ​ມຸສລິ​ມ ​ແລະ ທຳລາຍ​ມັສຍິດ​ແຫ່ງ​ໜຶ່ງ ພາຍຫລັງ​ມີ​ການ​ກ່າວ​ຫາ​ວ່າ​ພໍ່ຄົວ​ຊາວ​ມຸສລິ​ມຄົນ​ໜຶ່ງ​ໃສ່​ຢາ​ຄຸມ​ກຳ​ເນີ​ດ​ໃນ​ອາຫານ​ທີ່​ຈຳໜ່າຍ​ໃຫ້​ຊາວ​ສິງ​ລໍ.

ສີ​ລັງກາ​ມີ​ປະຊາກອນ 21 ລ້ານ​ຄົນ ປະຊາກອນ​ສ່ວນ​ຫລາຍ​ເກືອບ​ສາມ​ໃນ​ສີ່​ເປັນ​ຊາວ​ສິງ​ລໍ​ທີ່​ເປັນ​ຊາວ​ພຸດ, ສ່ວນ​ຊາວ​ມຸສລິ​ມມີ​ພຽງ 10%.

- 5 - ສີລັງກາປະກາດສະຖານະການ ສຸກເສີນທົ່ວປະເທດ
- 4 - ສີລັງກາປະກາດສະຖານະການ ສຸກເສີນທົ່ວປະເທດ
- 3 - ສີລັງກາປະກາດສະຖານະການ ສຸກເສີນທົ່ວປະເທດ