ສະຫລອງວັນແມ່ຍິງສາກົນໃຫ້ສົມຊື່

ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ ຮັກແພງທັງຫລາຍ, ວັນທີ 8 ມີ ນາ, ວັນແມ່ຍິງສາກົນໄດ້ກ້າວ ມາເຖິງແລ້ວເຮັດແນວໃດໃຫ້ ການສະເຫລີມສະຫລອງວັນປະ ຫວັດສາດສຳຄັນດັ່ງກ່າວໃຫ້ ສົມຊື່ ແລະ ໃຫ້ຖືເອົາໂອກາດນີ້ ເປັນການທົບທວນວຽກງານ ຂອງເອື້ອຍນ້ອງແມ່ຍິງເຮົາວ່າ: ໜຶ່ງປີຜ່ານມາເຮົາເຮັດໄດ້ຫຍັງ ແດ່ ແລະ ຍັງມີອັນໃດທີ່ຍັງຄົງ ຄ້າງເພື່ອຈະໄດ້ພ້ອມກັນ ປັບປຸງ ແກ້ໄຂ ແລະ ໃຫ້ຖືເອົາໂອກາດ ນີ້ເປັນການແຂງຂັນຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນແມ່ຍິງ 3 ດີ ໃຫ້ ມີ ບັນຍາກາດ ແລະ ຄຸນນະພາບ ຄື: ເປັນພົນລະເມືອງດີແມ່ນ ແນວໃດ, ສ້າງຄອບຄົວດີຈະ ຕ້ອງເຮັດຫຍັງ? ແລະ ພັດທະ ນາຈະຕ້ອງປະຕິບັດຫຍ້ງແດ່ ແລະ ຜ່ານມານີ້ ເຖິງວ່າການ ສະເຫລີມສະຫລອງວັນປະຫວັດ ສາດສຳຄັນດັ່ງກ່າວຂອງເອື້ອຍ ນ້ອງແມ່ຍິງເຮົາກໍເຮັດໄດ້ດີ ແລ້ວ, ແຕ່ເຖິງຢ່າງໃດກໍຢາກ ເນັ້ນຕື່ມເຖິງຮູບແບບຂອງມັນບໍ່ ພຽງແຕ່ເຮົາພຽງເລົ່າມູນເຊື້ອ ຫລື ປາຖະກະຖາ ເຖິງຄວາມ ອົງອາດກ້າຫານ, ເຖິງຄວາມ ເສຍສະຫລະຂອງເອື້ອຍນ້ອງ ແມ່ຍິງເພື່ອທວງເອົາສິດ ແລະ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍເທົ່ານັ້ນ, ເຮັດແນວໃດ ເຮົາຕ້ອງຮູ້ຜັນຂະຫຍາຍມູນ ເຊື້ອອັນລຳເລີດດັ່ງກ່າວ ເຂົ້າໃນ ຊີວິດຕົວຈິງຂອງຕົນໃຫ້ນັບມື້ ພົ້ນເດັ່ນຂຶ້ນ, ໂດຍສະເພາະເອື້ອຍ ນ້ອງແມ່ຍິງລາວເຮົາ ເຊິ່ງຜູ້ ເປັນ ແກນຫລັກໃນການເສີມຂະ ຫຍາຍ ແລະ ປົກປັກຮັກສາ ຮີດ ຄອງປະເພນີ ແລະ ວັດທະນະ ທຳອັນດີງາມຂອງຊາດໃຫ້ຄົງ ຢູ່ຄູ່ຊາດລາວຕະຫລອດໄປ./.
+ ສະເຫຼີມສະຫລອງວັນແມ່ຍິງສາກົນ ຄົບຮອບ 108 ປີ ດ້ວຍ 7 ກິດຈະກໍາຫຼັກ
+ ຍ່າງເພື່ອສຸຂະພາບສະເຫລີມສະຫລອງວັນແມ່ຍິງສາກົນຄົບຮອບ 107 ປີ