ປ້ອງກັນບໍ່ໃຫ້ແມ່ຍິງຕົກເປັນເຫຍື່ອນ້ຳກາມ

- 25841 - ປ້ອງກັນບໍ່ໃຫ້ແມ່ຍິງຕົກເປັນເຫຍື່ອນ້ຳກາມ
- kitchen vibe - ປ້ອງກັນບໍ່ໃຫ້ແມ່ຍິງຕົກເປັນເຫຍື່ອນ້ຳກາມ

# ວິເສດ ສະແຫວງສຶກສາ

 

- Visit Laos Visit SALANA BOUTIQUE HOTEL - ປ້ອງກັນບໍ່ໃຫ້ແມ່ຍິງຕົກເປັນເຫຍື່ອນ້ຳກາມ

ເນື່ອງໃນໂອກາດວັນແມ່ ຍິງສາກົນ (8 ມີນາ) ປະຈຳປີ ນີ້ຜູ້ ຂຽນໄດ້ສັງລວມເອົາຂ່າວ ກ່ຽວກັບ ມາດຕະການຂອງ ປະ ເທດ ຈຳນວນ ໜຶ່ງເພື່ອປ້ອງກັນ ບໍ່ໃຫ້ມີການລ່ວງລະເມີດທາງ ເພດຕໍ່ແມ່ຍິງເຊັ່ນ: ຂ່າວເດັ່ນ ດັງທີ່ອອກມາຈາກປະເທດອັງ ກິດ ໃນຊຸມເດືອນຂອງຕົ້ນປີນີ້ ນັ້ນກໍຄືຂ່າວທາງການອັງກິດ ໄດ້ອອກມາປະກາດວ່າຈະຢຸດ ໃຫ້ການຊ່ວຍເຫລືອດ້ານການ ເງິນແກ່ບັນດາອົງການສົງ ເຄາະ ທີ່ມີຄະດີລະເມີດທາງ ເພດ ໃນບ່ອນທີ່ອົງການເຫລົ່ານີ້ ປະຈຳການ.

ສາເຫດທີ່ພາໃຫ້ ອັງກິດເອົາມາດຕະການເດັດ ຂາດກ່ຽວກັບບັນຫານີ້ ນັ້ນເກີດ ມາຈາກກໍລະນີພະນັກງານຂອງ ອອກສະຟາມ (Oxfam), ອົງການສົງເຄາະລະດັບສາ ກົນໃນສ່ວນທີ່ອັງກິດສະໜັບ ສະໜູນດ້ານການເງິນໄດ້ລະ ເມີດຈັນຍາບັນຂອງອົງການ ເວລາປະຕິບັດງານໃຫ້ການ ສົງເຄາະຢູ່ປະເທດເຮຕິ ທີ່ປະ ສົບກັບໄພພິບັດແຜ່ນດິນໄຫວ ຮ້າຍແຮງໃນປີ 2010. ເລື່ອງ ມີຢູ່ ວ່າພະນັກງານຂັ້ນສູງ ຂອງ Oxfam ຢູ່ເຮຕິ ໄດ້ສວຍ ໂອກາດຊອກສະແຫວງ ຫາຄວາມສຳລານດ້ວຍ ການບໍລິການທາງເພດ ໃນປີ 2011. ຂ່າວບອກວ່າ ເຈົ້າໜ້າທີ່ Oxfam ຢູ່ເຮຕິ ໄດ້ພະຍາ ຍາມປົກປິດເລື່ອງ ນີ້ເອົາໄວ້ ແຕ່ກໍຄືວ່າຫັນລະ “ຊ້າງຕາຍ ທັງຕົວ ຈະເອົາໃບບົວປິດໄວ້ ໄດ້ແນວໃດ?” ສຸດທ້າຍໜັງ ສືພິມ ເດິຊັນເດທາມ (The Sunday Times) ກໍໄດ້ເປີດ ເຜີຍເລື່ອງນີ້ ອອກມາວ່າ ພະ ນັກງານ Oxfam ຈຳນວນ 120 ຄົນ ໄດ້ຊື້ບໍລິການທາງ ເພດຢູ່ເຮຕິ ໃນປີ 2017. Oxfam ໃນພາກສ່ວນຂອງ ອັງກິດ ນັ້ນ ມີພະນັກງານປະ ຈຳການປະມານ 5.000 ຄົນ ມີອາສາສະໝັກ ຫລາຍກວ່າ 23.000 ຄົນ. ໃນປີ 2017 ໄດ້ ມີກໍລະນີລະເມີດທາງເພດຈຳ ນວນ 87 ເລື່ອງ, ໃນນັ້ນໄດ້ ລາຍງານໃຫ້ເຈົ້າໜ້າທີ່ຕຳ ຫລວດ ແລະ ພາກສ່ວນກ່ຽວ ຂ້ອງຊາບ 53 ເລື່ອງ ແລະ ໄດ້ ຂັບໄລ່ຜູ້ກະທຳຜິດ ອອກຈຳ ນວນ 20 ຄົນ. ໃນປັດຈຸບັນ, ກະຊວງພັດທະນາສາກົນ ອັງ ກິດພວມທົບທວນຄືນການພົວ ພັນ ຮ່ວມມືລະຫວ່າງກະຊວງ ກັບອົງການ Oxfam (ຂອງ ອັງກິດ) ຍ້ອນມີເຫດ ການລ່ວງ ລະເມີດທາງ ເພດເກີດຂຶ້ນ.

 

+ ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແຮງ ງານລາວໄດ້ຮັບການເອົາໃຈໃສ່ເປັນປົກກະຕິ

+ ກະຊວງການຕ່າງປະເທດຈັດກອງປະຊຸມສຳມະນາຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

 

ໃນປີ 2017 ທາງການອັງກິດ ໄດ້ສະໜັບສະໜູນການເງິນ ໃຫ້ອົງການ Oxfam ສູງ ເຖິງ 32 ລ້ານປອນ (ເທ່ົາກັບ 44 ລ້ານໂດລາສະຫະລັດ) Oxfam ແມ່ນ ອົງການຊ່ວຍ ເຫລືອລະດັບສາກົນທີ່ມີ ຫລາຍ ປະເທດເຂົ້າຮ່ວມ, ສ່ວນ Oxfam ທີ່ມີບັນຫານີ້ ແມ່ນ ພາກສ່ວນທີ່ຂຶ້ນກັບອັງກິດເທົ່າ ນັ້ນ. ອີກ ເລື່ອງໜຶ່ງທີ່ເກີດຂຶ້ນ ຢູ່ ສ ເກົາຫລີ ຫວ່າງບໍ່ດົນມານີ້ ກໍຄືຂ່າວການລວນ ລາມທາງ ເພດ. ຜູ້ຕົກເປັນເຫຍື່ອຊື່ ນາງ ສຽວ ຈີ ຮຸນ (Seo Ji Hyun) ພະນັກງານໄອຍະການທີ່ຖືກ ພະນັກງານຂັ້ນສູງກະຊວງ ຍຸຕິທຳຊື່ ທ້າວ ອານ ແຕ ເງິນ (Ahn Tal-Geun) ລວນ ລາມທາງເພດແຕ່ປີ 2010 ພຸ້ນ. ນາງບອກວ່າ: ນາງ ບໍ່ໄດ້ ຮັບຄວາມເປັນທຳໃນການຕໍ່ສູ້ ຄະດີນີ້, ຊ້ຳບໍ່ໜຳຕົວເອງ ຍັງຖືກ ສັ່ງຍ້າຍບ່ອນປະຈຳການຈາກຕົວ ເມືອງໃນນະຄອນຫລວງ ເຊອູນ ໄປປະຈຳການ ຢູ່ຕົວ ເມືອງຫ່າງໄກທາງພາກໃຕ້ ຂອງປະເທດ. ມາບັດນີ້, ທາງ ກະຊວງຍຸຕິທຳ ສ ເກົາຫລີ ໄດ້ ໃຫ້ຄຳໝັ້ນສັນຍາວ່າຈະສອບ ສວນເລື່ອງນີ້ຢ່າງຖີ່ຖ້ວນເຖິງ ຖອງ.ສຸດທ້າຍແມ່ນເລື່ອງການ ຄ້າມະນຸດ ທີ່ເກີດຂຶ້ນຢູ່ຍີ່ປຸ່ນ ຕະຫລອດປີ 2017 ເຊິ່ງມີ ຜູ້ຕົກ ເປັນເຫຍ່ືອທັງໝົດ 42 ຄົນ. ໃນນັ້ນ, 28 ຄົນ ເປັນ ຄົນຍີ່ປຸ່ນ ເອງ. ໃນ 28 ຄົນທີ່ວ່ານັ້ນ 23 ຄົນ ຍັງຢູ່ໃນໄວເດັກ; ໃນຈຳ ນວນ 23 ຄົນນັ້ນເປັນເດັກຍິງ 18 ຄົນທີ່ຖືກບັງຄັບໃຫ້ສະແດງ ຮູບເງົາໂປ້, ໃຫ້ບໍລິການນວດ ແລະ ອື່ນໆ. ສ່ວນຄົນຕ່າງປະ ເທດນັ້ນ ມີ 14 ຄົນ, 7 ຄົນ ຈາກ ໄທ, 5 ຄົນຈາກ ຟິລິບປິນ, ຫວຽດ ນາມ ແລະ ບຣາ ຊິນປະ ເທດລະຄົນ. ເຫຍື່ອຕ່າງປະເທດ ທັງໝົດເຮັດອາຊີບເຕັ້ນໂຊ ເປືອຍ, ບໍລິການນວດ ແລະ ຂາຍ ບໍລິການທາງເພດ. ກຸ່ມຄ້າມະ ນຸດທັງໝົດທີ່ກ່າວມານີ້ໜີບໍ່ ມົ້ມເງື້ອມມືຂອງກົດໝາຍ, ຂ່າວ ບອກວ່າ ອິນເຕີເນັດ ໄດ້ເຮັດ ໃຫ້ຂະບວນການຄ້າມະນຸດສະ ດວກສະບາຍຂຶ້ນ ແລະ ວ່າຄົນ ໃນໄວໜຸ່ມນັ້ນມີຄວາມສ່ຽງ ສູງທີ່ຈະຕົກເປັນເຫຍ່ືອຂອງ ອາຊະຍາກຳນີ້.

- 25841 - ປ້ອງກັນບໍ່ໃຫ້ແມ່ຍິງຕົກເປັນເຫຍື່ອນ້ຳກາມ
(ພາບປະກອບ)

- 4 - ປ້ອງກັນບໍ່ໃຫ້ແມ່ຍິງຕົກເປັນເຫຍື່ອນ້ຳກາມ
- 3 - ປ້ອງກັນບໍ່ໃຫ້ແມ່ຍິງຕົກເປັນເຫຍື່ອນ້ຳກາມ
- 5 - ປ້ອງກັນບໍ່ໃຫ້ແມ່ຍິງຕົກເປັນເຫຍື່ອນ້ຳກາມ