ຣັດເຊຍປະສົບຜົນສຳເລັດທົດລອງ ລູກສອນໄຟໄຮເປີໂຊນິກ
ກອງທັບຣັດເຊຍປະສົບຜົນສຳເລັດໃນການທົດລອງລູກສອນໄຟ “ຄິນຊັລ” ເຊິ່ງເຄື່ອນທີ່ດ້ວຍຄວາມໄວກວ່າສຽງ 10 ເທົ່າ ແລະ ບໍ່ມີລະບົບປ້ອງກັນໄພທາງອາກາດຊະນິດໃດສາມາດຕ້ານທານໄດ້.
Экипаж истребителя МиГ-31 Воздушно-космических сил #ВКС выполнил практический учебно-боевой пуск гиперзвуковой ракеты высокоточного авиационного ракетного комплекса #Кинжал в заданном районе. Пуск прошел штатно, гиперзвуковая ракета поразила заданную цель на полигоне pic.twitter.com/xLguUwGrQW
— Минобороны России (@mod_russia) March 10, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມົດສະກູ ປະເທດຣັດເຊຍ ໃນວັນທີ 12 ມີນາວ່າ: ກະຊວງປ້ອງກັນປະເທດຂອງຣັດເຊຍອອກຖະແຫລງການໃນວັນທີ 11 ມີນາວ່າ: ປະສົບຜົນສຳເລັດຢ່າງງົດງາມໃນການທົດລອງປະສິດທິພາບຂອງລູກສອນໄຟໄວກວ່າສຽງ ຊື່ “ຄິນຊັລ” (Kinzhal) ເຊິ່ງເປັນພາສາຣັດເຊຍແປວ່າ: “ກຣິຊ” ໂດຍເຮືອບິນຂັບໄລ່ສະກັດກັ້ນຄວາມໄວກວ່າສຽງແບບ “ມິກ-31” ເຮັດໜ້າທີ່ປ່ອຍລູກສອນໄຟດັ່ງກ່າວ ໂດຍການທົດລອງມີຂຶ້ນພາຍໃນຖານທັບທະຫານທາງພາກໃຕ້ຂອງປະເທດ.
ທັງນີ້, ລູກສອນໄຟຄິນຊັລເປັນໜຶ່ງໃນອາວຸດທີ່ພັດທະນາຂຶ້ນຕາມໂຄງການຍົກລະດັບປະສິດທິພາບດ້ານປ້ອງກັນປະເທດຂອງລັດຖະບານມົດສະກູ ທີ່ປະທານາທິບໍດີ ວະລາດິເມຍ ປູຕິນ ກ່າວເຖິງໃນຕົ້ນເດືອນນີ້ ໂດຍຜູ້ນຳຣັດເຊຍ ອາຍຸ 65 ປີ ກ່າວວ່າ: ລູກສອນໄຟຄິນຊັລເຄື່ອນທີ່ໄວກວ່າສຽງ 10 ເທົ່າ ແລະ ບໍ່ມີລະບົບປ້ອງກັນໄພທາງອາກາດຊະນິດໃດສາມາດສະກັດກັ້ນລູກສອນໄຟຮຸ່ນນີ້ໄດ້ ແລະ ກອງທັບຣັດເຊຍນຳລູກສອນໄຟຄິນຊັລເຂົ້າປະຈຳການທີ່ຖານທັບທະຫານທາງພາກໃຕ້ ນັບແຕ່ວັນທີ 1 ທັນວາປີຜ່ານມາ.