ການລະບາດຂອງຕັກແຕນຝູງໄມ້ປ່ອງຢູ່ພາກເໜືອມີທ່າອ່ຽງຫລຸດລົງຫລາຍ
ຫົວໜ້າສູນປ້ອງກັນພືດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມວິຊາການກ່ຽວກັບການປ້ອງກັນ ແລະ ກຳຈັດການລະບາດຂອງຕັກແຕນຝູງໄມ້ປ່ອງຢູ່ 5 ແຂວງພາກເໜືອ ທີ່ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ໃຫ້ຮູ້ວ່າ: ດ້ວຍຄວາມພະຍາຍາມ ແລະ ເອົາໃຈໃສ່ຊີ້ນຳ-ນຳພາຂອງຂະແໜງການກ່ຽວຂ້ອງໃນການປ້ອງກັນ ແລະ ກຳຈັດການລະບາດຂອງຕັກແຕນຝູງດັ່ງກ່າວ ແລະ ດ້ວຍການຊ່ວຍເຫລືອຂອງອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ນັບທັງການສະໜອງອຸປະກອນຢາປາບສັດຕູພືດ ແລະ ການນຳໃຊ້ເຕັກນິກທີ່ເໝາະສົມ ແລະ ຖືກຕ້ອງຕາມລະບົບນິເວດວິທະຍາ ຈຶ່ງເຮັດໃຫ້ການລະບາດຂອງສັດຕູພືດຕົວອັນຕະລາຍນີ້ຫລຸດຜ່ອນລົງຢ່າງຫລວງຫລາຍຈາກປີ 2016 ມີເນື້ອທີ່ເສຍຫາຍຫລາຍກວ່າ 4.100 ເຮັກຕາ ມາເປັນ 270 ເຮັກຕາ ໃນປີ 2017.
ການລະບາດຂອງຕັກແຕນຝູງໄມ້ປ່ອງໄດ້ເລີ່ມມີມາແຕ່ປີ 2014 ແລະ ຂະຫຍາຍຕົວເປັນວົງກວ້າງ ເຊິ່ງກວມເອົາ 500 ກວ່າບ້ານໃນ 29 ເມືອງຂອງ 5 ແຂວງພາກເໜືອ, ແຕ່ດ້ວຍການເອົາໃຈໃສ່ກຳຈັດດ້ວຍຫລາຍວິທີ ແລະ ການມີສ່ວນຮ່ວມຂອງຫລາຍພາກສ່ວນ ຈຶ່ງເຮັດໃຫ້ການລະບາດຂອງມັນຫລຸດຜ່ອນລົງເປັນລຳດັບ. ແຕ່ເຖິງວ່າແນວໃດ, ທ່ານລັດຖະມົນຕີກະຊວງກະສິກຳ-ປ່າໄມ້ ກໍຍັງໄດ້ເນັ້ນໃຫ້ທຸກຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນມີການລະບາດດັ່ງກ່າວຈົ່ງເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າການຊີ້ນຳ-ນຳພາ ສຸມໃສ່ການປ້ອງກັນ ແລະ ກຳຈັດການລະບາດຂອງສັດຕູພືດນີ້ໃຫ້ໝົດໄປ ເພື່ອຊ່ວຍໃຫ້ການຜະລິດກະສິກຳຂອງປະຊາຊົນມີຜົນດີຂຶ້ນ.