ຫົວໜ້າ ປກສ ນະຄອນຫລວງ ເນັ້ນໃຫ້ເມືອງສີສັດຕະນາກ ເລັ່ງແກ້ໄຂປາກົດການຫຍໍ້ໍທໍ້ຕ່າງໆໃຫ້ຫລຸດລົງ
ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປະຈຳປີ 2017 ຂອງກອງບັນຊາການ ປກສ ເມືອງສີສັດຕະນາກ ເມື່ອທ້າຍອາທິດຜ່ານມານີ້, ທ່ານ ພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ມີຄຳເຫັນເນັ້ນໃຫ້ຄະນະພັກ-ພະນັກງານ-ນັກຮົບທົ່ວກອງບັນຊາການ ປກສ ເມືອງສີສັດຕະນາກ ຈົ່ງເອົາໃຈໃສ່ສະກັດກັ້ນ ແລະ ຕ້ານອາຊະຍາກໍາ 8 ປະເພດຄື: ລັກຊັບພົນລະເມືອງ, ຊິງຊັບ, ປຸ້ນຊັບ, ຄາດຕະກໍາ, ທໍາຮ້າຍຮ່າງກາຍ, ສໍ້ໂກງຊັບ, ເສບຢາເສບຕິດ ແລະ ຄ້າຂາຍຢາເສບຕິດ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ, ໂດຍນໍາເອົານະໂຍບາຍ 3 ຫລຸດຕິດພັນກັບການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນກໍາລັງຢ່າງເຂັ້ມງວດ, ເດັດຂາດ ແລະ ໃຫ້ເປັນຮູບປະທໍາຫລາຍຂຶ້ນ, ສ້າງ ແລະ ປັບປຸງຕາໜ່າງສືບຂ່າວໃຫ້ກວ້າງຂວາງ ແລະ ມີຄຸນນະພາບ ສາມາດຈໍາຊື່ຈື່ໜ້າເປົ້າໝາຍຖືກຕ້ອງ ແລະ ຮັບປະກັນ. ນອກນີ້, ຕ້ອງແກ້ໄຂໃຫ້ເດັດຂາດຕໍ່ຜູ້ຄ້າຂາຍຢາເສບຕິດ ເພື່ອຮັບປະກັນໃຫ້ທົ່ວເມືອງມີຄວາມສະຫງົບດີຂຶ້ນກວ່າເກົ່າ. ຊຶ່ງປີຜ່ານມາ, ເມືອງສີສັດຕະນາກ ມີຄະດີເກີດຂຶ້ນທັງໝົດ 291 ເລື່ອງ, ທຽບໃສ່ປີ 2016 ເພີ່ມຂຶ້ນ 37 ເລື່ອງ, ຈາກຄະດີທີ່ເກີດຂຶ້ນເຈົ້າໜ້າທີ່ສາມາດມ້າງໄດ້ 200 ກວ່າເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 169 ຄົນ.
ທ່ານພັນໂທ ອິນພອນ ບຸນພະຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ໃນປີ 2017 ປາກົດການຫຍໍ້ທໍ້ພົ້ນເດັ່ນແມ່ນລັກຊັບພົນລະເມືອງເກີດຂຶ້ນ 221 ເລື່ອງ, ແກ້ໄຂໄດ້ 165 ເລື່ອງ, ຊິງຊັບພົນລະເມືອງ 23 ເລື່ອງ, ແກ້ໄຂໄດ້ 20 ເລື່ອງ, ປຸ້ນຊັບ 9 ເລື່ອງ, ແກ້ໄຂໄດ້ 8 ເລື່ອງ, ສໍ້ໂກງຊັບ 13 ເລື່ອງ, ແກ້ໄຂໄດ້ 10 ເລື່ອງ, ຍັກຍອກຊັບ 7 ເລື່ອງ, ແກ້ໄຂໄດ້ສຳເລັດ, ຊື້ຊັບຜິດກົດໝາຍ 6 ເລື່ອງ, ແກ້ໄຂໄດ້ສໍາເລັດ ແລະ ຈາກຄະດີທີ່ເກີດຂຶ້ນສ້າງຜົນເສຍຫາຍໃຫ້ແກ່ສັງຄົມບໍ່ໜ້ອຍຄື: ມີລົດຈັກ 133 ຄັນ, ລົດໃຫຍ່ 4 ຄັນ, ໂນດບຸກ 31 ໜ່ວຍ, ໂທລະສັບ 61 ໜ່ວຍ, ເງິນ, ຄໍາຮູບປະພັນ ແລະ ເຄື່ອງອື່ນໆອີກຈໍານວນຫລາຍ. ນອກນີ້, ຍັງສາມາດຈັບຕົວຜູ້ຄ້າຂາຍ ແລະ ເສບຢາເສບຕິດໄດ້ 110 ເລື່ອງ, ກັກຕົວໄດ້ 224 ຄົນ (ຍິງ 29 ຄົນ) ໃນນີ້, ເປັນຄະດີຄ້າຂາຍ, ຂົນສົ່ງ ແລະ ມີຢາເສບຕິດ 64 ເລື່ອງ, ມີຜູ້ຖືກຫາ 98 ຄົນ (ຍິງ 8 ຄົນ) ແລະ ມົ້ວສຸມຢາເສບຕິດ 46 ເລື່ອງ, ມີຜູ້ຖືກຫາ 126 ຄົນ (ຍິງ 21 ຄົນ).