ວິທີກວດສອບວ່າມີເຄື່ອງອື່ນລັກໃຊ້ບັນຊີ facebook ເຮົາ ຫຼື ບໍ່ ແລະ ສັ່ງ logout ປ້ອງກັນຄົນສວມຮອຍ
ໃຜທີ່ໃຊ້ງານຄອມພິວເຕີ ຫຼື ໂທລະສັບເປັນປະຈໍາຫຼາຍຄົນທີ່ມັກຈະ login ໃຊ້ງານ facebook ເພື່ອແຊັດ feed ຫຼື comment ຕ່າງໆແຕ່ບໍ່ຄ່ອຍຈະ logout ເພາະຂີ້ຄ້ານຈື່ ແລະ ປ່ອນລະຫັດໃໝ່ ແຕ່ຖ້າເປັນຄົນອື່ນສາມາດລັກໃຊ້ບັນຊີເຮົາ ແລະ ຢຶດຈາກການລັກປ່ຽນລະຫັດຜ່ານໄດ້ ບັນຫາໃຫຍ່ຕາມມາແນ່ນອນ ເພາະບັນຊີເຮົາຖືກແຮັກກາຍເປັນເຈົ້າຂອງໂດຍຄົນອື່ນທີ່ບໍ່ແມ່ນເຮົາ ແລະ ມາຮູ້ວິທີກວດສອບ ແລະ ສັ່ງ logout ບໍ່ໃຫ້ມີຄົນອື່ນລັກໃຊ້ບັນຊີ facebook ເຮົາໄດ້.
- ສໍາລັບຜູ້ໃຊ້ facebook ທາງເວບໄຊຕ໌ເທິງຄອມພິວເຕີ
ຫາກເຮົາ sign in ເຂົ້າສູ່ລະບົບ facebook ໃຊ້ງານຢູ່ແລ້ວ ກໍເຂົ້າຄິກທີ່ສາມຫຼ່ຽມຊີ້ລົງ ບໍລິເວນມຸມຂວາເທິງຂອງຈໍ ແລ້ວເລືອກທີ່ການຕັ້ງຄ່າ.
ເລືອກແຖບເມນູເບື່ອງຊ້າຍທີ່ “ການຮັກສາຄວາມປອດໄພ ແລະ ການເຂົ້າສູ່ລະບົບ” ແລ້ວຈະເຫັນໝວດໜຶ່ງຊື່ວ່າ “ສະຖານທີ່ທີ່ເຈົ້າເຂົ້າສູ່ລະບົບ” ຊຶ່ງຈະສະແດງລາຍຊື່ອຸປະກອນທີ່ເຮົາເຄີຍ login ດ້ວຍ facebook ໄວ້.
ເຮົາສາມາດເລືອກລາຍການອຸປະກອນທີ່ເຄີຍ login ເຂົ້າ facebook ທັງເທິງຄອມພິວເຕີ ແລະ ເທິງມືຖືແລ້ວເລືອກທີ່ ອອກຈາກລະບົບ ເພື່ອທໍາງານ logout ອອກຈາກ facebook ທີ່ເຄີຍ login ດ້ວຍບັນຊີຕົນເອງໄວ້.
ຫາກຕ້ອງການ logout ທຸກອຸປະກອນທີ່ເຄີຍເຂົ້າສູ່ລະບົບ facebook ຕົນເອງ ໃຫ້ເລື່ອນລົງມາດ້ານລຸ່ມກ້ອງລາຍຊື່ “ສະຖານທີ່ທີ່ເຮົາເຂົ້າສູ່ລະບົບ” ກໍຈະພົບຄໍາວ່າ ອອກຈາກຊ່ວງເວລາທີ່ໃຊ້ງານທັງໝົດ ແລະ ຕໍ່ດ້ວຍຄິກ ອອກຈາກລະບົບ.
ພຽງເທົ່ານີ້ກໍສັ່ງ logout ອອກຈາກບັນຊີ facebook ຕົນເອງທຸກອຸປະກອນແລ້ວ ລວມເຖິງ logout ບັນຊີ facebook ອອກຈາກເຄື່ອງທີ່ໃຊ້ງານປັດຈຸບັນຂອງເຮົາດ້ວຍ
ທັງນີ້ຫາກພົບອຸປະກອນອື່ນໆທີ່ບໍ່ຄຸ້ນເຄີຍ login ຈາກທີ່ອື່ນ ໃນທີ່ທີ່ເຮົາບໍ່ເຄີຍໄປ ສາມາດທີ່ຈະເລືອກທີ່ ບໍ່ແມ່ນເຈົ້າແມ່ນບໍ ? ແລ້ວຄິກ ຮັກສາຄວາມປອດໄພດ້ວຍບັນຊີຜູ້ໃຊ້ ເພື່ອເຮັດການປ່ຽນລະຫັດຜ່ານໃໝ່ ແລະ ອອກຈາກລະບົບ facebook ທຸກອຸປະກອນ.
- ສໍາລັບຜູ້ໃຊ້ແອັບ facebook ເທິງໂທລະສັບມືຖື iOS ແລະ Android ສາມາດສັ່ງ logout ອອກຈາກອຸປະກອນທີ່ເຄີຍ login ດ້ວຍບັນຊີ facebook ຕົນເອງໄດ້ເຊັ່ນກັນ ລອງເຮັດຕາມຂັ້ນຕອນຕາມນີ້ເບິ່ງ ຊຶ່ງບໍ່ຕ່າງຈາກເວີຊັນເວບເບຣົາເຊີເທິງພີຊີແລ້ວ.
ພຽງເທົ່ານີ້ບັນຊີ facebook ຂອງເຮົາກໍປອດໄພ ແລະ ບໍ່ມີໃຜລັກສວມຮອຍບັນຊີເຮົາໄດ້ ແນວໃດກໍຕາມ ເຖິງວ່າຕອນນີ້ເຮົາໃຊ້ facebook ຢູ່ແຕ່ຫຼັງຈາກໃຊ້ງານສໍາເລັດ ສໍາຄັນທີ່ສຸດຄືໝັ່ນ logout ອອກຈາກລະບົບ facebook ທຸກຄັ້ງຈະປອດໄພທີ່ສຸດ.