EU ພ້ອມສູ້ກຳແພງພາສີ ເຫລັກ-ອາລູມີນຽມຂອງອາເມລິກາ
ເຈົ້າໜ້າທີ່ລະດັບສູງດ້ານນະໂຍບາຍການຄ້າຂອງສະຫະພາບເອີຣົບຢືນຢັນ “ຄວາມໜັກແໜ້ນ” ໃນການຜະເຊີນກັບມາດຕະການຂອງອາເມລິກາ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງບຣຸກແຊນ ປະເທດແບນຊິກ ໃນວັນທີ 13 ມີນາວ່າ: ທ່ານນາງ ເຊຊິເລຍ ມັລສຕຣອມ ກຳມາທິການການຄ້າຂອງຄະນະກຳມາທິການເອີຣົບ (EC) ກ່າວໃນວັນທີ 12 ມີນາວ່າ: ເອີຣົບພ້ອມຜະເຊີນ ແລະ ຕອບສະໜອງຕໍ່ມາດຕະການທາງການຄ້າຈາກບາງປະເທດທີ່ໃຊ້ນະໂຍບາຍດັ່ງກ່າວຂັດຂວາງກະແສໂລກາພິວັດ ຫລື ໃຊ້ເປັນຂໍ້ອ້າງເພື່ອກີດກັ້ນທາງການຄ້າ.
Here's U.S. Commerce Secretary Wilbur Ross using cans of soup, beer, and soda to defend steel and aluminum tariffs. pic.twitter.com/XJWw8MoRGo
— CNBC (@CNBC) March 2, 2018
ທັງນີ້, ທ່ານນາງ ມັລສຕຣອມ ພົບກັບທ່ານ ໂຣເບິດ ໄລທິເຊີ ຜູ້ແທນເຈລະຈາການຄ້າຂອງອາເມລິກາ ຢູ່ນະຄອນຫລວງບຣຸກແຊນ ໃນວັນທີ 10 ມີນາ, ແຕ່ຫລາຍຝ່າຍເບິ່ງເປັນການຫາລືທີ່ “ເສຍເວລາ” ເພາະທ່ານ ໄລທິເຊີ ປະຕິເສດຊີ້ແຈງວ່າສະຫະພາບເອີຣົບ (EU) ຈະໄດ້ຮັບການຍົກເວັ້ນຈາກກຳແພງພາສີເຫລັກ ແລະ ອາລູມີນຽມ ຫລື ບໍ່ ແລະ ແນວໃດ. ຂະນະທີ່ກ່ອນໜ້ານັ້ນ, ທ່ານນາງ ມັລສຕຣອມ ຢືນຢັນການໃຊ້ມາດຕະການປົກປ້ອງ ພາຍໃນໄລຍະເວລາ 90 ວັນ ຖ້າມາດຕະການກຳແພງພາສີຂອງອາເມລິກາມີຜົນບັງຄັບໃຊ້ ໂດຍສິນຄ້າສົ່ງອອກຈາກອາເມລິກາທີ່ຈະໄດ້ຮັບຜົນກະທົບຄວບຄຸມນັບແຕ່ສິນຄ້າກະສິກຳໄປຈົນຮອດເຄື່ອງນຸ່ງຫົ່ມ.