ປາຣີສ ອາດປ່ອຍ ເນມາ ລະດົມທຶນຊື້ນັກເຕະ ແມນຢູໄນເຕັດ
ປາຣີສ ແຊງແຊກແມງ ກຳລັງວາງແຜນປ່ອຍຕົວ ເນມາ ກອງໜ້າທີມຊາດເບຣຊິນ ເພື່ອນຳເງິນມາສົມທົບທຶນຊື້ ດາບິດ ເດເຄອາ ຜູ້ຮັກສາປະຕູມື 1 ຂອງ ແມນເຊັສເຕີ ຢູໄນເຕັດ.
ນັບແຕ່ ເດເຄອາ ຍ້າຍມາຢູ່ກັບ ແມນເຊັສເຕີ ຢູໄນເຕັດ ກໍພັດທະນາຝີມືຈົນໄດ້ຮັບການຍົກຍ້ອງວ່າເປັນໜຶ່ງໃນຜູ້ຮັກສາປະຕູທີ່ຝີມືເກັ່ງທີ່ສຸດໃນໂລກ ຈົນເຮັດໃຫ້ຕົກເປັນຂ່າວກັບທີມ ຣີລ ມາດຣິດ ທີ່ເກືອບໄດ້ຕົວໄປຮ່ວມທີມໃນປີ 2015.
ເຖິງຢ່າງໃດກໍຕາມ, ມີລາຍງານວ່າຫລ້າສຸດຈາກ ເທເລຟຸດ ສື່ດັງຂອງຝຣັ່ງ ລະບຸວ່າ: ປາຣີສ ແຊງແຊກແມງ ພ້ອມຮ່ວມວົງຄວ້າຕົວ ເດເຄອາ ມາຮ່ວມທີມ. ເຖິງຢ່າງໃດກໍຕາມ ຈາກການທີ່ພວກເຂົາໃຊ້ເງິນ 198 ລ້ານປອນ ໄປກັບການຊື້ຕົວ ເນມາ ແລະ ກຽມຈ່າຍຄ່າຕົວຊື້ ຄີລຽນ ເອັມບັປເປ ອີກ 180 ລ້ານເອີໂຣ ເຮັດໃຫ້ພວກເຂົາອາດຈຳເປັນຕ້ອງປ່ອຍຕົວນັກເຕະອອກໄປ ເພື່ອໃຫ້ຢູ່ໃນກົດໄຟແນນຊຽວ ແຟຣເພລ ໂດຍລາຍງານດັ່ງກ່າວວ່າພວກເຂົາອາດປ່ອຍຕົວ ເນມາ ທີ່ກຳລັງໄດ້ຮັບຄວາມສົນໃຈຈາກທີມ ຣີລ ມາດຣິດ ເພື່ອນຳເງິນມາຊື້ຕົວ ເດເຄອາ ໄປເຝົ້າປະຕູ.