ເກີດເຫດໄຟໄໝ້ເຮືອນປະຊາຊົນເສຍຫາຍ 1 ຫລັງຢູ່ແຂວງສາລະວັນ
ກົມຕຳຫລວດສະກັດກັ້ນ ແລະ ມອດໄຟ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 12 ມີນາ ນີ້, ໄດ້ເກີດເຫດໄຟໄໝ້ເຮືອນຂອງທ້າວ ພູ ວິນ ອາຍຸ 62 ປີ ອາຊີບຄ້າຂາຍ, ຢູ່ບ້ານ ຫລັກ 52 ເມືອງ ແລະ ແຂວງ ສາລະວັນ, ຊຶ່ງເປັນເຮືອນໄມ້ຊັ້ນດຽວ, ໂດຍເຈົ້າໜ້າທີ່ໄດ້ລະດົມລົດມອດໄຟ 3 ຄັນ ແລະ ໃຊ້ເວລາເກືອບ 1 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟບໍ່ໃຫ້ແຜ່ຂະຫຍາຍອອກສູ່ວົງກວ້າງ, ຊຶ່ງຈາກການສືບສວນ-ສອບສວນ: ສາເຫດການເກີດອັກຄີໄພ ແມ່ນຍ້ອນຜູ້ກ່ຽວໄດ້ຈູດຂີ້ເຫຍື້ອທາງຫລັງເຮືອນ ແລະ ຍ້ອນມີລົມພັດແຮງເຮັດໃຫ້ໄຟລາມມາໃສ່ເຮືອນຂອງຕົນເອງ ແລະ ເກີດໄຟໄໝ້ຂຶ້ນຢ່າງຮຸນແຮງ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນຕົ້ນປີມານີ້, ທົ່ວປະເທດມີອັກຄີໄພເກີດຂຶ້ນ ກວ່າ 40 ຄັ້ງ, ເຮັດໃຫ້ມີຄວາມເສຍຫາຍເປັນເຮືອນປະຊາຊົນ 32 ຫລັງ, ຕະຫລາດ 2 ແຫ່ງ, ສ້າງເກັບມ້ຽນເຄື່ອງ ແລະ ສ້າງນ້ຳມັນ 1 ແຫ່ງ ແລະ ອື່ນໆ ລວມມູນຄ່າຫລາຍຕື້ກີບ.