ຟີລິບປິນກຽມລາອອກ ຈາກສານອາຍາສາກົນ

- 98a0ed77de6bd0e5825e0f4b68fe814bde5fb04d 1 - ຟີລິບປິນກຽມລາອອກ ຈາກສານອາຍາສາກົນ
- kitchen vibe - ຟີລິບປິນກຽມລາອອກ ຈາກສານອາຍາສາກົນ

ປະທານາທິບໍດີ ​ໂຣດຣິ​ໂກ ດູ​ເຕີ​ເຕ ປະກາດ​ວ່າ​ຟີ​ລິບ​ປິນຈະ​ຖອນ​ຕົວ​ຈາກ​ການ​ເປັນ​ໜຶ່ງ​ໃນ​ລັດ​ພາຄີ​ຂອງ​ສົນທິສັນຍາ​ຈັດຕັ້ງສານ​ອາຍາ​ສາກົນ.

- 1521014834006 960x0 300x169 - ຟີລິບປິນກຽມລາອອກ ຈາກສານອາຍາສາກົນ

- Visit Laos Visit SALANA BOUTIQUE HOTEL - ຟີລິບປິນກຽມລາອອກ ຈາກສານອາຍາສາກົນ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ມະນິລາ ປະ​ເທດ​ຟີ​ລິບ​ປິນ ​ໃນ​ວັນ​ທີ 14 ມີນາ​ວ່າ: ທຳນຽບມາລາ​ກັນ​ຍັງ​ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 14 ມີນາ​ວ່າ: ປະທານາທິບໍດີ ​ໂຣດຣິ​ໂກ ດູ​ເຕີ​ເຕ ຂໍ​ນຳ​ຟີ​ລິບ​ປິນຖອນ​ຕົວ​ອອກ​ຈາກ​ການ​ເປັນ​ລັດ​ຮ່ວມ​ພາຄີ​ລັດຖະທຳ​ມະນູນ​ນະຄອນຫລວງ​ໂຣມ ​ເຊິ່ງ​ເປັນ​ສົນທິສັນຍາ​ສາກົນ​ວ່າ​ດ້ວຍ​ການຈັດຕັ້ງສານ​ອາຍາ​ສາກົນ (ICC) ​ໂດຍ​ການ​ລາ​ອອກ “ມີ​ຜົນ​ທັນທີ” ​ເນື່ອງ​ຈາກ ICC ​ເປັນ​ອົງການ​ທີ່​ໃຫ້​ຮ້າຍ​ຜູ້ນຳ​ຟີ​ລິບ​ປິນ ​ແລະ ລັດຖະບານ​ມະນິລາ ດ້ວຍ​ຂໍ້​ກ່າວ​ຫາ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ​ແລະ ການ​ໂຈມ​ຕີ​ທີ່​ເກີດ​ຂຶ້ນຕະຫລອດ​ໄລຍະ​ເວລາ​ຜ່ານ​ມາ​ລ້ວນ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສະຫະ​ປະຊາ​ຊາດ (UN).

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂະ​ບວນການ​ລາ​ອອກ​ຈາກ​ການ​ເປັນ​ສະມາຊິກຂອງ ICC ອາດ​ໃຊ້​ເວລາ​​ເຖິງ 1 ປີ​ ​ເລີ່​ມຈາກ​ການ​ທີ່​ຜູ້ນຳ​ລັດຖະບານ​ຂອງ​ປະ​ເທດ​ນັ້ນຕ້ອງ​ຍື່ນ​ໜັງສື​ຢ່າງ​ເປັນ​ທາງ​ການ​ເຖິງ​ເລຂາທິການ UN ທີ່​ສຳນັກງານ​ໃຫຍ່​ໃນ​ນະຄອນ​ນິວຢອກ ​ເຊິ່ງຄົນ​ປັດຈຸບັນ​ຄື​ທ່ານ ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣສ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ລັດຖະບານ​ມະນິລາ​ມີ​ຂຶ້ນ ຫລັງ ICC ​ເຊິ່ງມີ​ສຳນັກງານ​ໃຫຍ່​ຢູ່​ນະຄອນຫລວງ​ເຮ​ກ ປະກາດ​ໃນຕົ້ນ​ເດືອນ​ກຸມພາ​ຜ່ານ​ມາ ​ເລີ່​ມດຳ​ເນີນ​ການ​ສອບ​ສວນ​ເບື້ອງຕົ້ນການ​ຮ້ອງ​ຮຽນ​ວ່າ: ທ່ານ ດູ​ເຕີ​ເຕ “ມີ​ສ່ວນ​ກ່ຽວຂ້ອງ” ກັບ “ການ​ເສຍ​ຊີວິດ​ຢ່າງ​ຜິດ​ກົດໝາຍ” ຂອງ​ປະຊາຊົນ​ຫລາຍ​ກວ່າ 4.100 ຄົນ ນັບ​ແຕ່​ເຈົ້າໜ້າ​ທີ່​ຝ່າຍ​ຄວາມ​ໝັ້ນຄົງ​ຂອງ​ຟີ​ລິບ​ປິນປະຕິບັດ​ການ​ສົງຄາມ​ຢາ​ເສບ​ຕິດ​ໃນ​ກາງ​ປີ 2016.

- 5 - ຟີລິບປິນກຽມລາອອກ ຈາກສານອາຍາສາກົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!