ມາສເຕີ 7 ຕັ້ງເປົ້າຕິດ 1 ໃນ 3 ຂອງການ ແຂ່ງຂັນເປບຊີ ລາວພຣີເມຍລີກ 2018

ການແຂ່ງຂັນບານເຕະເປບຊີ ລາວພຣີເມຍລີກ 2018 ໄດ້ເລີ່ມຂຶ້ນໃນທ້າຍເດືອນກຸມພາຜ່ານມານີ້ ໂດຍມີ 8 ສະໂມສອນເຂົ້າຮ່ວມ ເຊິ່ງໃນນັ້ນມີ 2 ສະໂມສອນທີ່ເປັນສະໂມສອນນ້ອງໃໝ່ ຄືສະໂມສອນຫລວງພະບາງ ຢູໄນເຕັດ ແລະ ສະໂມສອນມາສເຕີ 7 ເອັຟຊີ, ຂະນະທີ່ປະທານສະໂມສອນ ມາສເຕີ 7 ເອັຟຊີ ຕັ້ງເປົ້າຫວັງຕິດ 1 ໃນ 3 ຂອງການແຂ່ງຂັນດັ່ງກ່າວ.
ທ່ານ ພອນ ພົມພະຈັນ ປະທານສະໂມສອນ ມາສເຕີ 7 ເອັຟຊີ ໄດ້ໃຫ້ສໍາພາດວ່າ: ສະໂມສອນມາສເຕີ 7 ເອັຟຊີ ຖືວ່າເປັນສະໂມສອນໜຶ່ງທີ່ຫາກໍເລີ່ມເຂົ້າສູ່ການແຂ່ງຂັນລີກສູງສຸດຂອງລາວ ເຊິ່ງໄດ້ສ້າງສິ່ງທ້າທ້າຍໃຫ້ກັບພວກເຮົາຫລາຍພໍສົມຄວນ ເພາະຍັງບໍ່ເຄີຍເຂົ້າຮ່ວມການແຂ່ງຂັນລາຍການອັນດັບຕົ້ນໆຂອງປະເທດ ແຕ່ພວກເຮົາກໍຈະເຮັດໃຫ້ດີທີ່ສຸດ ເພື່ອສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ວົງການກິລາ ເຊິ່ງໃນເບື້ອງຕົ້ນກ່ອນເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວ ຕົນເອງຕັ້ງເປົ້າຫວັງຕິດ 1 ໃນ 3 ຂອງຕາຕະລາງຄະແນນໃນການແຂ່ງຂັນປີນີ້ ເພາະປັດຈຸບັນພວກເຮົາໄດ້ເຊັນສັນຍາກັບນັກເຕະຕ່າງ ປະເທດຈໍານວນ 5 ຄົນເຂົ້າມາເສີມສະໂມສອນ ເພື່ອເຮັດໃຫ້ພວກເຮົາສາມາດສ້າງຜົນງານໃຫ້ໄດ້ອັນດັບທີ່ດີໃນການແຂ່ງຂັນ.
ປັດຈຸບັນສະໂມສອນ ມາສເຕີ 7 ເອັຟຊີ ໄດ້ລົງສະໜາມ 3 ຄັ້ງ ເສຍ 1 ຄັ້ງ ສະເໝີ 2 ຄັ້ງ ຈັດຢູ່ອັນດັບທີ 5 ຂອງຕາຕະລາງຄະແນນປະຈໍາອາທິດຜ່ານມາ.
ສໍາລັບຕາຕະລາງການແຂ່ງຂັນ ວັນທີ 31 ມີນາ ມີຢູ່ 2 ຄູ່ຄື: ເວລາ 15:00 ໂມງ ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບ ສະໂມສອນ ລາວໂຕໂຢຕາ ເອັຟຊີ ທີ່ຈສະໜາມກິລາແຫ່ງຊາດຫລັກ 16, ເວລາ 17:30 ໂມງ ສະໂມສອນ ກອງທັບ ເອັຟຊີ ພົບ ສະໂມສອນ ປກສ ເອັຟຊີ ທີ່ສະໜາມກິລາແຫ່ງຊາດຫລັກ 16. ສ່ວນວັນທີ 1 ເມສາ 2018 ເວລາ 16:00 ສະໂມສອນ ສະຫວັນ ຢູໄນເຕັດ ພົບ ສະໂມສອນ ດີເຄ ເອັຟຊີ ທີ່ສະໜາມກິລາແຂວງສະຫວັນນະເຂດ ແລະ ເວລາ 17:00 ສະໂມສອນ ມາສເຕີ 7 ເອັຟຊີ ພົບ ສະໂມສອນ ຫລວງພະບາງ ຢູໄນເຕັດ ທີ່ສະໜາມ ມຊ.