ງານສະຫລອງວັນຝຣັ່ງໂກໂຟນີຈະມີຂຶ້ນໃນກາງເດືອນມີນານີ້

ໃນວັນທີ 13 ມີນານີ້, ທີ່ສະ ມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ບຸນຍະລິດ ສຸດທິຈັກ ຜູ້ປະສານງານຝຣັ່ງໂກໂຟນີ ແຫ່ງຊາດໄດ້ຖະແຫຼງ ຕໍ່ສື່ມວນ ຊົນວ່າ: ງານສະຫຼອງວັນຝຣ່ັງ ໂກໂຟນີສາກົນ 20 ມີນາ ປະ ຈໍາປີ 2018, ຈະມີຂຶ້ນໃນລະ ຫວ່າງວັນທີ 17-24 ມີນານີ້, ໂດຍການຮ່ວມມືລະຫວ່າງ ກະ ຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ, ອົງການ AUF, ສະຖາບັນຝຣັ່ງ ແລະ ສະຖານທູດຝຣັ່ງ.
+ ສະຖານທູດຫວຽດນາມປະຈຳລາວສະຫລອງປີໃໝ່ປະຈຳຊາດດ້ວຍບັນຍາກາດຟົດຟື້ນ
+ ຝຣັ່ງຈະຮັບຜູ້ອົບພະຍົບຊາວອາຟຣິກາ ທີ່ໄດ້ຮັບການຊ່ວຍເຫລືອຈາກ ລີບີໂດຍ ສປຊ
ການສະເຫຼີມສະຫຼອງວັນ ດັ່ງກ່າວ ຈະມີຫຼາຍກິດຈະກໍາ ເຊັ່ນ: ໃນວັນທີ 17 ມີນາ, ຈະ ມີການເປີດພິທີຝຣັງໂກໂຟນີ ສາກົນ ຢູ່ທີ່ສະຖາບັນຝຣັ່ງ, ຈະ ມີການມີແຂ່ງຂັນຂຽນທວາຍ, ອ່ານນິທານຝຣັ່ງໂກໂຟນ ຢູ່ຫໍ ສະໝຸດສະຖາບັນຝຣັ່ງ, ແຂ່ງ ຂັນຮ້ອງເພງ, ຊົມການສະ ແດງລະຄອນ ຂອງນັກຮຽນ ມັດທະຍົມວຽງຈັນ ແລະ ໂຮງ ຮຽນຝຣັ່ງ ແລະ ອີກຫຼາຍໆ ກິດຈະກໍາ, ໃນວັນທີ 18, ຈະ ໄດ້ຮັບຊົມຄອນເສີດດົນຕຣີ ແຈສ, ວັນທີ 21 ຈະມີກອງ ປະຊຸມການດໍາເນີນງານຂອງຝຣັ່ງໂກໂຟນ ແລະ ປຶກສາ ຫາ ລືການໃຫ້ໂອກາດຂອງພາ ສາຝຣັ່ງຮ່ວມກັບ AUF ແລະ ຮັບຊົມການສາຍຮູບເງົາເດັກ ນ້ອຍສີຜິວນໍ້າເຜີ້ງ ທີ່ຫ້ອງ ສາຍຮູບເງົາສະຖາບັນຝຣັ່ງ, ສ່ວນວັນທີ 23, ຈະໄດ້ຮັບຊົມ ຮູບເງົາເລື່ອງສັ້ນ ຝຣັ່ງໂກໂຟນ ທີ່ຫ້ອງສາຍຮູບເງົາສະຖາບັນ ຝຣັ່ງ ແລະ ວັນທີ 24 ຈະມີ ການອ່ານນິທ່ານ ຝຣັ່ງໂກໂຟນ ທີຫໍສະໝຸດ ສະຖາບັນຝຣັ່ງ.
ພິເສດໃນວັນທີ 14 ມີນາ ນີ້, ອົງກການ AUF ໄດ້ຈັດ ກິດຈະກໍາທີ່ເປັນການປະກອບ ສ່ວນໃນການກ້າວເຂົ້າສູ່ ການປະກອບອາຊີບ ເຊິ່ງປະ ກອບມີການແຂ່ງຂັນພາສາ ຝຣັ່ງ 2 ປະເພດ ແລະ 1 ເວທີ ສົນທະນາແລກປ່ຽນປະສົບ ການ, ເຊິ່ງຈັດຂຶ້ນສໍາລັບນັກ ສຶກສາ ເພື່ອເປັນການຊ່ວຍ ໃຫ້ນັກສຶກສາໄດ້ກະກຽມຕົນ ເອງໃນການກ້າວສູ່ຕະຫຼາດ ແຮງງານ. ກິດຈະກໍາມີຄື: ການ ປະກວດບົດຊີວະປະຫວັດຫຍໍ້ ເປັນພາສາຝຣັ່ງ (ສົ່ງປະ ຫວັດຫຍໍ້ຂອງຕົນຮອດວັນທີ 14 ມີນາ) ແລະ ການແຂ່ງ ຂັນຄົ້ນຫາຄໍາຕອບທາງອິນ ເຕີເນັດຄັ້ງທີ 3 ພາຍໃຕ້ຫົວ ຂໍ້ “ຫົວໃຈສໍາຄັນຂອງການ ກ້າວເຂົ້າສູ່ການປະກອບອາ ຊີບ” ເຊິ່ງຈະໄດ້ຈັດແຂ່ງຂັນ ພ້ອມກັນໃນທຸກໆສູນແຂ່ງຂັນ ທັງຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຫຼວງພະ ບາງ ແລະ ປາກເຊ, ຄາດວ່າ ຈະມີຜູ້ເຂົ້າຮ່ວມແຂ່ງຂັນປະ ມານ 50 ກວ່າຄົນ ແລະ ຜູ້ທີ່ ຊະນະການແຂ່ງຂັນທັງ 2 ປະ ເພດຈະໄດ້ຮັບລາງວັນໃນ ກອງປະຊຸມປຶກສາຫາລື ແລະ ແລກປ່ຽນປະສົບການຂອງ ບຸກຄົນທີ່ໃຊ້ພາສາຝຣັ່ງທີ່ຈະ ຈັດຂຶ້ນໃນວັນທີ 21ມີນານີ້.