ໄຂງານວາງສະແດງຜະລິດຕະພັນລາວ ປະຈຳປີ 2018
ງານວາງສະແດງຜະລິດຕະພັນລາວ ຄັ້ງທີ 5 ປະຈຳປີ 2018, ໄດ້ຈັດຂຶ້ນໃນວັນທີ 14 ມີນາ ນີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທູຕານຸທູດ ແລະ ຜູ້ປະກອບການເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ໃຫ້ຮູ້ວ່າ: ອີງຕາມການຊີ້ນຳຢ່າງໃກ້ສິດຈາກພັກ-ລັດຖະບານ, ໂດຍສະເພາະແມ່ນກະຊວງອຸດສາຫະກຳ ແລະ ການຄ້າ, ຕໍ່ວຽກງານການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນປະເທດ ແລະ ເພື່ອຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການພາຍໃນ, ສະພາການຄ້າ ແລະອຸດສາຫະກຳ ແຫ່ງຊາວລາວ, ຈຶ່ງໄດ້ຈັດງານວາງສະແດງຜະລິດຕະພັນລາວ ຄັ້ງທີ 5 ຂຶ້ນລະຫວ່າງວັນທີ 14-18 ມີນາ ນີ້, ເພື່ອເຕົ້າໂຮມເອົາຜະລິດຕະພັນທີ່ມີການປະດິດສ້າງທີ່ໂດດເດັ່ນ, ເປັນເອກະລັກ, ເປັນຕົ້ນແມ່ນຜະລິດຕະພັນຈາກ 18 ແຂວງທົ່ວປະເທດເຊັ່ນ: ຊາຜົ້ງສາລີ, ສິ້ນຊຳເຫນືອ, ຫັດຖະກຳຫລວງພະບາງ, ເຂົ້າໄກ່ນ້ອຍຊຽງຂວາງ, ຜະລິດຕະພັນເຟີນີເຈີ, ເຄື່ອງດື່ມ ແລະ ອື່ນໆ, ໂດຍມີຫ້ອງວາງສະແດງຫລາຍກວ່າ 200 ຮ້ານ, ຊຶ່ງເປັນການປະກອບສ່ວນໃນປີທ່ອງທ່ຽວລາວ ແລະ ຄາດຄະເນຜູ້ທີ່ຈະເຂົ້າຊົມງານໃນຄັ້ງນີ້ເປັນຈຳນວນຫລາຍ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍໄດ້ຢ້ຽມຊົມຫ້ອງວາງສະແດງຜະລິດຕະພັນລາວທີ່ໄດ້ເຂົ້າຮ່ວມ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຫົວໜ່ວຍທຸລະກິດຜູ້ປະກອບການລາວ ທີ່ມີຫົວຄິດປະດິດສ້າງ, ສ້າງສິນຄ້າລາວໃຫ້ໂດດເດັ່ນ, ປະກອບສ່ວນໃຫ້ພຶ້ນຖານເສດຖະກິດຂອງປະເທດໃຫ້ເຕີບໃຫຍ່ຂຶ້ນເປັນກ້າວໆ.