ລູກທໍລະພີຄາດຕະກໍາພໍ່ຖືກດໍາເນີນຄະດີຕາມກົດໝາຍ
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ເຫດການເສົ້າດັ່ງກ່າວ, ເກີດຂຶ້ນໃນຕອນເຊົ້າຂອງວັນທີ 9 ມີນານີ້, ຊຶ່ງກ່ອນເກີດເຫດທ້າວ ແສງດາວເພັດ ໄດ້ຂໍເງິນນຳແມ່ 50.000 ກີບ ເພື່ອຈະໄປຫາໝູ່ ແຕ່ບໍ່ໄດ້ໃຫ້ຈຶ່ງຜິດຖຽງກັບແມ່ຢ່າງແຮງ, ໃນຂະນະນັ້ນ ຜູ້ເປັນພໍ່ຊື່ທ້າວ ຄຳແສນ ອາຍຸ 54 ປີໄດ້ເຂົ້າມາຫ້າມໃຫ້ຢຸດເຊົາ, ຈາກນັ້ນພໍ່ ໄດ້ໄປປ່ອຍລົມລົດຈັກເພື່ອບໍ່ໃຫ້ລູກເອົາລົດອອກໄປນອກ. ເມື່ອເປັນເຊັ່ນນັ້ນ ທ້າວ ແສງດາວເພັດ ໄດ້ຍາດເອົາກະແຈລົດໃຫຍ່ນໍາພໍ່ ແລະ ເກີດຜິດຖຽງກັນຢ່າງແຮງເຖິງຂັ້ນລົງມືຕີກັນ, ຈາກນັ້ນທ້າວ ແສງດາວເພັດ ໄດ້ໄປຈັບເອົາມີດໃນເຮືອນຄົວມາແທງພໍ່ຫລາຍຄັ້ງຈົນເສຍຊີວິດຄາທີ່. ຈາກນັ້ນ ຜູ້ກ່ຽວໄດ້ເອົາກະແຈລົດແລ້ວຂັບຫລົບໜີໄປ, ຈາກນັ້ນເຈົ້າໜ້າທີ່ໄດ້ຕິດຕາມ ຈັບຕົວໄດ້ຢູ່ເຮືອນພັກແຫ່ງໜຶ່ງເຂດບ້ານໜອງໜ່ຽງເມືອງໄຊເສດຖານະຄອນຫລວງວຽງຈັນ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ທ້າວ ແສງດາວເພັດ ແມ່ນໄດ້ພົວພັນຢາເສບຕິດມາດົນຈົນມີອາການຕິດຢາຮຸນແຮງ ແລະ ເຄີຍຖືກຜູ້ປົກຄອງສົ່ງຕົວໄປບຳບັດຢາເສບຕິດມາແລ້ວຄັ້ງໜຶ່ງແຕ່ບໍ່ເຂັດຫລາບ, ພາຍຫລັງອອກມາກໍຍັງພົວພັນຢາເສບຕິດອີກ, ກ່ອນ ມາລົງມືກໍ່ເຫດຂ້າພໍ່ຄີງຂອງຕົນຢ່າງໂຫດຫ້ຽມນີ້.