ເກີດເຫດລົດບັນທຸກພິກປີ້ນຢູ່ເຂດເມືອງນາກາຍມີຜູ້ເສຍຊີວິດຄາທີ່ 4 ຄົນ
ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ໃນຄືນວັນທີ 13 ມີນານີ້, ໄດ້ເກີດອຸປະຕິເຫດລົດບັນທຸກຂອງຄ້າຍຄຸມຂັງ ປກສ ແຂວງຄຳມ່ວນ ພິກປິ້ນຢູ່ເຂດຫົວພູ ເມືອງນາກາຍແຂວງດັ່ງກ່າວ, ສົ່ງຜົນໃຫ້ມີຜູ້ເສຍຊີວິດຄາທີ່ 4 ຄົນ, ຊຶ່ງລົດຄັນດັ່ງກ່າວແມ່ນໄດ້ໄປເອົາຝືນຢູ່ເຂດພູດັ່ງກ່າວ, ພໍມາເຖິງຈຸດເກີດເຫດລົດໄດ້ເສຍຫລັກ ເນື່ອງຈາກເປັນທາງຄ້ອຍຊັນ, ເສຍການຊົງໂຕແລ້ວພິກປີ້ນລົງຂ້າງທາງ, ຈົນມີຜູ້ເສຍຊີວິດຄາທີ່ 4 ຄົນ ແລະ ອີກ 1 ຄົນແມ່ນເສຍຊີວິດໃນຂະນະນຳສົ່ງໂຮງໝໍ, ພ້ອມມີຜູ້ບາດເຈັບ 17 ຄົນ, ສ່ວນສາເຫດການເກີດອຸປະຕິເຫດຄັ້ງນີ້ແມ່ນເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນມື້ດຽວກັນ, ກໍໄດ້ເກີດອຸປະຕິເຫດລົດຮຸນໄດໝາຍເລກທະບຽນ ກກ 9807 ປິ້ນລົງຮ່ອງຂ້າງທາງທີ່ເມືອງປາກຊ່ອງແຂວງຈຳປາສັກ ແລະ ທັບຄົນຂັບເສຍຊີວິດຄາທີ່.