ຊ່າງໄມ້ 14 ຄົນໄດ້ຮັບການຍົກລະດັບມາດຕະຖານສີມືແຮງງານ


ຂປລ. ໃນວັນທີ 12 ມີນານີ້, ສະຖາບັນພັດທະນາສີມືແຮງ ງານ ລາວ-ເກົາຫລີ ຮ່ວມກັບ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ ຈັດຊຸດເຝິກອົບຮົມວິຊາຊີບສາ ຂາຊ່າງໄມ້ເຟີນິເຈີ ລະດັບ 3 ໃຫ້ມີ ຄຸນນະພາບ ຈຳນວນ 14 ຄົນ, ພາຍໃຕ້ໂຄງການພັດທະ ນາສີມືແຮງງານ ຕາມມາດຕະ ຖານ ແລະ ການສ້າງມາດຕະ ຖານສີມືແຮງງານແຫ່ງຊາດ ເພື່ອການເຊື່ອມໂຍງ ປີ 2017, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍຈະ ດຳເນີນໄປເປັນ ເວລາ 5 ວັນ, ເພື່ອແນໃສ່ສ້າງຄວາມ ເຂັ້ມແຂງໃຫ້ແກ່ສີມືແຮງງານ ລາວມີຄວາມຮູ້ຄວາມສາມາດ ແລະ ມີຄຸນສົມບັດທັດສະນະ ຄະຕິທີ່ດີ ໃນສາຂາອາຊີບ ຊ່າງ ໄມ້ເຟນິເຈີ ເພື່ອສະໜອງໃຫ້ແກ່ ຫົວໜ່ວຍແຮງງານທັງພາກລັດ ແລະ ເອກະຊົນ.
ນອກຈາກນີ້, ຍັງເປັນ ການພັດທະນາສີມືແຮງງານ ລາວໃຫ້ມີຄຸນນະພາບ, ໜັກ ແໜ້ນເຂັ້ມແຂງ, ຮັບປະກັນ ດ້ານປະລິມານ ແລະ ຄຸນ ນະພາບ./.


+ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປັບປຸງກົງຈັກກົມຈັດຕັ້ງໃຫ້ແທດເໝາະ
+ ກະຊວງແຮງງານ ແລະ ສະຫວັດດີການສັງຄົມເລັ່ງເປີດກ້ວາງ ການຮ່ວມມືກັບຍີ່ປຸ່ນ