ຢູນິລີເວີ ຈະຍຸບສຳນັກງານໃຫຍ່ໃນອັງກິດ
ຢູນິລີເວີ ບໍລິສັດສັນຊາດອັງກິດ-ໂຮນລັງທີ່ມີຂະໜາດໃຫຍ່ເປັນອັນດັບສາມຂອງອັງກິດຈະຍຸບສຳນັກງານໃຫຍ່ໃນນະຄອນຫລວງລອນດອນ ເຫລືອສຳນັກງານໃຫຍ່ໃນເມືອງຣອດເຕີດຳພຽງແຫ່ງດຽວເທົ່ານັ້ນ.
ຢູນິລີເວີ ປະກາດການຕັດສິນໃຈດັ່ງກ່າວ ຫລັງຈາກແຈ້ງໃນປີກ່ອນວ່າ: ກຳລັງທົບທວນໂຄງສ້າງບໍລິສັດທີ່ມີສຳນັກງານໃຫຍ່ສອງແຫ່ງນັບແຕ່ຄວບກິດຈະການມາກາຣີນຢູນິໃນໂຮນລັງກັບລີເວີບຣາເທີໃນອັງກິດເມື່ອ 88 ປີກ່ອນ. ຄຳຖະແຫລງທີ່ຢູນິລີເວີປະກາດທັງໃນລອນດອນ ແລະ ຣອດເຕີດຳລະບຸວ່າ: ບໍລິສັດຕ້ອງການລວມຢູນິລີເວີ ເອັນ ວີ ໃນໂຮນລັງ ແລະ ຢູນິລີເວີ ພີແອລຊີ ໃນອັງກິດໃຫ້ເປັນນິຕິບຸກຄົນດຽວທີ່ຕັ້ງໃນໂຮນລັງ ເພື່ອໃຫ້ທຸລະກິດມີຄວາມຈະແຈ້ງ, ຄ່ອງຕົວ ແລະ ມີເປົ້າໝາຍຫລາຍຂຶ້ນ. ເຖິງຢ່າງໃດກໍດີ, ການຍຸບສຳນັກງານໃຫຍ່ໃນນະຄອນຫລວງລອນດອນຈະບໍ່ກະທົບຕໍ່ພະນັກງານ 7.300 ຄົນໃນອັງກິດ ແລະ 3.100 ຄົນໃນໂຮນລັງ, ສ່ວນທຸລະກິດຄວາມງາມ ແລະ ສິນຄ້າອະນາໄມສ່ວນບຸກຄົນຈະຍັງມີສຳນັກງານໃຫຍ່ຢູ່ນະຄອນຫລວງລອນດອນຕໍ່ໄປ.
ການເຄື່ອນໄຫວນີ້ມີຂຶ້ນໃນຂະນະທີ່ເມືອງຕ່າງໆໃນເອີຣົບພະຍາຍາມດຶງດູດທຸລະກິດທີ່ຄິດຍ້າຍສຳນັກງານໃຫຍ່ອອກຈາກນະຄອນຫລວງລອນດອນທັນທີທີ່ສະຫະລາຊະອານາຈັກອອກຈາກສະຫະພາບເອີຣົບ (EU) ໃນເດືອນມີນາປີໜ້າ ເພາະເຖິງວ່າເງື່ອນໄຂອອກຈາກ EU ຍັງບໍ່ຈະແຈ້ງ, ແຕ່ບໍລິສັດຫລາຍແຫ່ງກໍວາງແຜນຈະຍ້າຍສຳນັກງານໃຫຍ່ໄປເມືອງອື່ນໃນ EU ແລ້ວ.