ບໍລິສັດ ພູເບ້ຍ ມາຍນິງປະກອບສ່ວນພັນທະໃຫ້ລັດຖະບານລາວຈໍານວນ 90 ລ້ານໂດລາສະຫະລັດໃນປີ 2017
ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ (PBM) ສາມາດປະກອບສ່ວນພັນທະຕໍ່ລັດຖະບານລາວມີຫຼາຍກວ່າ 90 ລ້ານໂດລາສະຫະລັດ. ຕົວເລກດັ່ງກ່າວປະກອບດ້ວຍອາກອນກໍາໄລ ແລະ ອາກອນລາຍໄດ້, ຄ່າທໍານຽມ ແລະ ຄ່າບໍລິການນໍາເຂົ້າ, ອາກອນທາງ, ຄ່າຊັບພະຍາກອນແຮ່ທາດ, ຄ່າສໍາປະທານ ແລະ ເງິນປັນຜົນ.
ການປະກອບສ່ວນດັ່ງກ່າວເປັນຜົນຈາກລາຄາໂລຫະທີ່ປັບປຸງດີຂຶ້ນ ແລະ ການຜະລິດທີ່ເພີ່ມຂຶ້ນເກີນແຜນດໍາເນີນງານຂອງ ແລະ ການຮັກສາໂຄງສ້າງຄ່າໃຊ້ຈ່າຍໃຫ້ຫຼຸດລົງ.
ໃນປີ 2017, ບໍລິສັດ ພູເບ້ຍມີສະຖິຕິການຜະລິດທອງສູງສຸດເທົ່າທີ່ເຄີຍມີມາ, ຊຶ່ງໂຮງງານຜະລິດທອງ-ຄຳ ພູຄຳສາມາດຜະລິດໂລຫະທອງໄດ້ 90,363 ໂຕນ. ແລະ ຜະລິດຄໍາໄດ້ 76,055 ອອນ ແລະ ເງິນ 587,641 ອອນ. ໂຮງງານຜະລິດຄໍາ-ເງິນ ບ້ານ ຫ້ວຍຊາຍສາມາດຫຼອມຄຳແທ່ງປະສົມໄດ້ 116,475 ອອນ ແລະ ເງິນຈຳນວນ 789,735 ອອນໃນປີ 2017 ຜ່ານມາ.
ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ ຜົນສຳເລັດຂອງບໍລິສັດໃນປີ 2017 ແມ່ນໄດ້ມາຈາກອົງປະກອບຂອງການດໍາເນີນທຸລະກິດທັງໝົດຄື : ພະນັກງານ, ການຮັກສາຄວາມປອດໄພ, ການຄຸ້ມຄອງສິ່ງແວດລ້ອມ, ການພົວພັນນໍາຊຸມຊົນ ແລະ ການຮ່ວມມືກັບລັດຖະບານ.
“ຜົນສໍາເລັດຂອງບໍລິສັດ ພູເບ້ຍ ມາຍນິງແມ່ນການສ້າງຄວາມເຂັ້ມແຂງໃນສາຍພົວພັນຂອງບໍລິສັດ; ກັບລັດຖະບານລາວ, ຊຸມຊົນ, ພະນັກງານ, ຜູ້ສະໜອງ, ແລະ ຄູ່ຮ່ວມງານອື່ນໆ ເຊິ່ງເປັນແຮງກະຕຸກຊຸກຍູ້ໃຫ້ການຜະລິດຂອງບໍລິສັດເຕີບໃຫຍ່ຂະຫຍາຍໂຕ.