ທຫລ ສາຂາພາກ​ເໜືອຖືສໍາຄັນວຽກງານ​ການ​ເມືອງ​

- North bank -     ທຫລ ສາຂາພາກ​ເໜືອຖືສໍາຄັນວຽກງານ​ການ​ເມືອງ​
- kitchen vibe -     ທຫລ ສາຂາພາກ​ເໜືອຖືສໍາຄັນວຽກງານ​ການ​ເມືອງ​

ທະນາຄານ​ແຫ່ງ ສປປ ລາວ ສາຂາພາກ​ເໜືອ ມີສຳນັກງານຕັ້ງຢູ່ ແຂວງ​ຊຽງຂວາງ ( ທຫລ ) ໄດ້ຖືເອົາການສຶກສາອົບຮົມ​ການ​ເມືອງ​ແນວ ​ຄິດໃຫ້ແກ່ຖັນ​ແຖວພະນັກງານລັດຖະກອນຂອງຕົນ​ເປັນ​ບັນຫາສໍາຄັນ ແລະ ຕົ້ນຕໍ ເພື່ອ​ເປັນ​ການຕັດສິນທຸກໆຜົນສຳເລັດຂອງວຽກງານອັນໄດ້ເຮັດໃຫ້​ພະນັກງານມີແນວຄິດອຸ່ນອຽນ, ທຸ່ນທ່ຽງ ແລະ ເຊື່ອມ​ຊຶມ ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ ແລະ ຫ້າວຫັນຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຕາມການມອບໝາຍຢ່າງຕັ້ງໜ້າຮູ້ເຄົາລົບນັບຖືການຈັດຕັ້ງ, ມີ​ນ້ຳ​ໃຈ​ຮັບ ຜິດຊອບ​ ແລະ ປະຕິບັດລະບຽບວິໄນຢ່າງເຄັ່ງຄັດ ເປັນຕົ້ນ ການ ເຂົ້າ-ອອກວຽກ ແລະ ການນຸ່ງຖືເປັນລະບຽບຮຽບຮ້ອຍດີ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນໂດຍດີຕະຫລອດມາ.

ດັ່ງ ສະຫາຍ ວິສອນ ໄຊສົງຄາມ ເລຂາໜ່ວຍພັກ-ວ່າການຫົວໜ້າ  ສາຂາ​ທະນນຄານດັ່ງກ່າວໃຫ້ຮູ້ວ່າ: ທຫລ ສາຂາ​ພາກ​ເໜືອ​ ໄດ້ເປີດ​ໃຫ້​ບໍລິການ​ຢ່າງ​ເປັນ​ທາງ​ການນັບແຕ່ທ້າຍເດືອນ ກໍລະກົດ 2017 ເປັນຕົ້ນມາ ໃນການເຮັດພາລະບົດບາດ, ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ພັກ-ຄະນະ​ຜູ້​ວ່າການ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​3 ​ແຂວງ​ພາກ​ເໜືອ ເຊັ່ນ : ​ແຂວງຊຽງຂວາງ, ຫົວພັນ ​ແລະ ​ໄຊ​ສົມບູນ ​​ໃນ​ການ​ຄຸ້ມ​ຄອງ​ມະຫາ​ພາກ​ທາງ​ດ້ານ​ເງິນຕາ, ສິນ​​ເຊື່ອ, ຄຸ້ມ​ຄອງ​ທະນາຄານ​ທຸ​ລະ​ກິດ ​ແລະ ສະ​ຖາ​ບັນ​ການ​ເງິນ ຢູ່​ຂັ້ນ​ທ້ອງ​ຖິ່ນດັ່ງກ່າວ ແລະ ໄດ້​ເອົາ​ໃຈ​ໃສ່​ເຄື່ອນ​ໄຫວ​ປະຕິບັດ​ວຽກ​ງານເອົາໃຈໃສ່ປັບປຸງ ແລະ ພັດທະນາ ພະນັກງານ-ອົງການຈັດຕັ້ງໃຫ້ມີຄວາມສົມບູນແບບ ແລະ ຮັບໃຊ້ໜ້າທີ່ວຽກງານໃຫ້ດີທີ່ສຸດ; ສະຫາຍ ເລຂາໜ່ວຍພັກດັ່ງກ່າວໃຫ້ຮູ້ອີກວ່າ: ໃນໄລຍະ 6 ເດືອນ ທ້າຍປີ 2017  ໄດ້ປະຕິບັດໜ້າທີ່ ແລະເຄື່ອນ​ໄຫວ​ຄຸ້ມຄອງທະນາຄານທຸລະກິດຢ່າງຕັ້ງໜ້າໃນຂອບເຂດຮັບຜິດຊອບຂອງຕົນ ໂດຍໄດ້ສຳ​ເລັດໃນການ​ເຊັນ​ຮັບຮອງ​ຄູ່​ມືຂັ້ນ​ຕອນ​ການ​ກວດກາ​ທະນາຄານ​ທຸລະ​ກິດ, ຄູ່​ມື​ສະ​ເພາະ​ດ້ານ​ສິນ​ເຊື່ອ-ຄູ່​ມື​ຂັ້ນ​ຕອນ​ການ​ວິ​ເຄາະຖານະ​ການ​ເງິນ (CAMEL), ອັດຕາ​ສ່ວນ​ທາງ​ການ​ເງິນ,​ ແຜນການ​ດຳ​ເນີນ​ງານ​ຂອງ​ພະ​ແນ​ກຂໍ້​ຕົກລົງວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ພະ​ແນ​ກ, ການ​ກຳນົດ​ຕໍາ​ແໜ່​ງງານ​ພາຍ​ໃນ​ພະ​ແນ​ກ ແລະໃນຂະນະດຽວກັນ ຍັງລົງກວດກາສາຂາທະນາຄານທຸລະກິດຕາມແຜນການປະຈໍາປີ 2016ໃນການລະດົມທຶນ ມີການຂະຫຍາຍຕົວຢ່າງຕັ້ງໜ້າ ເຫັນວ່າ: ສັງຄົມ ແລະ ນັກລົງທຶນ ຍັງມີຄວາມເຊື່ອໝັ້ນສູງໃນການບໍລິການຂອງຂະແໜງການທະນາຄານ ຊຶ່ງຮອດເດືອນ 10/2017 ມີຍອດເງິນຝາກທັງໝົດ 2.140 ຕື້ກ່ວາກີບ; ກລາຍກວ່າໝູ່ ຄື: ທະນາຄານພັດທະນາລາວ ກວມ​ເອົາ 36,52%; ຮອງລົງມາທະນາຄານການຄ້າຕ່າງປະເທດລາວມະຫາຊົນ ກວມ​ເອົາ 32,12% ​ແລະ ທະນາຄານສົ່ງເສີມກະສິກຳ ກວມ​ເອົາ 15,73% ຂອງ​ຍອດ​ເງິນຝາກທັງໝົດ; ຄຽງຄູ່ກັນນັ້ນ ຍັງເອົາໃຈໃສ່ສະໜອງເງິນກູ້ເຂົ້າໃນຂົງເຂດການຜະລິດ-ທຸລະກິດ ເພື່ອພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີການຂະຫຍາຍ ຕົວຢ່າງຕັ້ງໜ້າ; ປະຊາຊົນບັນດາເຜົ່າ ສາມາດເຂົ້າເຖີງແຫຼ່ງທຶນ ແລະ ການບໍລິການຂອງທະນາຄານ ໄດ້ຢ່າງສະດວກ ແລະ ວ່ອງໄວ ອັນເນື່ອງມາຈາກມີສາຂາ-ໜ່ວຍບໍລິການເກືອບທົ່ວທຸກເມືອງ ເຊິ່ງໄລ່ມາຮອດ​ເດືອນ 10/2017 ໄດ້ສະໜອງສິນເຊື່ອທັງໝົດ 2.000 ກວ່າຕື້ກີບ.

- Visit Laos Visit SALANA BOUTIQUE HOTEL -     ທຫລ ສາຂາພາກ​ເໜືອຖືສໍາຄັນວຽກງານ​ການ​ເມືອງ​
- Visit Laos Visit SALANA BOUTIQUE HOTEL -     ທຫລ ສາຂາພາກ​ເໜືອຖືສໍາຄັນວຽກງານ​ການ​ເມືອງ​

ປະຈຸບັນສະຖາບັນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ ພາກເໜືອມີ 5 ແຫ່ງຄື: ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ 2 ແຫ່ງ (ແຂວງຫົວພັນ) ແລະ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ 3 ແຫ່ງ (ແຂວງຊຽງຂວາງ), ສ່ວນແຂວງໄຊສົມບູນກຳລັງຕິດຕາມອອກໃບອະນຸຍາດຖາວອນ.

ໃນດ້ານການຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ ກໍໄດ້ສຳ​ເລັດ​ຮ່າງ​ພາລະ​ບົດບາດ​ຄູ່​ມື​ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ພະ​ແນ​ກ, ຮ່າງ​ກຳ​ນົດຕໍາ​ແໜ່​ງງານ​ການ​ແບ່ງ​ຄວາມ​ຮັບຜິດຊອບ​ຂອງ​ພະ​ນັກ​ງານ, ຮ່າງ​ ວິ ທີ​ການ​ເຮັດ​ວຽກ​ຂອງ​ແຕ່ລະ​ຕໍາ​ແໜ່​ງ; ລົງ​ຕິດຕາມ​ສະພາບ​ເສດຖະກິດ-​ເງິນຕາທີ່​ແຂວງ​ຊຽງ​ຂວາງ ​ແລະ ​ຫົວພັນ; ສຳ​ເລັດ​ການ​ສ້າງ​ເອກະສານ​ມາດ​ຖານເງື່ອນ​ໄຂ ​ເພື່ອ​ເປັນ​ຕົວ​ຊີ້​ວັດ​ໃນ​ການ​ລົງ​ສຳ​ຫຼວດ ​ແລະ ກວດກາ​ບັນດາຮ້ານ​ແລກປ່ຽນ​ເງິນຕາຢູ່​ແຂວງ​ຊຽງ​ຂວາງ ​ແລະ ຫົວພັນຈຳນວນ 14 ຮ້ານ ​ໃນ​ນັ້ນ​ໄດ້ຄົ້ນ​ຄວ້າ​ອອກ​ໃບ​ອະນຸຍາດ​ຕໍ່ທະບຽນ​ຮ້ານ​ແລກປ່ຽນ​ໃໝ່​ ຈຳນວນ 6 ຮ້ານ; ​ເກັບ​ກຳ​ລາຄາ​ສິນຄ້າ​ຕາມ​ທ້ອງ​ຕະຫຼາດ ​ເພື່ອ​ສັງ​ລວມສົ່ງ​ໃຫ້​ສຳນັກງານ​ໃຫຍ່​ເປັນລາຍ​ເດືອນ; ​ເກັບ​ກຳ​ປ້າຍ​ໂຄສະນາ ​ແລະ ສົ່ງ​ເສີມ​ເງິນ​ກີບ ຢູ່​​ແຂວງ​ຊຽງ​ຂວາງ ​ແລະ ຫົວພັນ; ​ຕິດຕາມ​ການ​ນຳ​ໃຊ້​ເງິນ​ຕາ​ຕ່າງປະ​ເທດ​ຕາມ​ເຂດ​ຊາຍ​ແດນ ດ່ານ​ທ້ອງ​ຖິ່ນ ​ແລະ ດ່ານ​ສາກົນພາຍ​​ໃນ​ແຂວງ​ຊຽງ​ຂວາງ ​ແລະ ຫົວພັນ; ​ສັງ​ລວມຕົວ​ເລກ​ຊື້-ຂາຍ​ເງິນຕາ​ຕ່າງປະ​ເທດ​ຈາກ​ບັນດາທະນາຄານ ​ແລະ ຮ້ານ​ແລກປ່ຽນພາຍ​ໃນ​ແຂວງ​ຊຽງ​ຂວາງ ​ແລະ ຫົວພັນ ແລະ ໄດ້​ສ້າງ​ຖານ​ຂໍ້​ມູນ​ສະຖິຕິ​ຕົວ​ຊີ້​ວັດ​ທາງ​ດ້ານ​ເສດຖະກິດ​ມະຫາ​ພາກ​ຂອງ 2 ​ແຂວງດັ່ງກ່າວແລ້ວ ແລະ ສຳລັບໃນ​ປີ 2018 ຍັງຈະສືບຕໍ່ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ໃຫ້​ສະມາຊິກ​ພັກ-ພະນັກງານ​ ດ້ວຍ​ການ​ເຜີຍ​ແຜ່ບັນດາ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ໃຫ້​ແກ່​ພະນັກງານ​ທີ່ຢູ່​ໃນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ມີ​ຄວາມ​ຮັບ​ຮູ້ ເຊື່ອມ​ຊຶມ​ ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ; ສຳ​ຫຼວດກວດກາ ​ແລະ ປ້ອງ​ກັນປະກົດ​ການ​ຫຍໍ້​ທໍ້​ບໍ່​ໃຫ້​ເກີດ​ຂຶ້ນ​ໃນ​ຖັນ​ແຖວ​ພະນັກງານ​ ແລະ ພ້ອມດຽວກັນ ກໍປະຕິບັດຕາມແຜນກວດກາປີ 2018 ລົງກວດກາບັນດາທະນາຄານທຸລະກິດທັງໝົດ ລວມມີ 14 ແຫ່ງ; ໃນນັ້ນມີສາຂາທະນາຄານທຸລະກິດ 5 ແຫ່ງ ແລະ ໜ່ວຍບໍລິການທະນາຄານທຸລະກິດ 9 ແຫ່ງ; ກວດກາການນໍາສົ່ງບົດລາຍງານຖານະການເງິນຂອງສາຂາທະນາຄານທຸລະກິດ ແລະ ໜ່ວຍບໍລິການຂອງທະນາຄານປະຈໍາເດືອນ; ກວດກາການຂຶ້ນແຜນລົງຊຸກຍູ້ທະນາຄານນະໂຍບາຍ ໂດຍການຍົກລະດັບຂອງກອງທຶນຂອງປະຊາຊົນ ແລະ ບັນດາວຽກງານອື່ນໆອີກທີ່ປິ່ນ.

# ໂດຍ: ຣັດສະໝີ ດວງສັດຈະ

- 5 -     ທຫລ ສາຂາພາກ​ເໜືອຖືສໍາຄັນວຽກງານ​ການ​ເມືອງ​
- 4 -     ທຫລ ສາຂາພາກ​ເໜືອຖືສໍາຄັນວຽກງານ​ການ​ເມືອງ​
- 3 -     ທຫລ ສາຂາພາກ​ເໜືອຖືສໍາຄັນວຽກງານ​ການ​ເມືອງ​