ຄວບຄຸມໂຕເອງໃຫ້ໄດ້ກໍຫລຸດນ້ຳໜັກຢ່າງໄດ້ຜົນ

- 011603 2018 -  ຄວບຄຸມໂຕເອງໃຫ້ໄດ້ກໍຫລຸດນ້ຳໜັກຢ່າງໄດ້ຜົນ
- kitchen vibe -  ຄວບຄຸມໂຕເອງໃຫ້ໄດ້ກໍຫລຸດນ້ຳໜັກຢ່າງໄດ້ຜົນ

ການຫລຸດນຳ້ໜັກໃຫ້ໄດ້ຜົນຕ້ອງມາຈາກຄວາມຕັ້ງໃຈເອົາຈິງເອົາຈັງລ້ວນໆ ເຖິງວ່າຈະມີສິ່ງຍົວະໃຈຍົວະນຳ້ລາຍຕ່າງໆນາໆ ເຮົາຕ້ອງຮູ້ຈັກຄວບຄຸມໂຕເອງໃຫ້ໄດ້ ເຊິ່ງມື້ນີ້ພວກເຮົາມີວິທີງ່າຍໆທີ່ຈະຊ່ວຍໃຫ້ເຮົາສາມາດຫລຸດນຳ້ໜັກຢ່າງໄດ້ຜົນ.

  1. ກ່ອນຈະໄປເລາະຕະຫລາດ ຫລື ເລາະຫ້າງສັບພະສິນຄ້າ : ຄວນໄປຍ່າງຫລັງຈາກກິນອີ່ມໆ ຫາກເຮົາໄປຍ່າງຕອນຫິວໆ ຂອງກິນທີ່ຢູ່ຕໍ່ໜ້າຄົງຈະລົງກະຕ່າ ຫລື ລໍ້ຍູ້ໝົດແນ່ນອນ.
  2. ຄິດເຖິງແຕ່ອາຫານສຸຂະພາບ : ກ່ອນຈະເລືອກກິນອາຫານຫຍັງ ຕ້ອງຄິດເຖິງອາຫານຈານສຸຂະພາບໄວ້ກ່ອນ.
  3. ກິນພຽງແຕ່ພໍອີ່ມ : ຖາມໂຕເອງເລື້ອຍໆວ່າອີ່ມຫລືຍັງ ເຊິ່ງບາງເທື່ອເຮົາອາດຈະອີ່ມແລ້ວ, ແຕ່ຍ້ອນຄວາມເສຍດາຍອາຫານທີ່ຍັງບໍ່ໝົດ ຈຶ່ງເຮັດໃຫ້ບໍ່ເຊົາກິນຈັກເທື່ອໂດຍທີ່ອີ່ມແລ້ວ ຈຶ່ງເປັນສາເຫດໃຫ້ກິນຫລາຍເກີນຄວາມຕ້ອງການຂອງຮ່າງກາຍ ເຮັດໃຫ້ກະເພາະອາຫານຂະຫຍາຍໃຫຍ່ອອກ ແລະ ໄດ້ຮັບອາຫານເກີນຄວາມຈຳເປັນ ເຊິ່ງເຮັດໃຫ້ຕຸ້ຍງ່າຍ ແລະ ຫລຸດນຳ້ໜັກຍາກນຳອີກ.
  4. ບໍ່ເບິ່ງລາຍການໂທລະພາບທີ່ກ່ຽວກັບອາຫານ : ການເບິ່ງໂທລະພາບ ຫລື ຮູບທີ່ກ່ຽວກັບອາຫານ ເຮັດໃຫ້ເຮົາເກີດຄວາມຮູ້ສຶກຫິວຂຶ້ນມາໄດ້ ໂດຍສະເພາະໃນຕອນກາງຄືນ.
  5. ເອົາອາຫານຂີ້ເຫຍື້ອອອກໃຫ້ໝົດ : ຄິດຈະຫລຸດນຳ້ໜັກຢູ່ໃນເຮືອນ ຫລື ຢູ່ໃນຕູ້ເຢັນຈະຕ້ອງບໍ່ມີອາຫານຂີ້ເຫຍື້ອ ຫລື ອາຫານທີ່ມີແຕ່ແປ້ງ ແລະ ນຳ້ມັນຫລາຍ ລວມທັງເຂົ້າໜົມກິນຫລິ້ນທີ່ມີແຕ່ແປ້ງ ແລະ ນຳ້ຕານຫວານໆ.
  6. ປ່ຽນຂະໜາດຈານ ແລະ ອາຫານ : ປ່ຽນເປັນຈານຂະໜາດນ້ອຍລົງ ຈະເຮັດໃຫ້ເຮົາບໍ່ກິນຫລາຍຈົນເກີນໄປ ແລະ ເວລາໄປສັ່ງອາຫານກໍຄວນຂໍໃນປະລິມານທີ່ທ່ານກິນພໍດີອີ່ມກໍພໍແລ້ວ ຈຶ່ງບໍ່ເຮັດໃຫ້ເຮົາເກີດຄວາມເສຍດາຍຫາກກິນບໍ່ໝົດ ແລະ ຈຶ່ງບໍ່ເຫລືອຖິ້ມນຳອີກ.
  7. ວາງແຜນການກິນ : ວາງແຜນໄວ້ເລີຍວ່າຄາບຖັດໄປຈະກິນຫຍັງດີ, ຄິດຫລາຍໆວ່າແມ່ນຫຍັງມີປະໂຫຍດ, ພະລັງງານຕໍ່າ, ຫາກບໍ່ວາງແຜນ ຫິວຂຶ້ນມາເຫັນຫຍັງກໍຈະກິນຈົນກ້ຽງແນ່ນອນ.
  8. ຄຳນ້ອຍໆ ຫຍຳ້ຊ້າໆ : ເວລາກິນອາຫານໃຫ້ຕັກເຂົ້າປາກຄຳນ້ອຍໆ ແລະ ຫຍຳ້ໃຫ້ຊ້າລົງ ເຮັດໃຫ້ເຮົາອີ່ມໄວໃນຂະນະທີ່ກິນໄດ້ໜ້ອຍລົງໄປນຳອີກ ຈຶ່ງຫລຸດນຳ້ໜັກໄດ້ໄວຂຶ້ນ.

 

- Visit Laos Visit SALANA BOUTIQUE HOTEL -  ຄວບຄຸມໂຕເອງໃຫ້ໄດ້ກໍຫລຸດນ້ຳໜັກຢ່າງໄດ້ຜົນ
- 3 -  ຄວບຄຸມໂຕເອງໃຫ້ໄດ້ກໍຫລຸດນ້ຳໜັກຢ່າງໄດ້ຜົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!