ການກິນອາຫານແທນຢາແກ້ເຈັບຫົວ

ບາງເທື່ອອາການເຈັບຫົວນ້ອຍໆ ຄົນເຮົາກໍບໍ່ຈຳເປັນຕ້ອງກິນຢາສະເໝີໄປ ເພາະການກິນຢາເປັນປະຈຳອາດເຮັດໃຫ້ຮ່າງກາຍດື້ຢາໄດ້ ທັງຍັງສະສົມໃນຮ່າງກາຍ ເຮັດໃຫ້ໝາກໄຂ່ຫລັງເຮັດວຽກໜັກນຳອີກ, ລອງຫັນມາກິນອາຫານທີ່ນອກຈາກຈະແຊບ, ອີ່ມ ທັງຍັງຊ່ວຍປິ່ນປົວສຸຂະພາບໄດ້ນຳອີກ ດັ່ງນີ້ :
– ປາ : ປາທີ່ມີໂອເມກ້າ 3 ເປັນຢາດີຊ່ວຍຫລຸດອາການເຈັບປວດ, ຊ່ວຍຄວບຄຸມລະດັບນຳ້ຕານໃນຮ່າງກາຍໃຫ້ຄົງທີ່, ອາການເຈັບຫົວຈະຫລຸດລົງໄດ້ແນ່ນອນ.
– ໝາກກ້ວຍ : ແຮ່ທາດໂປຕັສຊຽມເປັນແຮ່ທາດທີ່ສຳຄັນ, ຊ່ວຍປັບຄວາມດຸ່ນດ່ຽງໃນຮ່າງກາຍ, ຊ່ວຍຫລຸດຄວາມເຄັ່ງຄຽດ, ຊ່ວຍຫລຸດຜ່ອນອາການເຈັບຫົວທີ່ເກີດຈາກຄວາມເຄັ່ງຄຽດໄດ້.
– ຂີງ : ປິ່ນປົວອາການເຈັບຫົວໄມເກຣນ, ຊ່ວຍໃຫ້ຜ່ອນຄາຍ, ເຮັດໃຫ້ເລືອດລົມໄຫລວຽນໄດ້ດີຂຶ້ນນຳ.
– ຜັກໃບສີຂຽວເຂັ້ມ : ສານຄລໍໂຣຟິວໃນຜັກໃບສີຂຽວເຂັ້ມເປັນໂຕລ້າງສານພິດ ເຮັດໃຫ້ຮ່າງກາຍໄດ້ຮັບອົກຊີແຊນໄດ້ຫລາຍຂຶ້ນ ອາການເຈັບປວດກໍຈະຫລຸດລົງ.
– ໝາກສາລີ : ມີວິຕາມິນເບ 3 ຫລື ໄນອະຊິນຫລາຍ ຊ່ວຍຫລຸດຄວາມເຄັ່ງຄຽດຂອງກ້າມຊີ້ນໄດ້ ຈຶ່ງຊ່ວຍຫລຸດອາການເຈັບປວດລົງໄດ້ ໂດຍສະເພາະແມ່ນອາການເຈັບຫົວ.
ເຫລົ່ານີ້ແມ່ນອາຫານທີ່ທ່ານສາມາດກິນໃນເບື້ອງຕົ້ນເພື່ອຊ່ວຍຫລຸດອາການເຈັບຫົວນ້ອຍໆໄດ້, ແຕ່ຫາກທ່ານມີອາການເຈັບຫົວໄປດົນໆ ແລະ ບໍ່ເຊົາຈັກເທື່ອ ກໍຄວນໄປໂຮງໝໍເພື່ອຮັບການກວດບົ່ງມະຕິຂອງອາການ ແລະ ພະຍາດທີ່ເປັນຢູ່ໂດຍໄວ ເພື່ອຈະສາມາດປິ່ນປົວໄດ້ທັນທ່ວງທີ.