ກຳປູເຈຍຕັ້ງເປົ້າເປັນປະເທດ ພັດທະນາໃນປີ 2050

ນາຍົກລັດຖະມົນຕີ ຮຸນເຊນ ຂອງກຳປູເຈຍ ປະກາດໃນວັນທີ 15 ມີນາວ່າ: ກຳປູເຈຍຈະກາຍເປັນປະເທດພັດທະນາໃນປີ 2050.
ຜູ້ນຳກຳປູເຈຍປະກາດໃນລະຫວ່າງກ່າວເປີດກອງປະຊຸມວ່າດ້ວຍອະນາຄົດຂອງກຳປູເຈຍປີ 2018 ວ່າ: ວິໄສທັດຂອງກຳປູເຈຍ ກໍຄືການເປັນປະເທດທີ່ມີລາຍຮັບປານກາງລະດັບສູງພາຍໃນປີ 2030 ແລະ ເປັນປະເທດທີ່ມີລາຍຮັບສູງໃນປີ 2050. ທັງນີ້ ເພື່ອໃຫ້ບັນລຸວິໄສທັດດັ່ງກ່າວ ກຳປູເຈຍຈະຍັງຄົງເນັ້ນການພັດທະນາຊັບພະຍາກອນມະນຸດ, ພັດທະນາປະສິດທິພາບສະຖາບັນ, ປັບປຸງອຸປະກອນເຄື່ອງມືທາງເຕັກນິກໃຫ້ທັນສະໄໝ ແລະ ພັດທະນາໂຄງລ່າງພື້ນຖານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ກຳປູເຈຍຄາດຫວັງທີ່ຈະບັນລຸເປົ້າໝາຍການເຕີບໃຫຍ່ທາງເສດຖະກິດ 7% ໃນປີ 2018 ນີ້ ໂດຍມີລວມຍອດຜະລິດຕະພັນພາຍໃນ ຫລື GDP ເພີ່ມຂຶ້ນເປັນ 24.500 ລ້ານໂດລາສະຫະລັດ.
ລາຍງານຂອງທະນາຄານໂລກລະບຸວ່າ: ປັດຈຸບັນກຳປູເຈຍເປັນປະເທດທີ່ມີລາຍຮັບປານກາງລະດັບຕໍ່າ ໂດຍຢູ່ໃນສະຖານະດັ່ງກ່າວນັບແຕ່ປີ 2015 ມີລາຍຮັບປະຊາຊາດ 1.070 ໂດລາສະຫະລັດ.