ຫລາຍແນວທາງໃນການຄຸມກຳເນີດທີ່ໜ້າຮູ້
ການຄຸມກຳເນີດມີວິທີການຫລາຍວິທີທີ່ສາມາດໃຊ້ເພື່ອປ້ອງກັນການຖືພາ, ສິ່ງສຳຄັນຄືຕ້ອງຫາວິທີການຄຸມກຳເນີດທ່ີເໝາະ ສົມກັບຕົນເອງຫລາຍທີ່ສຸດ. ແພດຜູ້ຊ່ຽວຊານສາມາດໃຫ້ຄຳແນະນຳດ້ານການຄຸມກຳເນີດກັບທ່ານໄດ້ກ່ຽວກັບການຄຸມກຳເນີດໃນຮູບແບຕ່າງໆ ເຊັ່ນ :
– ຖົງຢາງອະນາໄມ.
– ຖົງຢາງອະນາໄມແມ່ຍິງ.
– ຢາຂ້າອະສຸຈິ.
– ຢາຄຸມກຳເນີດທີ່ບໍ່ມີຮໍໂມນເອສໂຕຣເຈັນ.
– ຢາເມັດຄຸມກຳເນີດ.
– ຫ່ວງໃສ່ຊ່ອງຄອດ.
– ແຜ່ນຄຸມກຳເນີດ.
– ຢາຄຸມກຳເນີດແບບໂປຣເຈສໂຕເຈັນຢ່າງດຽວ.
– ຫ່ວງຄຸມກຳເນີດປະເພດ Hormone coils.
– ຢາຝັງຄຸມກຳເນີດ.
– ຫ່ວງຄຸມກຳເນີດປະເພດ Copper coils.
– ການເຮັດໝັນ.
– ການຄຸມກຳເນີດສຸກເສີນ.
– ວິທີການຄຸມກຳເນີດທີ່ເຊື່ອຖືບໍ່ໄດ້.
+ ຖົງຢາງອະນາໄມ :
ຖົງຢາງອະນາໄມແມ່ນປອກຢາງເນື້ອບາງໆທີ່ສາມາດມ້ວນອອກເພື່ອຄອບອົງຄະຊາດຂະນະແຂງໂຕ ຄວນໃສ່ຖົງຢາງອະນາ ໄມຕະຫລອດໄລຍະເວລາໃນການຮ່ວມເພດ. ຄວາມໜ້າເຊື່ອຖືຂອງຖົງຢາງອະນາໄມຈະມີຫລາຍຂຶ້ນຫາກໃຊ້ຮ່ວມກັບໂຟມ ຫລື ຄຣີມຂ້າເຊື້ອອະສຸຈິ, ຖົງຢາງອະນາໄມຍັງສາມາດໃຊ້ເພື່ອປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ ເຊັ່ນ : ພະຍາດເອດ. ຖົງຢາງອະນາໄມມີຈຳໜ່າຍທົ່ວໄປ, ຖົງຢາງອະນາໄມມີຄວາມໜ້າເຊື່ອຖືສູງຫາກໃຊ້ໄດ້ຖືກຕ້ອງ.
+ ຖົງຢາງອະນາໄມແມ່ຍິງ :
ຖົງຢາງອະນາໄມແມ່ຍິງແມ່ນປອກຢາງທີ່ມີຄວາມຫົດຢືດສຳລັບສອດເຂົ້າໃນຊ່ອງຄອດຂອງແມ່ຍິງເພື່ອປົກປິດປາກມົດລູກ. ຖົງຢາງອະນາໄມແມ່ຍິງມີຈຳໜ່າຍໃນຂະໜາດຕ່າງໆ ໂດຍແພດຈະຕ້ອງເປັນຜູ້ໃສ່ໃຫ້, ຄວນໃຊ້ຖົງຢາງອະນາໄມແມ່ຍິງຮ່ວມກັບ ຄຣີມຂ້າເຊື້ອອະສຸຈິ, ຖົງຢາງອະນາໄມແມ່ຍິງສາມາດໃສ່ຕອນໃດກໍໄດ້ກ່ອນການຮ່ວມເພດ ແລະ ຄວນໃສ່ປະໄວ້ເປັນເວລາຢ່າງ ໜ້ອຍ 6 ຊົ່ວໂມງຫລັງການໃສ່. ແມ່ຍິງສ່ວນຫລາຍສາມາດໃສ່ຖົງຢາງອະນາໄມແມ່ຍິງໄດ້ ຖົງຢາງອະນາໄມແມ່ຍິງ ແລະ ຄຣີມຂ້າເຊື້ອອະສຸຈິເປັນວິທີການໃນການຄຸມກຳເນີດທີ່ເຊື່ອຖືໄດ້ ຫາກໃສ່ລົງໃນຊ່ອງຄອດຢ່າງຖືກຕ້ອງ.