ກອງປະຊຸມສຸດຍອດວິສາມັນ ອາຊຽນ-ອົດສະຕຣາລີ ອັດລົງຢູ່ຊິດນີ

ກອງປະຊຸມສຸດຍອດວິສາມັນ ອາຊຽນ-ອົດສະຕຣາລີ ທີ່ ດຳເນີນມາເປັນເວລາ 2 ວັນໄດ້ ອັດລົງຢູ່ນະຄອນຊິດນີ ຂອງອົດ ສະຕຣາລີ ໃນວັນທີ 18 ມີນານີ້. ນີ້ແມ່ນຄັ້ງທຳອິດທີ່ ອົດສະຕຣາລີ ເຊື້ອເຊີນຜູ້ນຳອາຊຽນຈັດກອງປະຊຸມສຸດຍອດດັ່ງກ່າວໃນຖານະເປັນເຈົ້າພາບ.
ຝ່າຍຕ່າງໆທີ່ຮ່ວມປະຊຸມ ໄດ້ຮ່ວມກັນອອກຖະແຫຼງການຊິດນີ ໂດຍລະບຸວ່າ: ກອງປະຊຸມ ສຸດຍອດວິສາມັນຄັ້ງນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ອາ ຊຽນ ແລະ ອົດສະຕຣາລີ ໄດ້ ກ້າວເຂົ້າສູ່ໄລຍະໃໝ່ທີ່ສາຍພົວພັນນັບມື້ນັບໃກ້ຊິດກວ່າເກົ່າ.
ໃນຂົງເຂດຕໍ່ຕ້ານລັດທິກໍ່ ການຮ້າຍ, ອາຊຽນ ແລະ ອົດ ສະຕຣາລີ ໄດ້ຮ່ວມລົງນາມໃນ ບົດບັນທຶກຄວາມເຂົ້າໃຈກ່ຽວ ກັບການຕໍ່ຕ້ານລັດທິກໍ່ການຮ້າຍ ສາກົນ ໃນວັນທີ 17 ມີນານີ້. ສຳ ລັບຂົງເຂດເສດຖະກິດ, ສອງ ຝ່າຍກ່າວຢ້ຳວ່າຈະເພີ່ມທະວີ ການຄ້າການການລົງທຶນ, ຄັດ ຄ້ານລັດທິປົກປ້ອງການຄ້າບໍ່ ວ່າແມ່ນຮູບການໃດໆ ເພື່ອຊຸກ ຍູ້ໃຫ້ເສດຖະກິດຂອງພາກພື້ນພັດ ທະນາຈະເລີນຮຸ່ງເຮືອງ.
ນອກນີ້, ລັດຖະບານອົດສະ ຕຣາລີ ເປີດເຜີຍໃນວັນທີ 18 ມີ ນານີ້ວ່າ: ຈະສະໜອງທຶນ 23 ລ້ານໂດລາສະຫະລັດ ເພື່ອຊ່ວຍ ເຫຼືອປະເທດອາຊຽນສ້າງຕົວ ເມືອງແບບສະມາດ ແລະ ພັດທະ ນາແບບຍືນຍົງໃນ 5 ປີຕໍ່ໜ້າ.