ລາວຫາລືປະກອບຄຳເຫັນໃສ່ຮ່າງຈັນຍາບັນແພດທັນຕະແພດ ແລະ ພະຍາບານປະດຸງຄັນ
ເມື່ອອາທິດຜ່ານມາ, ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມເປີດກວ້າງປະກອບຄຳເຫັນໃສ່ຮ່າງຈັນຍາບັນແພດທັນຕະແພດ ແລະ ພະຍາບານປະດຸງຄັນ, ໂດຍການເປັນປະທານຂອງທ່ານ ປອນເມກ ດາລາລອຍ ອະດີດລັດຖະມົນຕີກະຊວງສາທາລະນາສຸກ, ພ້ອມພະນັກງານກ່ຽວຂ້ອງ ເຂົ້າຮ່ວມ ເພື່ອກຳນົດຈັນຍາທໍາ ແລະ ເປັນບ່ອນອີງໃຫ້ພະຍາບານ-ຜະດຸງຄັນ ໃນການປະພຶດ ແລະ ປະຕິບັດຕໍ່ຕົນເອງ ແລະ ຜູ້ອື່ນໆ, ສົ່ງເສີມປົກປ້ອງຄຸ້ມຄອງສິດທິພື້ນຖານແກ່ພະຍາບານ, ຄົນເຈັບ, ຄອບຄົວ ແລະ ສັງຄົມໃຫ້ມີຄວາມປອດໄພ. ນອກຈາກນີ້, ຈັນຍາບັນຍັງຊ່ວຍສົ່ງເສີມມາດຕະຖານ, ຄຸນນະພາບທາງການພະຍາບານ-ຜະດຸງຄັນໃຫ້ເປັນທີ່ຍອມຮັບ ແລະ ມີຄວາມເຊື່ອຖື.
ທ່ານ ປອນເມກ ດາລາລອຍ ກ່າວວ່າ: ຕໍ່ສະພາບການປ່ຽນແປງຂອງສັງຄົມ ແລະ ຄວາມຈະເລີນກ້າວໜ້າທາງດ້ານວິທະຍາສາດການແພດ ແລະ ເຕັກໂນໂລຊີ ເຮັດໃຫ້ເກີດຜົນກະທົບຫລາຍຢ່າງຕໍ່ວິທີການດຳລົງຊີວິດຂອງມະນຸດ ລວມເຖິງສະພາບຄວາມເຈັບປ່ວຍ ແລະ ຜົນກະທົບຕໍ່ການໃຫ້ການບໍລິການພະຍາບານ, ນອກຈາກຄວາມຫຍຸ້ງຍາກໃນດ້ານອື່ນໆຂອງການປະຕິບັດໜ້າທີ່ແລ້ວ ພະຍາບານປະດຸງຄັນຍັງບໍ່ອາດຫລີກລ້ຽງບັນຫາທາງຈັນຍາທຳຫລາຍຢ່າງທີ່ເປັນສິ່ງທ້າທາຍຕໍ່ການຕັດສິນໃຈໃນການປະຕິບັດການພະຍາບານ-ຜະດຸງຄັນ.
ວິຊາຊີບພະຍາບານ-ຜະດຸງຄັນ ແມ່ນມີຄວາມສຳຄັນ, ຄວາມເມດຕາທີ່ຈະຊ່ວຍເຫລືອເພື່ອນມະນຸດຜູ້ເຈັບປ່ວຍທັງດ້ານຮ່າງກາຍ ແລະ ຈິດໃຈ ແລະດ້ວຍເຫດນີ້, ພະຍາບານນອກຈາກຄວາມເສຍສະຫລະ, ອຸທິດແຮງກາຍແຮງໃຈແລ້ວ ຍັງຕ້ອງມີຄວາມຮູ້ຄວາມສາມາດ, ຄວາມຊຳນານ, ໃນການໃຊ້ເຕັກໂນໂລຊີປະສົມປະສານຄວາມຮູ້ດ້ານອື່ນໆ ມາປະກອບໃນການດູແລຄົນເຈັບນຳອີກ.