ປິດກອງປະຊຸມຄັ້ງທີ 1 ຂອງສະພາ ປະຊາຊົນແຫ່ງຊາດຈີນສະໄໝທີ 13

- 345b4a63d45b410f934410151b9ff61d - ປິດກອງປະຊຸມຄັ້ງທີ 1 ຂອງສະພາ ປະຊາຊົນແຫ່ງຊາດຈີນສະໄໝທີ 13
- kitchen vibe - ປິດກອງປະຊຸມຄັ້ງທີ 1 ຂອງສະພາ ປະຊາຊົນແຫ່ງຊາດຈີນສະໄໝທີ 13

ກອງ​ປະ​ຊຸມ​ຄັ້ງ​ທີ 1 ​ຂອງ ​ສ​ະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ສ​ະ​ໄໝ​ທີ 13 ​ໄດ້​ປິດ​ລົງ​ຢູ່​ນະ ຄອນຫຼວງ​ປັກ​ກິ່ງ ​ໃນ​ຕອນ​ເຊົ້າ​ ວັນ​ທີ 20 ມີ​ນາ​ນີ້. ທ່ານ ​ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ກ່າວ​ປາ ​ໄສ​ຄັ້ງ​ທຳ​ອິດ​ຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ ​ເປັນ​ປະ​ທານ​ປະ​ເທດ​ຈີນ​ອີກ​ວາ​ລະ​ໜຶ່ງ. ​ທ່ານກ່າວ​ວ່າ: ​ຈະ​ປະຕິ​ ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ລັດຖະ​ ທຳ​ມະ​ນູນມອບ​ໃຫ້​ຢ່າງ​ຊື່​ສັດ​ຕະ​ ຫຼອດ​ໄປ, ຮັບ​ໃຊ້​ປະ​ຊາ​ຊົນ ​ແລະ​ ໄດ້​ຮັບ​ການ​ຕິດ​ຕາມ​ຈາກ​ປະ​ຊາ​ຊົນ​. ທ່ານ​ກ່າວ​ເນັ້ນ​ວ່າ: ສັ​ງ​ຄົມ​ ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນໃນ​ຍຸກ​ໃໝ່​ຂຶ້ນ​ກັບ​ປະ​ຊາ​ຊົນ​ຈີນ​ທຸກ​ຄົນ, ​ພຽງແຕ່​ປະ​ຊາ​ຊົນ​ຈີນ​ສາ ​ມັກ​ຄີ​ປອງດອງ ​ແລະ ​ສູ້​ຊົນ​ຮ່ວມ ​ກັນ ຈະ​ບໍ່​ມີ​ກຳ​ລັງ​ໃດໆ​ສາ​ມາດ ​ສະ​ກັດ​ກັ້ນບາດ​ກ້າວ​ຂອງ​ປະ​ຊາ ​ຊົນ​ຈີນ​ທີ່​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ ຕົນ.

ທ່ານ ສີ​ ຈິ້ນ​ຜິງ ກ່າວ​ເນັ້ນ ວ່າ: ຈີນ​ຈະ​ບໍ່​ພັດ​ທະ​ນາ​ຕົນ​ເອງ ​ໂດຍ​ຖື​ເອົາ​ການ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ອື່ນ​ເປັນ​ຄ່າ​ຕອບ​ແທນ​ຢ່າງ​ເດັດ​ຂາດ, ການ​ ພັດ​ທະ​ນາ​ຂອງ​ຈີນຈະບໍ່​ເປັນ​ ການ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ໃດໆ, ຈີນ​ຈະ​ ບໍ່​ເປັນ​ເຈົ້າ​ໂລກ​ຈົນ​ເທົ່າ​ໃດໆ ແລະ​ ຈະ​ບໍ່​ຂະ​ຫຍາຍ​ອ​າ​ນາ​ເຂດ​ຈົນ ​ເທົ່າ​ໃດໆ. ສຳ​ລັບ​ຄວາມ​ປາ​ຖະ​ ໜາ​ດ້ວຍຄວາມ​ຈິງ​ໃຈ​ ແລະ ​ການ​ກະ​ທຳ​ຕົວ​ຈິງ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ປະ​ກອບ​ສ່ວນ​ ເພື່ອ​ສັນ​ຕິ​ພາບ​ ແລະ​ ການ​ພັດ​ທະ​ ນາ​ຂອງມວນ​ມະ​ນຸດ, ​ຜູ້​ຄົນ​ໃດໆ​ ກໍ​ບໍ່​ຄວນ​ເຂົ້າ​ໃຈ​ໄປ​ທາງ​ອື່ນ, ຍິ່ງ​ ບໍ່​ຄວນ​ເຂົ້າ​ໃຈ​ຜິດ ເພາະ​ວ່າ​ຢູ່​ ໃນ​ໂລກ​ມະ​ນຸດນີ້ ຍ່ອມ​ຈະ​ມີ​ ຄວາມ​ເປັນ​ທຳ.

- Visit Laos Visit SALANA BOUTIQUE HOTEL - ປິດກອງປະຊຸມຄັ້ງທີ 1 ຂອງສະພາ ປະຊາຊົນແຫ່ງຊາດຈີນສະໄໝທີ 13
- Visit Laos Visit SALANA BOUTIQUE HOTEL - ປິດກອງປະຊຸມຄັ້ງທີ 1 ຂອງສະພາ ປະຊາຊົນແຫ່ງຊາດຈີນສະໄໝທີ 13
- 5 - ປິດກອງປະຊຸມຄັ້ງທີ 1 ຂອງສະພາ ປະຊາຊົນແຫ່ງຊາດຈີນສະໄໝທີ 13
- 3 - ປິດກອງປະຊຸມຄັ້ງທີ 1 ຂອງສະພາ ປະຊາຊົນແຫ່ງຊາດຈີນສະໄໝທີ 13
- 4 - ປິດກອງປະຊຸມຄັ້ງທີ 1 ຂອງສະພາ ປະຊາຊົນແຫ່ງຊາດຈີນສະໄໝທີ 13