ຍີ່ປຸ່ນສືບຕໍ່ຊ່ວຍກໍ່ສ້າງ​ໂຮງຮຽນ​ໃຫ້ 7 ​ແຂວງ​​ໃນລາວ

- Laos Japan - ຍີ່ປຸ່ນສືບຕໍ່ຊ່ວຍກໍ່ສ້າງ​ໂຮງຮຽນ​ໃຫ້ 7 ​ແຂວງ​​ໃນລາວ
- kitchen vibe - ຍີ່ປຸ່ນສືບຕໍ່ຊ່ວຍກໍ່ສ້າງ​ໂຮງຮຽນ​ໃຫ້ 7 ​ແຂວງ​​ໃນລາວ

ພິທີລົງນາມຊ່ວຍເຫລືອກໍ່ສ້າງໂຮງຮຽນ​ອະນຸບານ, ປະຖົມ​ສົມ​ບູນ, ມັດທະຍົມຕອນ​ຕົ້ນ ​ແລະ ມັດທະຍົມ​ສົມບູນຢູ່ແຂວງ​ສະຫວັນ​ນະ​ເຂດ, ຄໍາ​ມ່ວນ, ແຂວງວຽງ​ຈັນ, ​ໄຊ​ຍະ​ບູລີ, ສາລະ​ວັນ, ຈໍາປາ​ສັກ ​ແລະ ອຸດົມ​ໄຊ, ​ຊຶ່ງນອນໃນໂຄງການເສີມ​ສ້າງ​ຄວາມ​ໝັ້ນຄົງ​ຂອງ​ມະນຸດ​ຂັ້ນ​ຮາກ​ຖານຂອງ​ລັດຖະບານ​ ​ແລະ ປະຊາຊົນ​ຍີ່ປຸ່ນ ລວມມີມູນຄ່າ 627 ພັນ​ໂດ​ລາ​ສະຫະລັດ ຫລື ປະມານ 5,1 ຕື້ກີບ, ໄດ້ມີຂຶ້ນໃນ​ວັນທີ 19 ມີນານີ້, ທີ່​​ກະຊວງ​ສຶກສາ​ທິການ ​ແລະ ກິລາ ລະຫວ່າງທ່ານ ທາ​ເຄຊິ ຮິ​ຄິຮາຣະ ​ເອກ​ອັກຄະ​ຣາຊະ​ທູດ​ຜູ້​ມີ​ອໍານາດ​ເຕັມ​ແຫ່ງ​ປະ​ເທດ​ຍີ່ປຸ່ນປະ​ຈໍາລາວ ​ແລະ ຕາງ​ໜ້າ​ຈາກ 7 ​ແຂວງທີ່ໄດ້ຮັບການຊ່ວຍເຫລືອ, ໂດຍມີທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ເຂົ້າຮ່ວມເປັນສັກຂີພິຍານນໍາດ້ວຍ.

ສໍາລັບໂຄງການ​ເສີມ​ສ້າງ​ຄວາມ​ໝັ້ນຄົງ​ຂອງ​ມະນຸດ​ຂັ້ນ​ຮາກ​ຖານ​ໄດ້​​ແບ່ງ​ເປັນ 3 ​ໂຄງການຍ່ອຍ​ຄື: ​ໂຄງການທໍາ​ອິດ​ແມ່ນ​ການ​ກໍ່ສ້າງ​ຄືນ​ອາຄານ​ຮຽນ ຈໍານວນ 6 ​ຫລັງ, ທີ່​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນນາ​ແສ​ນຄໍາ ​ແລະ ປາງສາ ​ແຂວງ​ອຸດົມ​ໄຊ, ​ໂຮງຮຽນ​ປະຖົມ​ໂພນ​ສະ​ຫວາດ​ແຂວງ​ວຽງ​ຈັນ, ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ​ກົກ​ແດງ​ແຂວງ​ສະຫວັນ​ນະ​ເຂດ, ​ໂຮງຮຽນ​ມັດທະຍົມ​ສົມບູນດ່ານ​ໃຫຍ່​ແຂວງ​ສາລະ​ວັນ ​ແລະ ​ໂຮງຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນນາ​ດີ ​ແຂວງ​ຈໍາປາ​ສັກ, ​ເຊິ່ງ​ໂຮງຮຽນ​ດັ່ງກ່າວ​ມີ​ສະພາບ​ຊຸດ​ໂຊມ ແລະ ​​ຈະ​ຍົກ​ລະດັບກໍ່ສ້າ​ງໃໝ່​ທີີ່ມີຫ້ອງ​ຮຽນ​ລະຫວ່າງ 3-6 ຫ້ອງພ້ອມ​ດ້ວຍ​ຫ້ອງ​ນໍ້າ.

- Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນສືບຕໍ່ຊ່ວຍກໍ່ສ້າງ​ໂຮງຮຽນ​ໃຫ້ 7 ​ແຂວງ​​ໃນລາວ
- Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນສືບຕໍ່ຊ່ວຍກໍ່ສ້າງ​ໂຮງຮຽນ​ໃຫ້ 7 ​ແຂວງ​​ໃນລາວ

ໂຄງການ​ທີ 2 ​ແມ່ນ​ກໍ່ສ້າ​ງ​ໂຮງຮຽນ​ອະນຸບານ​ດອນ​ເງິນທີ່​ແຂວງ​ໄຊ​ຍະ​ບູລີ ທີ່​ໄດ້ຖືກສ້າງ​ຂຶ້ນ​ມາຫລາຍ​ກວ່າ 20 ປີ​ແລ້ວ ແລະ ​ມີ​ສະພາບຊຸດໂຊມຫລາຍ ​ໂດຍ​ໂຄງການຈະກໍ່ສ້າງ​ອາຄານ​ທີ່​ມີ​ຫ້ອງ​ຮຽນ 3 ຫ້ອງ ​ແລະ ​ໂຄງການ​ທີ 3 ​ແມ່ນ​ກໍ່ສ້າງອ່າງ​ລ້ຽງ​ປາທີ່​ໂຮງ​ຮຽນ​ປະຖົມ​ໂພນ​ໄຂ​ແຂວງ​ຄໍາ​ມ່ວນ, ​ເຊິ່ງນັກຮຽນ ​ແລະ ປະຊາຊົນ​ໃນບ້າ​ນພາກັນ​ລ້ຽງ​ປາ ​ແລະ ປູກ​ຜັກ​ກິນ​ເປັນ​ອາຫານ​ຕອນ​ສວາຍ, ​ແຕ່ສະພາບ​ອ່າງ​ລ້ຽງ​ປາ​ໃນ​ປັດຈຸບັນ​ມີ​ປະລິມານ​ການ​ບັນຈຸ​ນໍ້າ​ທີ່​ຈໍາກັດ ໂດຍ​ສະ​ເພາະ​ໃນ​ລະດູ​ແລ້ງ, ພາຍຫລັງ​​ຂະຫຍາຍ​ອ່າງ​ລ້ຽງ​ປາແລ້ວ​ ຄາດ​ວ່າ​​ຈະ​ສາມາດ​ສະໜອງ​ອາຫານ​ສວາຍ​ພຽງພໍ​ກັບ​ຄວາມ​ຕ້ອງກາ​ນ​ໃນ​ໂຮງຮຽນ. ໃນໂອກາດນີ້, ທ່ານນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ​ໄດ້​ກ່າ​ວສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດຖະບານ ​ແລະ ປະຊາຊົນ​ຍີ່ປຸ່ນ​ທີ່ໄດ້ໃຫ້​ການ​ຊ່ວຍເຫລືອ​ທຶນຮອນ​ປະກອບສ່ວນ​​ພັດ​ທະ​ນາວຽກງານ​ການ​ສຶກສາຂອງລາວໃຫ້ນັບມື້ດີຂຶ້ນ, ທັງ​ເປັນ​ການ​​ເສີມ​ຂະຫຍາຍ​ສາຍ​ພົວພັນ​​ມິດຕະພາບ​ລະຫວ່າງ​ລາວ ​​-ຍີ່ປຸ່ນ​ໃຫ້​ແໜ້ນ​ແຟ້ນ ​ແລະ ໝັ້ນ​ຄົງ​​ຕະຫລອດ​ໄປ.

- 3 - ຍີ່ປຸ່ນສືບຕໍ່ຊ່ວຍກໍ່ສ້າງ​ໂຮງຮຽນ​ໃຫ້ 7 ​ແຂວງ​​ໃນລາວ
- 5 - ຍີ່ປຸ່ນສືບຕໍ່ຊ່ວຍກໍ່ສ້າງ​ໂຮງຮຽນ​ໃຫ້ 7 ​ແຂວງ​​ໃນລາວ
- 4 - ຍີ່ປຸ່ນສືບຕໍ່ຊ່ວຍກໍ່ສ້າງ​ໂຮງຮຽນ​ໃຫ້ 7 ​ແຂວງ​​ໃນລາວ