ຣັດເຊຍຂູ່ຕອບໂຕ້ອັງກິດ ກໍລະນີວາງຢາພິດສາຍລັບ
ທ່ານ ເຊີເກ ລາຟຣອຟ ລັດຖະມົນຕີຕ່າງປະເທດຣັດເຊຍ ຂູ່ຈະຕອບໂຕ້ອັງກິດ. ຂະນະທີ່ທັງສອງປະເທດກຳລັງຂັດແຍ່ງກັນກໍລະນີມີການວາງຢາພິດສາຍລັບທາງຕອນໃຕ້ຂອງອັງກິດ.
ທ່ານ ລາຟຣອຟ ກ່າວພາຍຫລັງພົບປະກັບທ່ານ ທາໂຣ ໂຄໂນະ ລັດຖະມົນຕີຕ່າງປະເທດຍີ່ປຸ່ນວ່າ: ຖ້າລັດຖະບານອັງກິດຍັງຄົງດຳເນີນມາດຕະການຕໍ່ຕ້ານຣັດເຊຍ, ຣັດເຊຍພ້ອມຈະຕອບໂຕ້. ທັງນີ້ ອັງກິດລະບຸວ່າ: ຣັດເຊຍຢູ່ເບື້ອງຫລັງເຫດການທຳຮ້າຍອະດີດສາຍລັບຣັດເຊຍ ແລະ ລູກສາວ ໂດຍການໃຊ້ສານທຳລາຍລະບົບປະສາດໂນວີຊອກທີ່ມີລາຍງານວ່າພັດທະນາໃນສະໄໝອະດີດສະຫະພາບໂຊວຽດ ໃນວັນທີ 4 ມີນາ, ແຕ່ປະທານາທິບໍດີ ວະລາດິເມຍ ປູຕິນ ປະຕິເສດລາຍງານດັ່ງກ່າວ, ຕໍ່ມາອັງກິດສັ່ງຂັບໄລ່ນັກການທູດຣັດເຊຍ 23 ຄົນ ພ້ອມຄອບຄົວອອກນອກປະເທດ ແລະ ຕັດການຕິດຕໍ່ໃນລະດັບສູງ. ນອກຈາກນີ້ ໂຄສົກນາຍົກລັດຖະມົນຕີອັງກິດຍັງກ່າວວ່າ: ກຳລັງພິຈາລະນາດຳເນີນມາດຕະການເພີ່ມອີກ. ອົງການຫ້າມອາວຸດເຄມີ ລະບຸວ່າ: ການວິເຄາະຕົວຢ່າງສານພິດອາດຕ້ອງໃຊ້ເວລາ 2-3 ອາທິດຈຶ່ງຈະຮູ້ຜົນ.
ໃນລະຫວ່າງການຢ້ຽມຢາມຍີ່ປຸ່ນຄັ້ງນີ້, ທ່ານ ລາຟຣອຟ ໄດ້ສະແດງຄວາມກັງວົນຕໍ່ແຜນການຂອງຍີ່ປຸ່ນທີ່ຈະຕິດຕັ້ງລະບົບປ້ອງກັນການໂຈມຕີດ້ວຍລູກສອນໄຟ ໂດຍລະບຸວ່າ: ອາດສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງຂອງຣັດເຊຍ, ແຕ່ທ່ານ ໂຄໂນະ ຢືນຢັນວ່າ: ລະບົບດັ່ງກ່າວຈະບໍ່ຄຸກຄາມປະເທດໃກ້ຄຽງ ລວມທັງຣັດເຊຍແຕ່ຢ່າງໃດ.