ຣັກບີ້ລາວ ຈັດແຂ່ງຂັນມິດຕະພາບ 4 ສະໂມສອນ ທົດສອບທີມ ກ່ອນເຂົ້າຮ່ວມລາຍການຢູ່ຕ່າງປະເທດ

- 29511421 1870985722935933 8872586110576885760 n - ຣັກບີ້ລາວ ຈັດແຂ່ງຂັນມິດຕະພາບ 4 ສະໂມສອນ ທົດສອບທີມ ກ່ອນເຂົ້າຮ່ວມລາຍການຢູ່ຕ່າງປະເທດ
- kitchen vibe - ຣັກບີ້ລາວ ຈັດແຂ່ງຂັນມິດຕະພາບ 4 ສະໂມສອນ ທົດສອບທີມ ກ່ອນເຂົ້າຮ່ວມລາຍການຢູ່ຕ່າງປະເທດ

​ສະຫະພັນ​ກິລາຣັກບີ້​ແຫ່ງ​ຊາດ​ລາວ ຈັດການ​ແຂ່ງຂັນ​ມິດຕະພາບ 4 ສະ​ໂມ​ສອນ ທົດ​ສອບ​ຄຸນ​ນະພາບທີມ ກ່ອນ​ເຂົ້າ​ຮ່ວມ​ລາຍການ​ແຂ່ງຂັນ​ຢູ່​ຕ່າງປະ​ເທດ ປະກອບ​ມີ ລາຍກາຍ Kowloon rugby fest 10’s, ການ​ແຂ່ງຂັນອຸ່ນເຄື່ອງກັບ ທີ​ມ Hong Kong barbarians ແຂ່ງຂັນ 15 ຄົນ ທີ່ຮົງ​ກົງ​ເປັນ​ເຈົ້າພາບ ​ໃນ​ຕົ້ນ​ເດືອນ​ເມສາ​ຈະ​ເຖິງ​ນີ້ ​ແລະ ການແຂ່ງຂັນ Konkaen 10’s ທີ່​ແຂວງ​ຂອນ​ແກ່ນ ປະ​ເທດ​ໄທ. ທ້າຍອາທິດຜ່ານ​ມາ ທີ່​ສະໜາມກິລາ​ສະຖານທູດສະຫະລັດ​ອາ​ເມລິກາ ປະຈຳ​ລາວ ບ້ານ​ທ່າ​ພະ​ລານ​ໄຊ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ ສະຫະພັນ​ກິລາຣັກບີ້​ແຫ່ງ​ຊາດ​ລາວ ​ໄດ້ມີ​ການ​ຈັດການ​ແຂ່ງຂັນ​ກິລາຣັກບີ້​ມິດຕະພາບ 4 ສະ​ໂມ​ສອນຂຶ້ນ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ ທ່ານ ປີ​ຊາ ວົງ​ເດືອນ​ເພັງ ຫົວໜ້າ​ພະ​ແນ​ກພັດທະນາ​ບຸ​ກຄະລາ​ກອນ ສະຫະພັນ​ກິ​ລາຣັກບີ້​ແຫ່ງ​ຊາດ​ລາວ ທັງ​ເປັນ​ຜູ້​ຕິດຕາມ ​ແລະ ປະ​ເມີນຄູ​ເຝິກ, ມີ​ປະທານ​ສະ​ໂມ​ສອນ, ຄະນະ​ນຳ, ຄູ​ເຝິກ, ນັກ​ກິລາ ​ແລະ ບັນດາ​ກອງ​ເຊຍ​ເຂົ້າ​ຮ່ວມ.

​ໂອກາດ​ດັ່ງກ່າວ, ທ່ານ ປີ​ຊາ ​ວົງ​ເດືອນ​ເພັງ ກ່າ​ວ​​ວ່າ: ​​ການ​ແຂ່ງຂັນມິດຕະພາບ​ໃນ​ຄັ້ງ​ນີ້ ​ແມ່ນ​ຈັດ​ຂຶ້ນ​ເພື່ອ​ໃຫ້​ບັນດາ​ສະ​ໂມ​ສອນຣັກບີ້ທີ່​ເຂົ້າ​ຮ່ວມ​ໄດ້​ພົບ​ປະ ​ແລະ ​​ແລກປ່ຽນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ ພ້ອມ​​ທັງ​ເປັນ​ການ​ທົດ​ສອບ​ສະພາບ​ທີ​ມຂອງ​ບັນດາ 4 ສະ​ໂມ​ສອນ ທີ່​ກຽມ​ຈະ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງຂັນຣັກບີ້​ຢູ່​ຕ່າງປະ​ເທດ ​ແລະ ພາຍ​ໃນ ປະກອບ​ມີ ທີມພະຍານາກລາວ ທັງຍິງ-ຊາຍ ທີ່​ຈະ​ໄປ​ເຂົ້າ​ຮ່ວມ​ແຂ່ງຂັນຣັກບີ້ ທີ່​ຮົງ​ກົງ ຄື: ລາຍກາຍ Kowloon rugby fest 10’s ​ໃນ​ວັນ​ທີ 4 ​ເມສາ 2018 ​ແລະ ການ​ແຂ່ງຂັນອຸ່ນເຄື່ອງກັບ ທີ​ມ Hong Kong barbarians ແຂ່ງຂັນ 15 ຄົນ ​ໃນ​ວັນ​ທີ 5 ​ເມສາ 2018 ​ແລະ ສະໂມສອນໝູປ່າ (ຊາຍ) ​ແລະ ວຽງຈັນເສືອ (ຊາຍ) – ວຽງຈັນສິງ (ຍິງ) ແມ່ນກຽມເຂົ້າຮ່ວມການແຂ່ງຂັນ Konkaen 10’s ທີ່​ແຂວງ​ຂອນ​ແກ່ນ ປະ​ເທດ​ໄທ ​ເປັນ​ເຈົ້າພາບ​ໃນ​ຕົ້ນ​ເດືອນ​ເມສາຈະ​ເຖິງ​ນີ້. ນອກຈາກ​ນັ້ນ ຍັງ​ມີ ວຽງ​ຈັນ​ຄວາຍ (ຊາຍ) ​ເຂົ້າ​ຮ່ວມ​ແຂ່ງຂັນ​ນຳ​ອີກ. ຂະນະ​ທີ່ ​ໃນ​ວັນ​ທີ 24 ມີນາ 2018 ທາງ​ສະຫະພັນ​ກິລາຣັກບີ້​ແຫ່ງ​ຊາດ​ລາວ ຍັງ​ຈະ​ໄດ້​ມີ​ການ​ຈັດການ​ແຂ່ງຂັນ​ແບບ​ນີ້​ຂຶ້ນ​ອີກ ທີ່​ສະໜາມກິລາ​ສີ​ເກີດ ບ້ານ​ສີ​ເກີດ ​ເມືອງ​ນາຊາຍ​ທອງ ນະຄອນຫຼວງວຽງຈັນ ເລີ່ມແຕ່ເວລາ 9:00 ໂມງ ເປັນຕົ້ນໄປ. ​ສຳລັບຜົນ​ການ​ແຂ່ງຂັນປະກອບ​ມີ​ ປະ​ເພດ​ທີ​ມຊາຍ ພະຍານາກຊາຍ ຊະນະ ວຽງຈັນໝູປ່າ 30:0 ຄະ​ແນນ, ພະຍານາກຊາຍ ຊະນະ ວຽງຈັນເສືອ 25:0 ຄະ​ແນນ, ວຽງ​ຈັນ​ຄວາຍ ສະ​ເໝີ ວຽງ​ຈັນ​ໝູ​ປ່າ 15-15 ຄະ​ແນນ ​ແລະ ພະຍານາກຊາຍ ຊະນະ ລວມດາລາສະ​ໂມ​ສອນ​ວຽງ​ຈັນເສືອ ​ກັບ ສະ​ໂມ​ສອນ​ວຽງ​ຈັນໝູປ່າ 30:10 ຄະ​ແນນ ​ແລະ ປະ​ເພດ​ຍິງ ພະຍານາກຍິງ ຊະນະ ວຽງຈັນສິງ 30:0 ຄະ​ແນນ ​ແລະ ທີມລວມພະຍານາກສິງ 1 ສະ​ເໝີ ລວມພະຍານາກສິງ 2 ດ້ວຍ​ຜົນ 15:15 ຄະ​ແນນ.

- Visit Laos Visit SALANA BOUTIQUE HOTEL - ຣັກບີ້ລາວ ຈັດແຂ່ງຂັນມິດຕະພາບ 4 ສະໂມສອນ ທົດສອບທີມ ກ່ອນເຂົ້າຮ່ວມລາຍການຢູ່ຕ່າງປະເທດ
- Visit Laos Visit SALANA BOUTIQUE HOTEL - ຣັກບີ້ລາວ ຈັດແຂ່ງຂັນມິດຕະພາບ 4 ສະໂມສອນ ທົດສອບທີມ ກ່ອນເຂົ້າຮ່ວມລາຍການຢູ່ຕ່າງປະເທດ
- 5 - ຣັກບີ້ລາວ ຈັດແຂ່ງຂັນມິດຕະພາບ 4 ສະໂມສອນ ທົດສອບທີມ ກ່ອນເຂົ້າຮ່ວມລາຍການຢູ່ຕ່າງປະເທດ
- 4 - ຣັກບີ້ລາວ ຈັດແຂ່ງຂັນມິດຕະພາບ 4 ສະໂມສອນ ທົດສອບທີມ ກ່ອນເຂົ້າຮ່ວມລາຍການຢູ່ຕ່າງປະເທດ
- 3 - ຣັກບີ້ລາວ ຈັດແຂ່ງຂັນມິດຕະພາບ 4 ສະໂມສອນ ທົດສອບທີມ ກ່ອນເຂົ້າຮ່ວມລາຍການຢູ່ຕ່າງປະເທດ