ທຸກປະຕູຕໍ່ຈາກນີ້ຂອງ ຊາລ້າ ມີຄ່າ 100 ລ້ານປອນ
ຄວາມຮ້ອນແຮງຂອງ ໂມຮາເມັດ ຊາລ້າ ທີ່ຫາກໍຍິງໄດ້ 4 ປະຕູໃສ່ ວັດຟ໋ອດ ເຮັດໃຫ້ຕອນນີ້ ຊາລ້າ ຍິງໄປແລ້ວ 36 ປະຕູ ຈາກ 41 ເກມ ໃນລະດູການນີ້ ເຊິ່ງປະຕູຕໍ່ໄປຂອງ ຊາລ້າ ອາດມີມູນຄ່າສູງເຖິງ 100 ລ້ານປອນ.
ຈາກຟອມການຍິງປະຕູຈຳນວນຫລາຍ ນອກຈາກຈະຊ່ວຍ ລີເວີພູລ ເລື່ອນຂຶ້ນສູ່ຫົວຕາຕະລາງຂອງ ພຣີເມຍລີກ ແລະ ເຂົ້າສູ່ຮອບກ່ອນຮອງຊະນະເລີດ ຢູຟ່າ ແຊມປ້ຽນລີກ ໄດ້ແລ້ວ ຍັງຈະຊ່ວຍຄົນໃນປະເທດບ້ານເກີດຂອງຕົນເອງໄດ້ນຳອີກ.
ໂວດາໂຟນ ບໍລິສັດໂທລະຄົມມະນາຄົມ ໃນເອຢິບ ໄດ້ຕົກລົງຈະໃຫ້ລູກຄ້າທັງໝົດຂອງພວກເຂົາ ໂທຟຣີເປັນເວລາ 11 ນາທີ ນັບຈາກເວລາທີ່ ໂມຮາເມັດ ຊາລ້າ ຍິງປະຕູໄດ້.
ບໍລິສັດດັ່ງກ່າວ ມີຈຳນວນຜູ້ໃຊ້ບໍລິການປະມານ 43 ລ້ານເລກໝາຍ ເຊິ່ງແຕ່ລະເລກໝາຍນັ້ນມີຄ່າສະເລ່ຍການບໍລິການຢູ່ທີ່ 25 ປອນຕໍ່ໜຶ່ງເລກໝາຍ ເຮັດໃຫ້ຖ້າປະຕູຕໍ່ໄປທີ່ ຊາລ້າ ຍິງໄດ້ແຕ່ລະປະຕູຕໍ່ຈາກນີ້ ເທົ່າກັບວ່າຈະຊ່ວຍໃຫ້ຄົນໃນເອຢິບປະຢັດເງິນໄດ້ລວມກັນເຖິງ 100 ລ້ານປອນ.