ລາວ-ມຽນມາເພີ່ມທະວີຮ່ວມມືວຽກງານປ້ອງກັນຄວາມສະຫງົບ

ໃນວັນທີ 20 ມີນານີ້, ໄດ້ມີກອງປະຊຸມຮ່ວມມືວຽກງານປ້ອງກັນຄວາມສະຫງົບລະຫວ່າງ ສປປ ລາວ ແລະ ສສ.ມຽນມາ, ຂຶ້ນທີ່ນະຄອນຫລວງວຽງຈັນ, ຝ່າຍລາວນໍາໂດຍທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຝ່າຍມຽນມານຳໂດຍພົນໂທ ຈໍ ສະເວ ລັດຖະມົນຕີກະຊວງພາຍໃນ.
ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນປີຜ່ານມາ, ຊຶ່ງເຫັນວ່າໄດ້ສ້າງເງື່ອນໄຂອັນດີໃຫ້ປະຊາຊົນຂອງສອງປະເທດ, ໂດຍສະເພາະປະຊາຊົນທີ່ດຳລົງຊີວິດລຽບຕາມຊາຍແດນໄດ້ໄປມາຫາສູ່, ການຄ້າຂາຍ, ການທ່ອງທ່ຽວຮ່ວມກັນຢ່າງປົກກະຕິ ເຮັດໃຫ້ຊາຍແດນຂອງສອງປະເທດມີຄວາມສະຫງົບໂດຍພື້ນຖານ ແລະ ໃນຕໍ່ໜ້ານີ້, ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືຫລາຍດ້ານ ເປັນຕົ້ນ: ການແລກປ່ຽນຂໍ້ມູນຂ່າວສານ, ການສົ່ງເສີມກົນໄກຂອງຫ້ອງການປະສານງານຊາຍແດນ, ການສະກັດກັ້ນ ແລະ ຕ້ານຢາເສບຕິດ, ຕ້ານການຄ້າມະນຸດ, ສະກັດກັ້ນອາຊະຍາກຳຂ້າມຊາຍແດນໃນຮູບແບບຕ່າງໆ, ການຄວບຄຸມການເຂົ້າ-ອອກເມືອງຜິດກົດໝາຍ, ການຄວບຄຸມແຮງງານເຂົ້າເມືອງຜິດກົດໝາຍ ແລະ ການແລກປ່ຽນຮຽນພາສາເຊິ່ງກັນ ແລະ ກັນ ເພື່ອໃຫ້ການພົວພັນຮ່ວມມືໃນການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນມີປະສິດທິຜົນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນສອງປະເທດໄດ້ດີຂຶ້ນ, ປະກອບສ່ວນເຮັດໃຫ້ຊາຍແດນສອງປະເທດລາວ-ມຽນມາ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາ.