ຮູ້ພະຍາດຈາກອາການມືຊາ
– ອາການຊາຢູ່ນິ້ວຊີ້, ນິ້ວກາງ ແລະ ນິ້ວນາງ : ຍ້ອນໃຊ້ ຫລື ອອກແຮງມືຫລາຍຈົນເກີດຜັງຜືດຂໍ້ມືທັບເສັ້ນປະສາດ ພົບຫລາຍໃນຜູ້ທີ່ໃຊ້ຄອມພິວເຕີຕະຫລອດ, ຄົນທີ່ຫລິ້ນກິລາປະເພດກັອຟ ແລະ ເຕັນນິດ.
– ອາການຊາຢູ່ນິ້ວກ້ອຍ : ເກີດຈາກເສັ້ນປະສາດບໍລິເວນຂີ້ແຮ້ທີ່ຍາວໄປເຖິງນິ້ວກ້ອຍ ມີສາເຫດຈາກການຂົດງໍ ແລະ ເກັງຂໍ້ ສອກເພື່ອຈັບໂທລະສັບລົມເປັນເວລາດົນ ເປັນຕົ້ນ.
– ອາການຊາຢູ່ກົກຂາ ແລະ ຮູ້ສຶກປວດແສບອອກຮ້ອນ : ເປັນຍ້ອນມີນຳ້ໜັກໂຕຫລາຍ ຫລື ຮັດສາຍແອວແໜ້ນເກີນໄປ ສົ່ງຜົນໃຫ້ເສັ້ນປະສາດເຮັດວຽກລຳບາກ ເນື່ອງຈາກຖືກອັດແໜ້ນຕິດກັບໄຂມັນ.
– ອາການຊາຢູ່ຂາ ແລະ ຂໍ້ພັບ ຈາກການນັ່ງພັບແພບ ຫລື ນັ່ງໄຂ່ວຂາດົນ ເຮັດໃຫ້ຕີນຕົກ ຍົກຕີນບໍ່ຂຶ້ນ ຍ້ອນເສັ້ນປະສາດຖືກກົດທັບໄວ້ກັບພື້ນ ແລະ ຫົວເຂົ່າຊາຢູ່ກົກຂາ ລາມໄປຫາຫົວເຂົ່າ ຈະເກີດກັບແມ່ຍິງທ່ີໃສ່ເກີບສົ້ນສູງເປັນເວລາດົນ ເຮັດໃຫ້ປາຍຕີນ ແລະ ປາຍນິ້ວຕີນຖືກກົດທັບຈົນເສັ້ນປະສາດອັກເສບ.
– ອາການຊາທີ່ເລີ່ມເກີດຂຶ້ນຈາກປາຍຕີນ, ຝາຕີນ, ປາຍນິ້ວຕີນ ລາມຂຶ້ນໄປຫາຂໍ້ຕີນ, ຫົວເຂົ່າ ແລະ ເລົາຄີງ ເປັນອາການທີ່ເກີດກັບຄົນມັກດື່ມສິ່ງມຶນເມົາ ເນື່ອງຈາກລິດຂອງອານກໍຮໍຈະເຂົ້າໄປທຳລາຍເສັ້ນປະສາດໃຫ້ເສຍຫາຍຫລາຍເສັ້ນ. ສະນັ້ນ, ຫາກບໍ່ຢາກໃຫ້ຮ່າງກາຍເກີດອາການຊາ ຈົນກະທົບກັບການໃຊ້ຊີວິດກໍຄວນຫລີກເວັ້ນທ່າທາງທີ່ເປັນສາເຫດເຫລົ່ານີ້ໂດຍໄວ.
ນອກຈາກນີ້, ຍັງມີເຄັດລັບການປ້ອງກັນຂໍ້ເສື່ອມຈາກທີມວິໄຈຂອງມະຫາວິທະຍາໄລ ອິສ ແອງເກລຍຂອງອັງກິດ ແນະນຳ ໃຫ້ກິນຜັກປະເພດຜັກກະລໍ່າ, ຜັກກະລໍ່າດອກຫລາຍໆ ຈະຊ່ວຍປ້ອງກັນພະຍາດຂໍ້ເສື່ອມໃນຜູ້ເຖົ້າທີ່ຕາມຂໍ້ຈະມີການເສື່ອມຂອງກະດູກ ແລະ ປ່ຽນແປງຢູ່ເນື້ອເຍື່ອຂໍ້ກະດູກແຈຂໍ້ຈະປົ່ງອອກມາ. ທີມວິໄຈໄດ້ເລີ່ມລົງມືທົດລອງກັບຄົນເຈັບ ໂດຍໃຫ້ບໍລິໂພກຜັກກະລໍ່າ ແລະ ຜັກກະລໍ່າດອກຫລາຍຂຶ້ນ ຫລັງຈາກທີ່ປະສົບຄວາມສຳເລັດໃນການທົດລອງໃນຫ້ອງທົດລອງມາແລ້ວ ນັກວິໄຈກ່າວວ່າ : ເມື່ອຮ່າງກາຍໄດ້ຮັບສານປະກອບຈາກຜັກເຫລົ່ານີ້ທີ່ມີຊື່ວ່າ : ກລູໂຄຣາຟານິນ ມັນຈະປ່ຽນໃຫ້ກາຍເປັນຊັລໂຟຣາເຟນ ເຊິ່ງຊ່ວຍປ້ອງກັນຂໍ້ຕ່າງໆ ໂດຍຫວັງວ່າມັນຈະຊ່ວຍຟື້ນຟູຂໍ້້ອັກເສບ ຫລື ຊ່ວຍໃຫ້ກັບມາດີຄືເກົ່າໄດ້.
ສາດສະດາຈານ ອັນ ຊິລເມນ ແຫ່ງສູນວິໄຈພະຍາດຂໍ້ອັກເສບຂອງອັງກິດ ກ່າວວ່າ : ກ່ອນນີ້ເຮົາຮູ້ແຕ່ວ່າການອອກກຳລັງກາຍຫລາຍ, ການຮັກສານຳ້ໜັກໂຕໃຫ້ພໍດີ ຈະຊ່ວຍປ້ອງກັນບໍ່ໃຫ້ອາການຮຸນແຮງກ່ວາເກົ່າ ແລະ ຫລຸດໂອກາດທີ່ພະຍາດຈະຮຸນແຮງຫລາຍຂຶ້ນ, ແຕ່ດຽວນີ້ເຮົາໄດ້ຄວາມຮູ້ວ່າອາຫານອາດຊ່ວຍໄດ້ອີກທາງໜຶ່ງຄືກັນ.