ວິທີບໍລິຫານເງິນໃຫ້ພໍໃຊ້ກຸ້ມເດືອນ
March 22, 2018 - 11:16 AM

- ຖ້າຈະເຮັດຫຍັງກິນຄວນຈະຮູ້ຈັກຈັດລຽງລຳດັບວ່າອັນໃດຄວນເຮັດກ່ອນ ຫລື ອັນໃດຄວນເຮັດຕາມຫລັງ ເພື່ອປະຢັດໄຟ.
- ເວລາຊື້ໄກ່ຄວນຈະຊື້ໝົດໂຕ ຈະລາຄາຖືກກ່ວາໄກ່ແບບເປັນຕ່ອນ ແຕ່ຖ້າຫາກມີເງິນພໍແຕ່ຊື້ເປັນຕ່ອນກໍຄວນຊື້, ພຽງແຕ່ຢ່າຊື້ຫຍັງເກີນໂຕ.
- ກ່ອນຈະອອກໄປຊື້ສິ່ງຂອງຄວນກິນຫຍັງຮອງທ້ອງໃຫ້ອີ່ມກ່ອນ ຈຶ່ງບໍ່ຕ້ອງເສຍເງິນຊື້ກິນຢູ່ນອກເຮືອນ ຂໍໃຫ້ເອົາເງິນຕິດໂຕໄປໜ້ອຍໆ ຈຶ່ງບໍ່ຕ້ອງຈ່າຍຫລາຍເກີນຈຳເປັນ.
- ຖ້າມີລົດສ່ວນໂຕໃຊ້ ຄວນສູບລົມຢາງໃຫ້ຫລາຍກ່ວາເລກຕໍ່າສຸດທີ່ບອກໄວ້ຈັກໜ້ອຍ ຈະເຮັດໃຫ້ຢາງເສື່ອມສະພາບໜ້ອຍ ລົງພວງມະໄລຄ່ອງຂຶ້ນ ກິນນຳ້ມັນໜ້ອຍລົງ, ເວລາຂັບຢ່າເລັ່ງເຄື່ອງຈັກໄວເກີນໄປ ຄວາມໄວປານກາງຈະກິນນຳ້ມັນໜ້ອຍ, ຢ່າຢຽບເບຣກ ຫລື ຫ້າມລໍ້ເລື້ອຍໆ ຫລື ສະແດງອາລົມ ຫລື ໃຈຮ້າຍລະບາຍລົງໃສ່ເບຣກ ແລະ ຄັນເລັ່ງ ເຊິ່ງນອກຈາກຢາງຈະເສື່ອມຄຸນນະພາບໄວແລ້ວ ຍັງເປືອງນຳ້ມັນ ແລະ ອາດສ່ຽງເກີດອຸປະຕິເຫດນຳອີກ, ທາງທີ່ດີຄວນໃຊ້ບໍລິການລົດເມປະຈຳທາງ ຫລື ລົດໄຟຟ້າກໍໄດ້ຫາກບ່ອນເຮັດວຽກຢູ່ບໍ່ໄກຈາກເຮືອນປານໃດ.
- ປະຢັດໄຟຟ້າໂດຍການປິດໄຟເວລາບໍ່ໃຊ້ວຽກ ຫລື ຖ້າເປັນຫ້ອງປັບອາກາດ ຄວນປິດປ່ອງຢ້ຽມໃຫ້ແໜ້ນດີ ຫ້ອງຈະເຢັນຢູ່ ເລື້ອຍໆ ເຮັດໃຫ້ເຄື່ອງປັບອາກາດບໍ່ຕ້ອງສະຕ໊າດເລື້ອຍໆ ຈະເຮັດໃຫ້ປະຢັດໄຟຟ້າໄດ້ຫລາຍ.
- ຊື້ອາຫານ ບໍ່ວ່າຈະເປັນ ຊີ້ນໝູ, ປາ, ກຸ້ງ, ຜັກ, ໝາກໄມ້ ຄວນຊື້ຈາກແມ່ຄ້າໂດຍກົງ ບໍ່ຄວນຜ່ານຄົນກາງ ລາຄາຈະຖືກ ລົງ ຖ້າຈະໃຫ້ດີຈົ່ງໄປຕະຫລາດຕອນຄໍ່າ (ແຕ່ສິ່ງທີ່ໄດ້ອາດຈະບໍ່ຄ່ອຍງາມຍ້ອນເຫລືອເລືອກແລ້ວ, ປາກໍອາດຈະບໍ່ສົດໃໝ່ປານໃດ, ຜັກກໍອາດຈະບໍ່ງາມ ແຕ່ກໍຂໍໃຫ້ເລືອກເອົາພໍກິນໄດ້ ເຊິ່ງລາຄາອາດຈະຖືກລົງແດ່).
- ຖ້າລູກຂໍເງິນໄປເບິ່ງຮູບເງົາ ໃຫ້ບອກວ່າໄປສວນສາທາລະນະດີກ່ວາລູກ ຈະໄດ້ບໍ່ຕ້ອງເສຍເງິນ (ແຕ່ຢ່າໄປຕອນກາງ ຄືນ ເພາະອາດເປັນອັນຕະລາຍ).
- ເງິນເດືອນອອກທຸກເທື່ອ ຖ້າເຮັດໄດ້ພະຍາຍາມທ້ອນເງິນຈຳນວນໜຶ່ງເອົາໄປຝາກ ຫາກຢາກໃຊ້ໄລຍະໃກ້ໆ ຢ່າງໜ້ອຍຈະໄດ້ດອກເບ້ຍແດ່ ເພາະເຂົາໃຫ້ເປັນລາຍມື້, ຖ້າຄິດວ່າບໍ່ໃຊ້ ຖ້າມີເງິນເຫລືອໃຊ້ກໍເອົາໄປຝາກທະນາຄານແບບຝາກປະຈຳ ດອກ ເບ້ຍຈະຫລາຍກ່ວາ.
- ຖ້າເງິນບໍ່ພໍໃຊ້ ຈຳເປັນຕ້ອງກູ້ຢືມ ຄວນຈະກູ້ຢືມໄລຍະສັ້ນ ໃນອັດຕາດອກເບ້ຍທີ່ບໍ່ຂູດຮີດຈົນເກີນໄປ ບໍ່ຄວນກູ້ຢືມແບບ ຈ່າຍຜ່ອນໄລຍະຍາວ ດອກເບ້ຍມັນຈະຍາວໄປນຳ.
- ຖ້າມີປະກັນຊີວິດ ຫລື ປະ ກັນໄພ ຄວນສົ່ງເປັນລາຍປີດີກ່ວາລາຍເດືອນ ເພາະປະຢັດເງິນໄປໄດ້ເກືອບ 7 – 8%.
- ຖ້າຄົນໃນເຮືອນເກີດເຈັບປ່ວຍຕ້ອງກິນຢາ ຢ່າໄປຊື້ຢາຕາມຮ້ານຂາຍຢາກິນເອງຍ້ອນຫວັງວ່າຈະບໍ່ຕ້ອງເສຍຄ່າກວດ, ແຕ່ຈະຕາຍຍ້ອນບໍ່ໄດ້ກວດ ສະນັ້ນ ຢ່າໄດ້ເສຍດາຍເງິນເລື່ອງໄປໂຮງໝໍ, ຢ່າຊື້ຢາມາກິນເອງໂດຍບໍ່ຮຼ້.
- ຈະຊື້ຢາຫຍັງຂໍໃຫ້ຄິດກ່ອນຊື້ ວ່າອັນໃດຈຳເປັນຫລືບໍ່ຈຳເປັນ ເຊິ່ງຫາກທ່ານຄິດຢາກຊື້ສິ່ງຂອງທຸກມື້ ແລ້ວທ່ານຈະປະ ຢັດເງິນໄດ້ແນວໃດ.