ທີມຊາດລາວຖືກຈັດຢູ່ກຸ່ມບີ ບານເຕະຊີງຂັນເຈົ້າຊີວິດບຣູໄນ
March 23, 2018 - 4:58 PM
ການແຂ່ງຂັນບານເຕະຊີງຂັນເຈົ້າຊີວິດບຣູໄນ ຈະຈັດຂຶ້ນທ້າຍເດືອນເມສານີ້ ໂດຍມີ 7 ປະເທດເຂົ້າຮ່ວມ. ຂະນະທີ່ ທີມຊາດລາວຖືກຈັດຢູ່ໃນກຸ່ມບີຮ່ວມກັບທີມຊາດກໍາປູເຈຍ.
ນັກກິລາທີມຊາດລາວ ຮຸ່ນອາຍຸ 21 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຊີງຂັນເຈົ້າຊີວິດບຣູໄນ ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 20 ເມສາ ຫາ 5 ພຶດສະພາ 2018 ທີ່ປະເທດບຣູໄນ ໂດຍມີ 7 ປະເທດເຂົ້າຮ່ວມຄື: ຕີມໍເລສເຕ, ມຽນມາ, ບຣູໄນ, ໄທ, ລາວ, ສິງກະໂປ ແລະ ປະເທດກໍາປູເຈຍ. ການແຂ່ງຂັນໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມເອ ປະກອບມີຕີມໍເລສເຕ, ມຽນມາ, ບຣູໄນ ແລະ ໄທ; ສ່ວນກຸ່ມບີປະກອບມີລາວ, ສິງກະໂປ ແລະ ກຳປູເຈຍ.