ແນວພັນພື້ນເມືອງລາວ ເຖິງຄາວຕ້ອງຮັກສາ (ຢ່າງຈິງຈັງ)

ທ່ານຮູ້ບໍ່ວ່າ, ປະເທດລາວພວກເຮົາເປັນປະເທດໜຶ່ງທີ່ມີຄວາມຫລາກຫລາຍທາງພັນທຸກຳທີ່ສຸດປະເທດໜຶ່ງໃນໂລກ, ໂດຍສະເພາະແມ່ນ “ເຂົ້າ”, ແຕ່ບັນດາແນວພັນເຂົ້າຕ່າງໆນັ້ນຄ່ອຍໆສ້ຽງສູນໄປ ເນື່ອງຈາກຫລາຍປັດໄຈ. ເພາະສະນັ້ນພວກເຮົາຈະເຮັດແນວໃດໃນການຮັກສາແນວພັນພື້ນເມືອງນີ້ໄວ້ໃຫ້ດີທີ່ສຸດ.
ພວກເຮົາຮັບຮູ້ກັນດີວ່າ, ລາວມີແນວພັນເຂົ້າຫລາກຫລາຍອັນດັບສອງຂອງໂລກ ຮອງຈາກອິນເດຍ, ນອກນັ້ນພວກເຮົາ ຍັງມີຄວາມຫລາກຫລາຍຂອງພືດພັນຊະນິດອື່ນໆ ເຊັ່ນວ່າ ສາລີຫວານ, ໝາກເດືອຍ, ປະເພດຖົ່ວ, ພືດພັກຕ່າງໆ, ເຊິ່ງມັນເປັນການຄໍ້າປະກັນສະບຽງອາຫານທີ່ດີສະເໝີມາ.
ເມື່ອບໍ່ດົນຜ່ານມາ, ຜູ້ຂຽນໄດ້ຮ່ວມວຽກກັບສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ເພື່ອຕິດຕາມກວດກາຄວາມຄືບໜ້າຂອງໂຄງການກ່ຽວກັບການສົ່ງເສີມການປັບປຸງແນວພັນ. ໃນນັ້ນຮວມມີເຂົ້າ, ສາລີ, ຖົ່ວດິນ ແລະ ຖົ່ວຝັກຍາວຢູ່ເຂດແຂວງອັດຕະປື ແລະ ແຂວງສາລະວັນ. ຜ່ານການໂອ້ລົມນຳປະຊາຊົນ ກໍພົບວ່າແນວພັນພື້ນເມືອງຂອງລາວນັ້ນນັບມື້ນັບມີໜ້ອຍລົງ ເພາະປະຊາຊົນຫັນໄປປູກພືດທີ່ເປັນສິນຄ້າ ເຊິ່ງພໍ່ຄ້າຄົນກາງມາຮັບຊື້, ດັ່ງພໍ່ລຸງຄຳຈັນ ຢູ່ບ້ານແຫ່ງໜຶ່ງຂອງເມືອງສາມັກຄີໄຊ ແຂວງອັດຕະປື ເວົ້າວ່າ: “ດຽວນີ້ຊາວບ້ານພວກເຮົາໄດ້ປະວາງແນວພັນພື້ນເມືອງໄປຫລາຍແລ້ວ ເພາະປະຊາຊົນຈະຫັນໄປປູກພືດທີ່ສາມາດຂາຍໄດ້ດີ ມີລາຄາ” ພໍແຕ່ເວົ້າສຸດພໍ່ລຸງເພິ່ນກໍເຂົ້າໄປຈັບເອົາມານສາລີ ທີ່ເອົາໄວ້ເຮັດແນວນັ້ນ ອອກມາແລ້ວເວົ້າວ່າ: “ນີເດ ເຈົ້າເບິ່ງແມ໋ສາລີນີ້ມີໝາກດົກ ແລະ ກິນແຊບ ທີ່ນຳເຂົ້າມາຈາກຈີນພຸ້ນໄດ໋”.
ພວກເຮົາບໍ່ປະຕິເສດໄດ້ວ່າ, ການນຳເຂົ້າແນວພັນທີ່ດີບໍ່ວ່າຈະເປັນ ພືດຜັກ ຫລື ສັດລ້ຽງນັ້ນ, ແມ່ນການເພີ່ມພູນຜະລິດຕະພັນຂອງພວກເຮົາໄດ້ເປັນຢ່າງດີ, ແຕ່ພວກເຮົາກໍຕ້ອງເອົາບົດຮຽນຂອງຊາວສວນສາລີຢູ່ຟີລິບປິນ ມາສອນພວກເຮົາວ່າ: ການຢາກໄດ້ຜົນຜະລິດທີ່ຫລວງຫລາຍ ຂາຍໄດ້ລາຄາດີນັ້ນ ກາຍເປັນກົນລວງຂອງນາຍທຶນທີ່ຫລອກລໍ້ໃຫ້ຊາວກະສິກອນເຂົ້າໄປຢູ່ໃນວົງວຽນຂອງເຂົາເຈົ້າ, ໂດຍທ້າຍທີ່ສຸດ ທີ່ດິນຂອງເຂົາເຈົ້າທີ່ເຄີຍອຸດົມສົມບູນກໍເຊື່ອມຄຸນ, ແນວພັນພື້ນເມືອງທີ່ເຄີຍນຳໃຊ້ມາດົນກໍເຫືອດຫາຍໄປ, ໄດ້ແຕ່ຊື້ນຳບໍລິສັດ ແຖມຍັງເປັນໜີ້ຖ້ວມຄໍ ໄດ້ແຕ່ຄິດຮອດອາດີດທີ່ຜ່ານມາຢ່າງໜ້າອົດສູ.
ນອກນັ້ນ, ຜູ້ຂຽນຍັງໄດ້ລົມນຳຊາວກະສິກອນທີ່ປູກໝາກໄມ້ “ຂອງນອກ” ຂາຍ ທີ່ຄົນລາວນິຍົມແລ້ວເພິ່ນກໍເວົ້າສູ່ຟັງວ່າ: “ແນວພັນແມ່ນຕ້ອງໄດ້ນຳເຂົ້າມາແຕ່ຕ່າງປະເທດຢ່າງດຽວ ແລະ ປູກໄດ້ເທື່ອດຽວເທົ່ານັ້ນ” ຖ້າເຮົາເບິ່ງແງ່ເສດຖະກິດສະເພາະໜ້າ ມັນກໍອາດເປັນຕາອອນຊອນອີ່ຫລີ, ແຕ່ເຮົາຊິຂຶ້ນກັບເຂົາໄປເລື້ອຍໆບໍ່ ?
ເພາະສະນັ້ນ, ວຽກງານການຮັກສາ ແລະ ປັບປຸງແນວພັນພື້ນເມືອງເຮົາມີຄວາມສຳຄັນຫລາຍແທ້ໆ, ພໍຮູ້ຂ່າວວ່າທາງພາກສ່ວນກ່ຽວຂ້ອງຄືກະຊວງກະສິກຳ ແລະ ປ່າໄມ້ ເພິ່ນກຳລັງສ້າງນິຕິກຳກ່ຽວກັບແນວພັນ, ຜູ້ຂຽນກໍຂໍຊົມເຊີຍນຳທີ່ສຸດ, ເຊິ່ງຈະເປັນເຄື່ອງມືໜຶ່ງໃນການຮັກສາແນວພັນພື້ນເມືອງລາວ ແລະ ອີກຢ່າງໜຶ່ງ ພວກເຮົາກໍຈົ່ງຕື່ນຕົວກ່ຽວກັບ “ຄວາມຮູ້ເລື່ອງອາຫານ (Food Literacy)” ກັນໃຫ້ຫລາຍກວ່ານີ້ເນາະ, ພວກເຮົາຈະເລືອກຊື້ເຂົ້າຂາວຍາວດີ, ມີຮູບຮ່າງສວຍງາມ, ບັນຈຸໃສ່ຖົງຢາງຫໍ່ນ້ອຍ ທີ່ນຳເຂົ້າຈາກຕ່າງປະເທດກໍໄດ້, ແຕ່ຂໍໃຫ້ຄິດເຖິງເຂົ້າແຜ່ແດງ, ເຂົ້າໄກ່ນ້ອຍ, ເຂົ້າຕາຂຽດ ແລະ ພັນເຂົ້າພື້ນເມືອງອື່ນໆ ແດ່ເນາະ, ເຖິງວ່າເມັດຊິບໍ່ງາມ ແຕ່ບາງທີອາດຈະບໍ່ມີສານເຄມີ ຄືເຂົ້າເມັດງາມນັ້ນກໍໄດ້ເນາະ. ເຊິ່ງອັນນີ້ກໍແມ່ນການສົ່ງເສີມການຮັກສາແນວພັນພື້ນເມືອງຂອງພວກເຮົາແບບໜຶ່ງ!